ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ຟິລິບປີນ ບອກໃຫ້ກອງກຳລັງສະຫະລັດ ອອກຈາກປະເທດ


ປ. ຟິລິບປີນ ທ່ານ Rodrigo Duterte
ປ. ຟິລິບປີນ ທ່ານ Rodrigo Duterte

ປະທານາທິບໍດີ​ຟິລິບ​ປີນ ກ່າວ​ວ່າ ທ່ານ​ຕ້ອງການ​ທີ່​ຈະ​ໃຫ້​ກອງ​ກຳລັງ​ສະຫະລັດ ທັງ​ໝົດ​ອອກ​ຈາກ​ພາກ​ໃຕ້​ຂອງ​ປະ​ເທດ ບ່ອນ​ທີ່​ກອງ​ກຳລັງ​ດັ່ງກ່າວ ​ເປັນ​ທີ່​ປຶກສາ​ໃຫ້​ແກ່​ກອງ​ກຳລັງ​ທ້ອງ​ຖິ່ນ​ເພື່ອ​ສູ້​ລົບ​ກັບ​ພວກມຸສລິ​ມ​ຫົວ​ຮຸນ​ແຮງ​ຈັດ.

ການ​ຖະ​ແຫຼ​ງຕໍ່​ເຈົ້າ​ໜ້າ​ທີ່ລັດຖະບານ ​ທີ່​ຖືກ​ແຕ່ງ​ຕັ້ງ​ໃໝ່ ໃນວັນ​ຈັນ​ວານ​ນີ້ ທ່ານ Rodrigo Duterte ​ໄດ້​ຖິ້ມ​ໂທດ​ໃສ່ສະຫະລັດ ກ່ຽວ​ກັບການກໍ່​ຄວາມ​ວຸ້ນວາຍຂອງ​ພວກມຸສລິ​ມຫົວ ຮຸນ​ແຮງ​ໃນ​ຂົງ​ເຂດ ຊຶ່ງ​ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ທ່ານ​ໄດ້​ສະແດງ​ການ​ຄັດ ຄ້ານ​ຢ່າງ​ເປັນ​ການ​ເປີດ​ເຜີຍ ​ຕໍ່ການ​ມີໜ້າ​ຂອງ​ກອງ​ກຳລັງ​ສະຫະລັດ ​ໃນ​ປະ​ເທດ​ຂອງ​ທ່ານ.

ທ່ານ Duterte ຍັງ​ບໍ່​ທັນ​ໄດ້​ຕັ້ງ​ເສັ້ນ​ຕາຍ​ໃດໆ​ເທື່ອ ຫຼື ກ່າວ​ວ່າ ຂັ້ນ​ຕອນ​ການ​ຖອນ​ ​ກຳລັງ​ສະຫະລັດນັ້ນ ຄວນຈະ​ເປັນ​ຢ່າງໃດ​, ​ແຕ່ກໍໄດ້​ກ່າວວ່າ ກຳລັງ​ອາ​ເມຣິກັນ​ແມ່ນ​ເປັນ​ເປົ້າ ໝາຍ​ທີ່​ມີຄ່າ​ສູງ ສຳລັບ Abu Sayyaf ທີ່ເປັນ​ເຄືອຄ່າຍຂອງກຸ່ມ​ກໍ່​ການ​ຮ້າຍ ລັດ​ອິສລາມ ຂະນະ​ທີ່ການ​ປະຕິບັດ​ງານ​ຕໍ່ຕ້ານ​ພວກ​ກໍ່​ການ​ຮ້າຍ ​ເພີ້ມທະວີ​ຂຶ້ນນັ້ນ.

ທ່ານ Duterte ກ່າວ​ກ່າວ​ວ່າ “ກອງ​ກຳລັງ​ພິ​ເສດສະຫະລັດ ພວກ​ເຂົາ​ເຈົ້າ​ຕ້ອງ​ອອກຈາກ​ທີ່​ນີ້ ພວກ​ເຂົາ​ເຈົ້າ​ຕ້ອງ​ອອກໄປ ຂ້າພະ​ເຈົ້າ​ບໍ່​ຕ້ອງການ ​ໃຫ້​ມີ​ການ​ບໍ່​ລົງ​ລອຍ​ກັນ ກັບ​ສະຫະ ລັດ ​ແຕ່​ວ່າ ພວກ​ເຂົາ​ເຈົ້າ​ຕ້ອງ​ອອກ​ໄປ ມັນ​ຈະ​ເປັນ​ການ​ເພີ້​ມຄວາມ​ຮຸນ​ແຮງ​ຍິ່ງ​ຂຶ້ນ ຖ້າ​ຫາກ ​ວ່າ ພວກ​ມຸສລິ​ມຫົວ​ຮຸນ​ແຮງ ​ເຫັນ​ພວກອາ​ເມຣິກັນ ຢູ່​ທີ່​ນັ້ນ​ແລ້ວ ພວກ​ເຂົາ​ຈະ​ສັງ ຫານຊາວ​ອາ​ເມຣິກັນ. ພວກ​ເຂົາ​ເຈົ້າ​ກໍ​ພະຍາຍາມ​ທີ່​ຈະ​ຈັບ​ໄປ​ເປັນ​ຕົວ​ປະກັນ ​ແລະ​ຂ້າ​ພວກ​ນີ້​ແທ້ໆ.

ກະຊວງ​ການ​ຕ່າງປະ​ເທດສະຫະລັດ ອະທິບາຍ​ເຖິງຄວາມ​ເຫັນ​ຂອງ​ທ່ານ Duterte ນັ້ນ​ວ່າ “ມັນ​ບໍ່​ໄດ້​ຊ່ອຍ​ຫຍັງ​ເລີຍ​.”

​ໂຄສົກກະຊວງ​ການ​ຕ່າງປະ​ເທດ ທ່ານ John Kirby ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ຍັງ​ບໍ່​ທັນ​ໄດ້​ຮັບ​ຊາບ​ເຖິງ​ການ​ໂອ້​ລົມ​ສົນທະນາ​ຢ່າງ​ເປັນ​ທາງ​ການ ຈາກ​ທາງ​ລັດຖະບານ ຟິລິບ​ປີນ ກ່ຽວ​ກັບ​ຜົນ​ກະທົບ​ດັ່ງກ່າວ ​ແລະ​ເພື່ອ​ຊອກ​ຫາ​ຊ່ອງ​ທາງ...ສຳຄັນຍິ່ງ​ໄປ​ກວ່າ​ນັ້ນ ພວກ​ເຮົາຍັງ​ມີ​ຄວາມ​ໝາຍ​ໝັ້ນ​ຕໍ່​ພັນທະ​ມິດ​ຂອງ​ພວກ​ເຮົາ ຄວາມ​ໝັ້ນໝາຍ​ຕໍ່ຟິລິບ​ປີນ.”

ຄຳ​ຖະ​ແຫຼ​ງການ​ຂອງ​ ທ່ານ Duterte ມີ​ຂຶ້ນ ນຶ່ງ​ສັບປະດາ ຫຼັງ​ຈາກ​ການຖະ​ແຫລງ ທາງ​ໂທລະພາບ ​ຕໍ່ຕ້ານສະຫະລັດ ​ແລະ​ປະທາ​ນາ​ທິບໍດີ ບາຣັກ ​ໂອ​ບາ​ມາ ຊຶ່ງ​ເຮັດ​ໃຫ້​ທ່ານ
​ໂອ​ບາ​ມາ ​ຍົກ​ເລີກໝາຍ​ກຳນົດ​ການ​ພົບ​ປະກັນ​ສອງ​ຝ່າຍ ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ຢູ່ ສປປ ລາວ. ​ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ທັງ​ສອງ ກໍ​ຍັງ​ໄດ້​ພົບ​ປະກັນ​ຢູ່ຂ້າງ​ນອກ​ກອງ​ປະຊຸມ​ແບບ​ບໍ່​ເປັນ​ທາງ​ການ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG