ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ​ຟິລິບ​ປີນ ຍັງປະສານງານກັບສະຫະລັດຢູ່ ເຖິງແມ່ນວ່າ ຈະມີການຂົ່ມຂູ່ໃດໆ ກໍຕາມ


ປ. ​ຟິລິບ​ປີນ ທ່ານ Rodrigo Duterte ສະແດງຄວາມຄິດເຫັນ ຂອງທ່ານທີ່ຄ້າຍ Tecsonໃນເມືອງ San Miguel, ເໜືອ Manila, ຟິລິບ​ປີນ, 15 ກັນຍາ, 2016.
ປ. ​ຟິລິບ​ປີນ ທ່ານ Rodrigo Duterte ສະແດງຄວາມຄິດເຫັນ ຂອງທ່ານທີ່ຄ້າຍ Tecsonໃນເມືອງ San Miguel, ເໜືອ Manila, ຟິລິບ​ປີນ, 15 ກັນຍາ, 2016.

ເບິ່ງຄືວ່າ ປະທານາທິບໍດີ​ຟິລິບ​ປີນ ທ່ານ Rodrigo Duterte ທີ່​ປະຕິ​ເສດການ​ຊ່ອຍ​ເຫຼືອ​ທາງ​ທະຫານ​ຂອງ​ສະຫະລັດ ​ໃນ​ການຄວບ​ຄຸມ​ເຂດ​ນ້ຳ​ແດນ​ດິນ ​ແລະການ​ໂຈມ​ຕີ​ຂອງ​ພວກ​ກະບົດມຸສລິມ ຊຶ່ງ​ອາດ​ຈະ​ເປັນ ການ​ໂກດ​ແຄ້ນ ​ແທນ​ທີ່​ຈະ​ເປັນ​ການ​ສັ່ງ ທີ່​ຈະ​ຍຸຕິ​ການ​ຮ່ວມມືກັນ​ໃນ​ຂະນະ​ທີ່​ຟິລິບ​ປີນ ສ່ວນ​ໃຫຍ່ ​ຍິນ​ດີ​ຕ້ອນຮັບ​ການ​ຊ່ອຍ​ເຫຼືອ
​ເຖິງ​ແມ່ນ​ວ່າ ​ຈະ​ມີ​ຄວາມ​ຊົງ​ຈຳ​ທີ່​ຂົ່ມ​ຂື່ນ ​ໃນ​ການ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງ​ສະຫະລັດ.

ທ່ານ Duterte ປະທາ​ນາທິບໍດີ 71 ປີ ທີ່​ຮູ້​ກັນ​ດີ​ໃນ​ໃນ​ການ​ກ່າວຫາ​ທີ່​ແຮງ ​ແລະແບບສ່ວນ​ຕົວຕໍ່​ສະຫະລັດ ທີ່​ໄດ້​ກ່າວ​ໃນ​ສັບປະດາ​ແລ້ວ​ນີ້ ທີ່​ວ່າ ທ່ານ​ຈະ​ບໍ່ໃຫ້​ອຳນາດ​ຂອງ​ຕ່າງປະ​ເທດ​ ຊ່ອຍ​ໃນ​ການ​ລາດຕະ​ເວນ​ທີ່​ມີ​ການ​ຜິດຂ້ອງຕ້ອງຖຽງ​ກັນ ​ໃນ​ເຂດ​ນ່ານນ້ຳ ​ໃກ້ໆ​ກັບ​ທະ​ເລ​ຈີນ​ໃຕ້ ຊຶ່ງ​ປະກົດ​ວ່າ ມັນ​ຕ້ານ ຜູ້​ມີ​ອຳນາດຄົນທີ່​ຕາມ​ມາ ສຳ​ຫຼັບການ​ຊ່ອຍ​ສະຫະ ລັດ. ຈີນ ​ແມ່ນ​ຜູ້​ທີ່​ອ້າງ​ເອົາ​ເປັນ​ກຳມະສິດ​ໃນ​ຂົງ​ເຂດ​ທີ່​ວ່າ​ນີ້.

ປະທານາທິບໍດີສະຫະລັດ ​ໄດ້​ເອີ້ນທີ່​ປຶກສາທາງ​ທະຫານ​ສະຫະລັດ ນຶ່ງ​ມື້ກ່ອນ ​ໃຫ້ຖອນ ອອກ​ຈາກພາກ​ໃຕ້​ຂອງ Mindanao ຊຶ່ງ​ເປັນ​ເກາະ​ທີ່​ກອງ​ກຳລັງຟິລິບ​ປີນ ​ຕໍ່ສູ້​ກັບ​ພວກ​ກະບົດ​ຫົວ​ຮຸນ​ແຮງ​ມຸສລິ​ມ. ​ແຕ່​ວ່າ​ ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດຟິລິບ​ປີນ ທ່ານ Perfecto Yasay ​ໄດ້​ກ່າວ​ຕໍ່​ມາ​ວ່າ ທ່ານ Duterte ຈະ​ບໍ່​ຖອນການ​ຊ່ອຍ​ເຫຼືອ​ໃດໆ​ຂອງ​ກອງ​ກຳລັງ​ທະຫານ​ສະຫະລັດ ຕາມ​ຂໍ້​ຕົກລົງ​ທີ່​ມີ​ໄວ້.

ພວກ​ນັກວິ​ໄຈໃນ​ນະຄອນ​ມະນີ​ລາ ​ໄດ້ກ່າວ​ວ່າ ທ່ານ Duterte ອາດ​ໄດ້​ກ່າວ​ກ່ອນ​ເວລາ​ອັນ​ຄວນ ​ໃນ​ສອງ​ກໍລະນີ​ທີ່​ວ່າ​ນີ້.

“ປະທານາທິບໍດີ​ຟິລິບ​ປີນ ນັ້ນ​ແມ່ນ​ເປັນ​ຜູ້​ທີ່​ກ້າ​ປາກກ້າ​ເວົ້າ​ແລະ​ໂປ່​ງ​ໃສ​ ​ໃນ​ການສະ​ແດງ​ອອກ​ເຖິງ​ຄວາມ​ຮູ້ສຶກແລະ​ນິ​ໄສສ່ວນ​ຕົວ ​ເກີນ​ໄປ ​ແລະ​ຂ້າພະ​ເຈົ້າ​ຄິດ​ວ່າ ​ໂດຍ​
ສະ​ເພາະ ຄວາມ​ຄິດ​ເຫັນ​ທີ່​ວ່າ​ນີ້ ​ແມ່ນ​ເປັນການສະ​ແດງ​ເຖິງຄວາມ​ຮູ້ສຶກ​ສ່ວນ​ຕົວ ​ໃນຂະນະ​ ນີ້,”
ຊຶ່ງ​ນັ້ນ​ແມ່ນ​ທ່ານ Jay Batongbacal ​ໄດ້​ກ່າວ​ໄວ້ ຜູ້ອຳ​ນວນ​ການ​ຂອງ​ສະ​ຖາ​ບັນ​ແລະ​ກົດໝາຍ​ທາງ​ທະ​ເລ ທີ່​ມະຫາວິທະຍາ​ໄລ​ໃນ​ຟິລິບ​ປີນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG