ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ປ.​ ​​ດູ​ເຕີ​ເຕ່ ແຫ່ງຟີລິບປິນ ຖືກປະນາມ ຍ້ອນ ເອີ້ນພະ​ເຈົ້າ​ວ່າ ​ໂງ່​ຈ້າ ນັ້ນ


ປະທານາທິບໍດີ​ ​ຟິລິບ​ປີນ ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ່ ໃນເມືອງ ແທກກຸຍອີກ (Taguig city) ທາງພາກຕາເວັນອອກ ຂອງນະຄອນ
ມະນີລາ, 20 ມີນາ 2018.
ປະທານາທິບໍດີ​ ​ຟິລິບ​ປີນ ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ່ ໃນເມືອງ ແທກກຸຍອີກ (Taguig city) ທາງພາກຕາເວັນອອກ ຂອງນະຄອນ ມະນີລາ, 20 ມີນາ 2018.

ປະທານາທິບໍດີ​ ​ຟິລິບ​ປີນ ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ່ ​ໄດ້​ປະຕິປະ​ເສດ​ທີ່​ຈະ​ຖອນຄຳ​ເວົ້າ​ ທີ່​ເປັນ​ເລື້ອງ​ນອງ​ນັນ ທີ່​ກ່າວ​ວ່າ ພະ​ເຈົ້າ​ແມ່ນ “​ໂງ່​ຈ້າ.”

​ໃນ​ການຖະ​ແຫຼ​ງ​ຢູ່​ພິທີແຫ່ງນຶ່ງ​ ໃນວັນ​ຈັນ​ວານ​ນີ້​ວ່າ ທ່ານ​ດູ​ເຕີ​ເຕ່ ​ໄດ້ກ່າວ​ເຖິງ​ບັນຫາ​
ດັ່ງກ່າວ ​ໂດຍ​ການຖືກ​ຕຳ​ໜິຕິຕຽນ ຈາກ​ບັນດາ​ຜູ້ນຳ​ທາງ​ສາສະ​ໜາ ​ແລະ​ທາງ​ການ
​ເມືອງ ​ໃນ​ການ​ຖະ​ແຫຼ​ງການ ​ຂອງ​ທ່ານ​ໃນ​ວັນ​ສຸກຜ່ານມານີ້ ​ໃນ​ອັນ​ທີ່​ທ່ານ​ໄດ້​ກ່າວ
​ສະຫຼຸບ​ວ່າ ພະ​ເຈົ້າ​ຕ້ອງແມ່ນ “ລູກໝາ​ແມ່” ​ແລະ “​ໂງ່​ຈ້າ,” ຖ້າ​ຫາກ​ວ່າ ຕຳນານ​
ການ​ສ້າງ​ໂລກ​ຂອງ​ເພິ່ນ ທີ່​ມີ​ອາ​ດຳ ​ແລະ​ອີ​ບວ໌ ​ແມ່ນ​ເປັນຄວາມ​ຈິງນັ້ນ.

​ທ່ານ​ດູ​ເຕີ​ເຕ່ ​ໄດ້​ຖືກ​ຖາມ ​ໃນ​ກ່າວຄຳປາໄສ​ທາງໂທລະພາບໃນ​ວັນ​ສຸກ​ຜ່ານ​ມາ​ນີ້
ກ່ຽວ​ກັບ​ຕຳນານຂອງ​ການ​ສ້າງ​ໂລກ ​ແລະ​ຖືກ​ຖາມ​ວ່າ ​ເປັນ​ຫຍັງ ພະ​ເຈົ້າ​ຈຶ່ງ​ສ້າງ
ອາ​ດຳ ​ແລະ​ອີ​ບວ໌ ທີ່​ອະນຸຍາດ​ໃຫ້​ພວກ​ເຂົ້າ​ເຈົ້າ ຫລົງຜິດໃນ​ຕັນຫາ ທີ່​ທຳລາຍ​
ຄວາມງາມ​ບໍລິສຸດ​ຂອງ​ພວກ​ເຂົາ​ເຈົ້າ.

“​ແມ່ນ​ໃຜ ​ເປັນ​ພະ​ເຈົ້າ​ທີ່​ໂງ່​ຈ້າ​ນີ້? ສະ​ນັ້ນ ລູກ​ໝາ​ແມ່ ຜູ້​ນີ້ ​ແມ່ນ​ໂງ່​ຈ້າ​ແທ້ໆ,” ນັ້ນ ຄືຄຳເວົ້າຂອງທ່ານ​ໄດ້​ກ່າວ​ໄວ້. ທ່ານ​ດູ​ເຕີ​ເຕ່ໄດ້​ເສຍ​ໃຈກັບບາບ​ຂອງອາ​ດຳ​ແລະ​ອີ​ບວ໌
​ໃນ​ກົດ​ຂອງສາສະໜາຄຣິດ ທີ່​ຍັງ​ຜົນໃຫ້​ພວກ​ທີ່​ສັດທາ​ທັງຫຼາຍ ​ຈາກ​ຄວາມ​ດີງາມ​ນີ້.
ທ່ານ​ຍັງ​ໄດ້​ກ່າວ​ຕໍ່​ໄປ​ວ່າ “ພວກ​ທ່ານ​ບໍ່​ໄດ້​ພົວພັນກັບ​ເລື້ອງ​ນີ້​ດອກ ​ແຕ່​ວ່າ ບັດ​ນີ້
ພວກ​ທ່ານ​ໄດ້​ຖືກ​ດ່າງ​ພ້ອຍ​ຈາກ​ບາບ​ດັ່ງ​ເດີມ​ນີ້...ສະ​ນັ້ນມັນແມ່ນ​ສາສະໜາ​ຫຍັງ
ກັນ​ແທ້? ນັ້ນ​ລະ​ແມ່ນ​ສິ່ງ​ທີ່​ຂ້າພະ​ເຈົ້າ​ຮັບ​ເອົາ​ບໍ່​ໄດ້, ມັນ​ແມ່ນ​ຄຳ​ສັນນິດຖານ
​ທີ່​ໂງ່​ຈ້າ​ທີ່​ສຸດ.”

​ໃນ​ວັນ​ຈັນ​ວານ​ນີ້ ທ່ານ​ດູ​ເຕີ​ເຕ່ ໄດ້​ກ່າວ​ວ່າ ທ່ານ​ແມ່ນ​ໄດ້​ເວົ້າ​ເຖິງ​ເລື້ອງ​ສະ​ເພາະ​
ເຈາະ​ຈົງ​ທີ່​ວ່າ ການ​ມີ​ປະຕິ​ສຳພັນຂອງ​ພະ​ເຈົ້າ ​ແລະຈະ​ບໍ່​ຖອນ​ຄຳ​ເວົ້າ​ໃດ​ໆກ່ຽວ​ກັບ​
ເລື້ອງ​ນີ້. “ພະ​ເຈົ້າ​ຂອງ​ພວກທ່ານ ບໍ່ແມ່ນ​ພະ​ເຈົ້າ​ຂອງ​ຂ້າພະ​ເຈົ້າ, ​ເພາະວ່າ​ພະ​ເຈົ້າ​
ຂອງ​ພວກ​ທ່ານ ​ແມ່ນ​ໂງ່​ຈ້າ. ຂອງ​ຂ້າພະ​ເຈົ້າ​ແລ້ວ ​ທ່ານ​ມີ ສະຕິ​ສຳ​ປະ​ຊັນ​ຍະ,”

ຊຶ່ງ​ທ່ານ ​ໄດ້​ກ່າວໃນ​ວັນ​ຈັນ​ວານ​ນີ້.

ພະ​ສັງຄະ​ລາດ ອາ​ຕູ​ໂຣ ບັສເຕັສ ​ເອີ້ນ​ປະທານາທິບໍດີ​ວ່າ ​ແມ່ນ “ຜີ​ບ້າ” ​ແລະ​ຮຽກ
ຮ້ອງ​ໃຫ້​ປະຊາຊົນ ​ທີ່​ນັບຖື​ສາສະໜາ​ກາໂຕລິກຫຼາຍທີ່ສຸດໃນ​ເອ​ເຊຍ ປະ​ເທດ​ນີ້ ​
ໃຫ້​ພາວະນາເພື່ອ​ຍຸຕິ “ການ​ສົບ​ປະ​ມາດ​ທີ່​ຮ້າຍ​ແຮງ​ສຸດ ​ແລະ​ການ​ປົກ​ຄອບ​ແບບ
ຜະ​ເດັດ​ການ”
ຂອງທ່ານ​ດູ​ເຕີ​ເຕ່.

“​ການ​ຕໍ່​ຕ້ານພະ​ເຈົ້າ ​ແລະຕໍ່​ພະ​ຄຳ​ພີ​ໄບ​ໂບລ ຂອງທ່ານ​ດູ​ເຕີ​ເຕ່ ແມ່ນໄດ້​ເຜີຍ
ໃຫ້ເຫັນອີກຄັ້ງນຶ່ງວ່າ ທ່ານມີປະສາດທີ່ບໍ່ປົກກະຕິ, ​ເປັນບ້າ​, ​ແລະ​ບໍ່ມີສະຕິ​ສຳ​ປະ​
ຊັນ​ຍະ ທີ່​ຜິດ​ແປກ​ແຫວກ​ແນວ ຜູ້​ຊຶ່ງບໍ່​ສົມ​ທີ່​ຈະ​ໄດ້​ຮັບ​ເລືອກ​ຕັ້ງ​ ເປັນ​ປະທານາ
ທິບໍດີ ຂອງ​ປະຊາຊົນພວກ​ເຮົາ ​ແລະ​ປະ​ເທດ​ທີ່​ນັບຖື​ກສາສະໜາ​ຄຣິດນີ້,”
ນັ້ນຄືຄວາມເຫັນຂອງ​ພະສັງຄະຣາດບັສເຕັສ ​ໄດ້​ກ່າວ​ໄວ້.

ສະມາຊິກສະພາສູງປານຟີໂລ ລັກສັນ ຊຶ່ງອະດີດຜູ້ບັນຊາການຕຳຫຼວດແຫ່ງຊາດ ແລະຜູ້ທີ່ສະໜັບສະໜູນທ່ານ​ດູ​ເຕີ​ເຕ່ກ່າວວ່າ ທ່ານບໍ່ໄດ້ເຫັນພ້ອມກັບທ່ານ​ດູ​ເຕີ​ເຕ່​ ໃນທັດສະນະຂອງທ່ານກ່ຽວກັບເລື້ອງພະເຈົ້າ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG