ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ ກ່າວ​ວ່າ ມີ​ການ​ເລືອກ​ສະ​ຖານ​ທີ່​ແຫ່ງ​ໃໝ່ ເພື່ອ​ຕັ້ງ​ຖານ​ທັບ​ຂອງສະ​ຫະ​ລັດ


ແຟ້ມ - ຮູບ​ໃນ​ກຳ​ປັ່ນ​ຍົກ​ພົນ​ຂຶ້ນ​ບົກUSS America (LHA-6) ທີ່​ຈອດ​ຢູ່​ທ່າ​ກຳ​ປັ່ນ ນະ​ຄອນ​ຫຼວງ​ມະ​ນີ​ລາ ປະ​ເທດ​ຟີ​ບິນ​ປິນ ເມື່ອ​ວັນ​ທີ 21 ມີ​ນາ 2023.
ແຟ້ມ - ຮູບ​ໃນ​ກຳ​ປັ່ນ​ຍົກ​ພົນ​ຂຶ້ນ​ບົກUSS America (LHA-6) ທີ່​ຈອດ​ຢູ່​ທ່າ​ກຳ​ປັ່ນ ນະ​ຄອນ​ຫຼວງ​ມະ​ນີ​ລາ ປະ​ເທດ​ຟີ​ບິນ​ປິນ ເມື່ອ​ວັນ​ທີ 21 ມີ​ນາ 2023.

ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປີນ ທ່ານ​ເຟີ​ດີ​ນານ ມາ​ໂກ​ສ ຈູ​ເນຍ ກ່າວ​ວ່າ ສະ​ຖານ​ທີ່​ຂອງ​ຖານ​ທັບ​ໃໝ່ ໔ ແຫ່ງ​ ທີ່​ຈະ​ເປັນ​ທີ່​ຕັ້ງ​ຂອງ​ກຳ​ລັງ​ທະ​ຫານສະ​ຫະ​ລັດ ເພື່ອ​ສັບ​ປ່ຽນ​ໝູນ​ວຽນ​ກັນ​ມາ​ປະ​ຈຳ​ການ ຈະ​ມີ​ການ​ເປີດ​ເຜີຍ​ໃນ​ໄວໆ​ນີ້.

ທ່ານ​ມາ​ໂກ​ສກ່າວ​ຕໍ່​ພວກ​ນັກ​ຂ່າວ ທີ່​ນະ​ຄອນ​ຫຼວງ​ມະ​ນີ​ລາ ໃນ​ວັນ​ພຸດ​ວານນີ້​ວ່າ ຖານ​ທັບ​ໃໝ່​ບາງ​ແຫ່ງ ​ຈະ​ຕັ້ງ​ຢູ່​ໃນ​ເຂດ​ພາກ​ເໜືອ ພາກ​ໃຕ້ ແລະ​ແຂວງ​ປາ​ລາ​ວານ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ. ນອກນັ້ນ ປະ​ທາ​ນາ​ທິ​ບໍ​ດີ​ຍັງ​ກ່າວ​ວ່າ ຖານ​ທັບ​ໃໝ່​ເຫຼົ່າ​ນີ້ ຈະ​ຊ່ວຍ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ຂອງ​ຟີ​ລິບ​ປິນ​ໃນ​ການ​ປ້ອງ​ກັນ​ເຂດ​ແຄມ​ຝັ່ງ​ທະ​ເລ​ກ້ຳ​ຕາ​ເວັນ​ອອກ​ຂອງ​ຕົນ ຮວມ​ທັງ​ເຂດ​ຊາຍ​ຝັ່ງ​ຂອງ​ ເກາະ​ລູ​ຊອນ ອັນ​ເປັນ​ເກາະໃຫຍ່​ທີ່​ສຸດຂອງ​ຟີ​ລິບ​ປິນ ແລະ​ໃກ້​ທີ່​ສຸດ​ກັບ​ໄຕ້​ຫວັນ ຊຶ່ງ​ເປັນ​ເກາະ​ປົກ​ຄອ​ງ​ຕົນ​ເອງ ທີ່​ປັກ​ກິ່ງ​ກ່າວ​ອ້າງວ່າ ​ເປັນ​ສ່ວນ​ນຶ່ງ​ຂອງ​ຈີນນັ້ນ.

​ປະ​ທາ​ນາ​ທິ​ບໍ​ດີ​ເຟີ​ດີ​ນານ 'ບົງ​ບົງ' ມາ​ໂກ​ສ ຈູ​ເນຍ ກ່າວ​ຄຳ​ປາ​ໄສ ໃນ​ວັນ​ສ້າງ​ຕັ້ງ​ກອ​ງ​ທັບ​ຟີ​ລິບ​ປິນ ຄົບ​ຮອບ 126 ປີ ທີ່​ຄ້າຍ​ເບີ​ນີ​ຟາ​ຊີ​ໂອ ທີ່​ເມືອງ​ຕາ​ກິກ ປະ​ເທດ​ຟີ​ລິບ​ປິນ ເມື່ອ​ວັນ​ທີ 22 ມີ​ນາ 2023.
​ປະ​ທາ​ນາ​ທິ​ບໍ​ດີ​ເຟີ​ດີ​ນານ 'ບົງ​ບົງ' ມາ​ໂກ​ສ ຈູ​ເນຍ ກ່າວ​ຄຳ​ປາ​ໄສ ໃນ​ວັນ​ສ້າງ​ຕັ້ງ​ກອ​ງ​ທັບ​ຟີ​ລິບ​ປິນ ຄົບ​ຮອບ 126 ປີ ທີ່​ຄ້າຍ​ເບີ​ນີ​ຟາ​ຊີ​ໂອ ທີ່​ເມືອງ​ຕາ​ກິກ ປະ​ເທດ​ຟີ​ລິບ​ປິນ ເມື່ອ​ວັນ​ທີ 22 ມີ​ນາ 2023.

ການ​ຂະ​ຫຍາຍ​ການ​ດັ່ງ​ກ່າວ ​ແມ່ນ​ສ່ວນ​ນຶ່ງ​ຂອງ​ຂໍ້​ຕົກ​ລົງ ​ເພີ້ມ​ການ​ຮ່ວມ​ມືດ້ານປ້ອງ​ກັນ​ປະ​ເທດ​ຮອບ​ດ້ານ ສະ​ບັບ​ປີ ໒໐໑໔ ຊຶ່ງ​ຮວມ​ທັງ​ຖານ​ທັບ​ທີ່​ມີ​ຢູ່​ແລ້ວ ໕ ແຫ່ງ.

ການ​ຂະ​ຫຍາຍ​ຂໍ້​ຕົກ​ລົງ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ປະ​ເທດ​ພັນ​ທະ​ມິດທີ່​ມີ​ມາ​ເປັນ​ເວ​ລາ​ຊ້າ​ນານ​ທັງ​ສອງ ຊອກ​ຫາ​ຊ່ອງ​ທາງ ​ເພື່ອ​ຕ້ານ​ຢັນ​ການ​ເອົາ​ທ່າ​ທີ​ແບບ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ຂອງປັກ​ກິ່ງ​ຕໍ່​ໄຕ້​ຫວັນ ແລະ​ການ​ເອົາ​ມາດ​ຕະ​ການ​ຂອງ​ປັກ​ກິ່ງ​ໃນ​ທະ​ເລ​ຈີນ​ໃຕ້.

ປັກ​ກິ່ງ​ໄດ້​ກ່າວ​ຫາ​ວໍ​ຊິງ​ຕັນ​ວ່າ ເຮັດ​ໃຫ້ “ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຢູ່​ໃນ​ຂົງ​ເຂດ” ຕົກ​ຢູ່​ໃນ​ອັນ​ຕະ​ລາຍ ຍ້ອນ​ການ​ມີ​ໜ້າທາງ​ດ້ານ​ທະ​ຫານ​ເພີ້ມຂຶ້ນ​ຢູ່​ໃນ​ຟີ​ລິບ​ປິນ.

ຖານ​ທັບ​ໃໝ່​ເຫຼົ່າ​ນີ້ ຍັງ​ໄດ້​ຮັບ​ການ​ຄັດ​ຄ້ານ​ຈາກ​ເຈົ້າ​ໜ້າທີ່ທ້ອງ​ຖິ່ນ​ບາງ​ຄົນ​ຂອງ​ຟີ​ລິບ​ປິນ ທີີ່​ມີ​ຄວາມ​ຢ້ານ​ກົວ​ວ່າ ຖານ​ທັບ​ໃໝ່​ເຫຼົ່າ​ນີ້​ຈະ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ຕົກ​ເປັນ​ຈຸດ​ສູນກ​າງ​ຂອງ​ການ​ຂັດ​ແຍ້ງ ລະ​ຫວ່າງ​ສະ​ຫະ​ລັດ ກັບ​ຈີນ ກ່ຽວ​ກັບ​ເລື້ອງ​ໄຕ້​ຫວັນ.

ປະ​ທາ​ນາ​ທິ​ບໍ​ດີ​ມາ​ໂກ​ສກ່າວ​ວ່າ ທ່ານ​ໄດ້​ໂອ້​ລົມ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ແລ້ວ ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ຖານ​ທັບ​ໃໝ່ ແລະ​ວ່າ “ເປັນ​ຫຍັງ​ຄວາມ​ຈິງ​ແລ້ວ​ມັນ​ຈະ​ມີ​ຜົນ​ດີ​ຕໍ່​ບັນ​ດາ​ແຂວງ​ຂອງ​ພວກ​ເຂົາ​ເຈົ້າ.”

ອ່​ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG