ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ໄດ້ສະແດງຄວາມເສຍໃຈ ໃນວັນ ອັງຄານມື້ນີ້ ກ່ຽວກັບການທີ່ທ່ານໄດ້ໃຫ້ຄຳເຫັນ ດ້ວຍວາຈາອັນຫຍາບຄາຍໄປນັ້ນ ທີ່ ໄດ້ຖືກຕີລາຄາວ່າເປັນການໂຈມຕີ ຕໍ່ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ເປັນການສ່ວນຕົວ.
ທ່ານ Duterte ໄດ້ກ່າວໃນຖະແຫລງການສະບັບໜຶ່ງວ່າ “ຈຸດປະສົງໃນເບື້ອງຕົ້ນ ຂອງ ພວກເຮົາ ກໍແມ່ນເພື່ອວາງແຜນ ນະໂຍບາຍການຕ່າງປະເທດ ຢ່າງເປັນອິດສະຫລະ ໃນຂະນະດຽວກັນ ສົ່ງເສີມສາຍສຳພັນອັນໃກ້ຊິດ ກັບທຸກໆປະເທດ ໂດຍສະເພາະກໍ ແມ່ນສະຫະລັດ ເຊິ່ງພວກເຮົາເປັນພາຄີນຳກັນ ມາໄດ້ດົນນານແລ້ວ.”
ກ່ອນທີ່ຈະອອກເດີນທາງ ໃນວັນຈັນວານນີ້ ເພື່ອໄປຮ່ວມກອງປະຊຸມສຸດຍອດຂົງເຂດ ຢູ່ທີ່ປະເທດລາວ ທ່ານ Duterte ໄດ້ເຕືອນທ່ານໂອບາມາວ່າ ບໍ່ໃຫ້ສັ່ງສອນທ່ານ ກ່ຽວ ກັບການປາບປາມພວກຄ້າຢາເສບຕິດ ທີ່ເປັນຜົນເຮັດໃຫ້ ຫຼາຍກວ່າ 2,000 ຄົນ ຖືກຂ້າ ຕາຍ ນັບຕັ້ງແຕ່ທ່ານໄດ້ເຂົ້າຮັບຕຳແໜ່ງ ໃນເດືອນມິຖຸນາ ຜ່ານມາ.
ທ່ານ Duterte ໄດ້ກ່າວວ່າ “ທ່ານຕ້ອງໃຫ້ຄວາມເຄົາລົບນັບຖື. ບໍ່ພຽງແຕ່ຖາມພຸ້ນຖາມ ພີ້” ໂດຍທີ່ທ່ານ Duterte ໃຊ້ປະໂຫຍກ ໃນພາສາ Tagalog ສຳລັບຄຳວ່າ “ລູກໂສ ເພນີ” ຕໍ່ຈາກນັ້ນ ທ່ານໄດ້ເວົ້າວ່າ “Putang ina, ຂ້ອຍຈະດ່າເຈົ້າ ຢູ່ທີ່ກອງປະຊຸມ.”
ທ່ານໂອບາມາ ໃນຂັ້ນຕົ້ນ ບໍ່ຫົວຊາກັບຄຳເຫັນຂອງທ່ານ Duterte ເລີຍ ໂດຍບອກ ບັນດານັກຂ່າວວ່າ “ເປັນທີ່ແຈ່ມແຈ້ງແລ້ວ ທ່ານ Duterte ເປັນຄົນທີ່ມີສີສັນ.” ແຕ່ ທຳນຽບຂາວໄດ້ກ່າວວ່າ ຫຼັງຈາກນັ້ນ ທ່ານໂອບາມາ ໄດ້ຍົກເລີກແຜນການພົບປະກັນ ກັບທ່ານ Duterte ແລະ ຈະຈັດການເຈລະຈາກັບຜູ້ນຳຂອງເກົາຫຼີໃຕ້ ແທນ.
ຖະແຫລງການຈາກທ່ານ Duterte ໄດ້ສະແດງຄວາມເສຍໃຈ ທີ່ຄຳເຫັນຂອງທ່ານນັ້ນ ໄດ້ກໍ່ໃຫ້ເກີດ “ບັນຫາຖົກຖຽງກັນຫຼາຍ” ແລະໄດ້ກ່າວວ່າ ທ່ານຫວັງວ່າ ຈະໄດ້ “ແກ້ໄຂ ແນວຄິດທີ່ແຕກຕ່າງກັນ” ໃນອະນາຄົດ.
ທ່ານ Duterte ຜູ້ທີ່ໄດ້ໂຄສະນາຫາສຽງ ເພື່ອເປັນປະທານາທິບໍດີ ຟີລິບປິນ ດ້ວຍການ ໃຫ້ຄຳໝັ້ນສັນຍາວ່າ ຈະຍຸຕິການຄ້າຢາເສບຕິດ ໃນປະເທດຂອງທ່ານ ເຊິ່ງໄດ້ເຮັດໃຫ້ ອົງການປົກປ້ອງສິດທິມະນຸດທັງຫຼາຍ ເກີດຄວາມວິຕົກກັງວົນ ກ່ຽວກັບການປາບປາມ ທີ່ຮ້າຍແຮງຂອງທ່ານນັ້ນ. ທ່ານໄດ້ປົກປ້ອງການສັງຫານດັ່ງກ່າວ ໂດຍກ່າວວ່າ ທ່ານ ປະຕິບັດຕາມ ຄວາມມຸ້ງໝັ້ນຂອງພວກຄົນທີ່ໄດ້ເລືອກເອົາທ່ານ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ