ປະທານາທິບໍດີ ຟິລິບປີນ ທ່ານ Rodrigo Duterte ໄດ້ກ່າວຢ້ຳເຖິງເລື່ອງເຂດແດນ
ໃນການຂະຫຍາຍມິດຕະພາບຢ່າງວ່ອງໄວຂອງທ່ານກັບຈີນ ໂດຍຫ້າມບໍ່ໃຫ້ຈີນ
ດຳເນີນກິດຈະກຳຕ່າງໆ ຢູ່ນອກຝັ່ງ ມະຫາສະໝຸດປາຊິຟິກ ແລະຢືນຢັດໃຫ້ປັກກິ່ງ
ຫຼີກລ່ຽງການກໍ່ສ້າງໃໝ່ ໃນເຂດນ່ານນ້ຳ ທີ່ມີບັນຫາໂຕ້ແຍ້ງກັນນັ້ນ.
ປະທານາທິບໍດີ ຜູ້ຊຶ່ງໄດ້ປ່ຽນນະໂຍບາຍການຕ່າງປະເທດ ໃນປີ 2016 ໂດຍທີ່ໄດ້
ສ້າງສາຍພົວພັນມິດຕະພາບກັບຈີນ ຊຶ່ງຈີນໄດ້ໃຫ້ຄຳໝັ້ນສັນຍາໃນການກູ້ຢືມເງິນ
ການຊ່ອຍເຫຼືອລ້າ ແລະການລົງທຶນ ເປັນການຕອບແທນນັ້ນ ໄດ້ກ່າວໄປໃນວັນທີ
6 ເດືອນກຸມພາຜ່ານມານີ້ວ່າ ປະເທດຂອງທ່ານ ຈະບໍ່ສາມາດປ່ອຍໃຫ້ເຮືອຕ່າງດ້າວ
ເຂົ້າໄປສຳຫຼວດໃນເຂດ ທີ່ເອີ້ນວ່າ Philippine Rise ຊຶ່ງເປັນເຂດທີ່ຮາບພຽງທີ່ອຸດົມ
ສົມບູນໃຕ້ນ້ຳນັ້ນ ນອກເກາະ Luzon ທາງພາກຕາເວັນຕົກສຽງເໜືອຂອງນະຄອນ
ຫຼວງມະນີລາ. ທ່ານເຄີຍອະນຸຍາດ ໃຫ້ຈີນສຳຫຼວດຢູ່ທີ່ນັ້ນມາກ່ອນ ໃນຫຼາຍໆເດືອນ
ທີ່ຜ່ານມາ ແລະທ້າຍປີ 2016.
ໃນນຶ່ງສັບປະດາຕໍ່ມາ ໂຄສົກຂອງທ່ານ ໄດ້ກ່າວຢູ່ໃນໜ້າເວັບໄຊຂອງປະທານາທິ
ບໍດີວ່າ ເຈົ້າໜ້າທີ່ລັດຖະບານ “ຄັດຄ້ານແລະບໍ່ຮັບຮູ້ຊື່ທີ່ເປັນພາສາຈີນ” ໃນເຂດ
ຮາບພຽງ 5 ແຫ່ງ.
ແລະໃນມື້ວັນສຸກຜ່ານມາ ລັດຖະມົນຕີການຕ່າງປະເທດຟີລິບປິນ ກ່າວວ່າ ທັງສອງ
ຝ່າຍພວມຫາລືກັນ ກ່ຽວກັບການສຳຫຼວດຮ່ວມ ຢູ່ໃນບາງເຂດຂອງທະເລຈີນໃຕ້ ທີ່ແຕ່
ລະຝ່າຍຕ່າງກໍອ້າງເອົາກຳມະສິດນັ້ນ. ຈີນໄດ້ໃຫ້ຄວາມໝັ້ນໝາຍໃນການຫາລືດັ່ງກ່າວ
ນີ້ວ່າ ຈະບໍ່ສ້າງສິ່ງໃດກໍຕາມທີ່ບໍ່ມີຜູ້ຄົນອາໄສຢູ່ ດັ່ງທີ່ໄດ້ກຳນົດໄວ້ ຢູ່ໃນຂໍ້ຕົກລົງຫຼາຍ
ຝ່າຍ ທີ່ໄດ້ບັນລຸກັນໃນປີ 2002 ອີງຕາມກະຊວງການຕ່າງປະເທດຟີລິບປິນ ທີ່ໄດ້ກ່າວ
ໄວ້ໃນວັນທີ 14 ກຸມພາ ຜ່ານມານີ້.