ປະທານາທິບໍດີ ຟິລິບປີນ ທ່ານ Rodrigo Duterte ໄດ້ຂໍຮ້ອງໄປຍັງລັດຖະສະພາ
ໃຫ້ຕໍ່ເວລາໃນການໃຊ້ກົດໄອຍະການເສິກ ອອກໄປຈົນຮອດເດືອນທັນວາຈະມາ
ເຖິງນີ້ພຸ້ນ ໃນເກາະ Mindanao ທາງພາກໃຕ້ຂອງປະເທດ ບ່ອນທີ່ພວກທະຫານ
ພວມທຳການຕໍ່ສູ້ຢ່າງນອງເລືອດ ກັບກຸ່ມລັດອິສລາມ ມາເປັນເວລາ 2 ເດືອນແລ້ວນັ້ນ.
ມີຜູ້ຄົນຫຼາຍກວ່າ 500 ຄົນ ໄດ້ຖືກສັງຫານ ໃນການປະທະກັນນີ້ ຊຶ່ງມັນໄດ້ເລີ່ມຂຶ້ນ
ຫຼັງຈາກຄວາມພະຍາຍາມທີ່ປະສົບກັບຄວາມລົ້ມແຫຼວຂອງກອງກຳລັງຮັກສາຄວາມ
ປອດໄພທີ່ຈະຈັບກຸມ ທ້າວ Isnilon Hapilon ຜູ້ນຳກຸ່ມຫົວຮຸນແຮງທີ່ເປັນເຄືອຂ່າຍ
ກັບກຸ່ມລັດອິສລາມ. ພວກຫົວຮຸນແຮງທີ່ວ່ານີ້ ໄດ້ຈູດເຜົາຕຶກອາຄານຫຼາຍຫຼັງ ທີ່ຮວມ
ທັງໂບດ ແລະຈັບກຸມຜູ້ຄົນເພື່ອເປັນຕົວປະກັນ ຊຶ່ງພາໃຫ້ທ່ານ Duterte ປະກາດໃຊ້
ກົດໄອຍະການເສິກ ໃນ 60 ມື້ ທີ່ເລີ່ມແຕ່ວັນທີ 23 ພຶດສະພາ ຜ່ານມານັ້ນ ໃນເກາະທີ່
ມີຜູ້ຄົນອາໄສຢູ່ ຈຳນວນ 21 ລ້ານຄົນນັ້ນ.
ການປະກາດກົດໄອຍະການເສິກ ຂອງປະທານາທິບໍດີ ຈະໝົດອາຍຸ ໃນວັນເສົາ ທີ
22 ກໍລະກົດນີ້ ພາຍໃຕ້ກົດໝາຍລັດຖະທຳມະນູນຂອງຟິລິບປີນ. ໂຄສົກປະທານາ
ທິບໍດີ ທ່ານ Ernesto Abella ໄດ້ບອກກັບພວກນັກຂ່າວ ທີ່ນະຄອນຫຼວງມະນີລາ
ໃນວັນອັງຄານມື້ນີ້ວ່າ ທ່ານ Duterte ໄດ້ ພິຈາລະນາວ່າ ພວກກະບົດ ຍັງຈະບໍ່ສາມາດ
ເອົາຊະນະໄດ້ເທື່ອໃນຕອນນັ້ນ.
ມີພວກຫົວຮຸນແຮງ ຫຼາຍກວ່າ 400 ຄົນ ໄດ້ຖືກຂ້າຕາຍໃນການປະທະກັນດັ່ງກ່າວນີ້.