ຕຳຫຼວດ ຟີລິບປິນ ໄດ້ຈັບກຸມຫຼາຍກວ່າ 450 ຄົນໃນການບຸກກວດຄົ້ນ ຜູ້ທີ່ຖືກກ່າວຫາວ່າ ປະກອບທຸລະກິດເກມອອນໄລນ໌ ນອກປະເທດທີ່ດຳເນີນ ການໂດຍຄົນ ຈີນ ໃນນະຄອນຫຼວງ ມະນີລາ, ກຳມະການຕໍ່ຕ້ານກຸ່ມອາຊະຍາ ກອນຂອງປະເທດກ່າວ, ອີງຕາມລາຍງານຂອງອົງການຂ່າວ ເອແອັຟພີ.
ການສອບສວນເບື້ອງຕົ້ນຊີ້ໃຫ້ເຫັນວ່າ ສະຖານທີ່ໃນເຂດຊານເມືອງນັ້ນ ໄດ້ດຳເນີນການເປັນສູນຫຼອກລວງໂດຍແນເປົ້າໝາຍໃສ່ເຫຍື່ອໃນ ຈີນ ແລະ ອິນເດຍ ດ້ວຍການພະນັນກິລາ ແລະ ແຜນການລົງທຶນ, ຄະນະກຳ ມະການກ່າວ ຫຼັງຈາກການບຸກເຂົ້າກວດຄົ້ນ ເມື່ອວັນພະຫັດວານນີ້ ຊຶ່ງຄວບຄຸມ ຕົວຊາວ ຈີນ ໄດ້ 137 ຄົນ.
“ພວກເຮົາໄດ້ຈັບກຸມຜູ້ບໍລິຫານຊາວ ຈີນ ປະມານ 5 ຄົນ” ທ່ານ ກິລເບີໂຕ ຄຣູສ ປະທານຄະນະກຳມະການກ່າວກັບອົງການຂ່າວ ເອເອັຟພີ ໃນວັນສຸກມື້ນີ້ ແລະ ກ່າວເສີມວ່າ ພວກເຂົາອາດຖືກຕັ້ງຂໍ້ຫາຄ້າມະນຸດນຳດ້ວຍ.
ຜູ້ໃຫ້ບໍລິການເກມອອນໄລນ໌ຂອງ ຟີລິບປິນ ຫຼື POGO ຊຶ່ງຖືກຫ້າມໂດຍປະ ທານາທິບໍດີ ເຟີດີນານ ມາກອສ ຈູເນຍ ເມື່ອປີທີ່ຜ່ານມາ ມີລາຍງານວ່າ ກຸ່ມອາຊະຍາກອນດັ່ງກ່າວ ໃຊ້ຜູ້ໃຫ້ບໍລິການເກມອອນໄລນ໌ເຫຼົ່ານີ້ ເປັນທີ່ກຳບັງໃນການຄ້າມະນຸດ ຟອກເງິນ ສໍ້ໂກງທາງອອນໄລນ໌ ລັກພາຕົວ ແລະ ແມ່ນແຕ່ຄາດຕະກຳ.
ທ່ານ ຄຣູສ ກ່າວວ່າ “ການບຸກໂຈມຕີຄັ້ງນີ້ພິສູດໃຫ້ເຫັນວ່າ ພະນັກງານ POGO ກ່ອນໜ້ານີ້ ຍັງຄົງພະຍາຍາມດຳເນີນກິດຈະກຳຫຼອກລວງຕໍ່ໄປ ເຖິງແມ່ນຈະມີການຫ້າມກໍຕາມ.”
ກ່ອນໜ້ານີ້ ທ່ານໄດ້ບອກກັບອົງການຂ່າວ AFP ວ່າ ຊາວ ຈີນ ປະມານ 21,000 ຄົນຍັງຄົງດໍາເນີນທຸລະກິດຫຼອກລວງຂະໜາດນ້ອຍໃນປະເທດ ນັບຕັ້ງແຕ່ມີການຫ້າມເກມອອນໄລນ໌.
ມັນໄດ້ມີຄວາມເປັນຫ່ວງລະດັບນານາຊາດຫຼາຍຂຶ້ນໃນໄລຍະບໍ່ເທົ່າໃດປີທີ່ຜ່ານ ມາ ກ່ຽວກັບການຫຼອກລວງທີ່ຄ້າຍກັນໃນປະເທດອື່ນໆ ຢູ່ໃນເອເຊຍ ຊຶ່ງມັກມີ ພະນັກງານເປັນເຫຍື່ອການຄ້າມະນຸດທີ່ຖືກຫຼອກ ຫຼື ບັງຄັບໃຫ້ສົ່ງເສີມການລົງ ທຶນສະກຸນເງິນດິຈິຕອລປອມ ແລະ ການສໍ້ໂກງອື່ນໆ.
ປະທານາທິບໍດີ ມາກອສ ໄດ້ນຳເອົາ POGO ມາເປັນປະເດັນສຳຄັນໃນການ ຫາສຽງໃນຊ່ວງກ່ອນການເລືອກຕັ້ງກາງສະໄໝ ໃນເດືອນພຶດສະພາທີ່ຜ່ານມາ ໂດຍອ້າງເຖິງການຍອມຮັບຂອງອະດີດປະທານາທິບໍດີ ໂຣດຣິໂກ ດູເຕີເຕ ທີ່ມີຕໍ່ສະຖານທີ່ດັ່ງກ່າວວ່າເປັນຫຼັກຖານຂອງຄວາມສຳພັນທີ່ໃກ້ຊິດເກີນໄປກັບ ຈີນ.
ການບຸກກວດຄົ້ນໃນວັນພະຫັດວານນີ້ ຖືເປັນການບຸກກວດຄົ້ນຄັ້ງຫຼ້າສຸດໃນປີນີ້ ລວມເຖິງການບຸກກວດຄົ້ນເມື່ອເດືອນມັງກອນທີ່ຜ່ານມາ ຊຶ່ງເຮັດໃຫ້ຊາວຕ່າງ ຊາດປະມານ 400 ຄົນ ຖືກຈັບກຸມໃນນະຄອນຫຼວງດັ່ງກ່າວ ລວມທັງຊາວຈີນ ຈຳນວນຫຼາຍ.
ສະຖາບັນສັນຕິພາບແຫ່ງ ສະຫະລັດ ເຊິ່ງແມ່ນສະຖາບັນນັກວິໄຈທີ່ມີຫ້ອງການ ຕັ້ງຢູ່ນະຄອນຫຼວງ ວໍຊິງຕັນ ໄດ້ເປີດເຜີຍໃນລາຍງານເມື່ອເດືອນຍພຶດສະພາປີ 2024 ວ່າ ຜູ້ຫຼອກລວງທາງອອນໄລນ໌ແນເປົ້າໝາຍໃສ່ເຫຍື່ອຫຼາຍລ້ານຄົນ ທົ່ວໂລກ ແລະ ກວາດລາຍໄດ້ຕໍ່ປີໄປ 64,000 ລ້ານໂດລາ.
ອ່ານຂ່າວນີ້ເປັນພາສາອັງກິດ
Philippine police arrested more than 450 people in a raid on an allegedly Chinese-run offshore gaming operator in Manila, the country's anti-organized crime commission has said.
Initial interrogations suggested the suburban site had been operating as a scam center, targeting victims in China and India with sports betting and investment schemes, the commission said after the Thursday raid, which saw 137 Chinese nationals detained.
"We arrested around five Chinese bosses," commission chief Gilberto Cruz told AFP on Friday, adding they faced potential trafficking charges.
Banned by President Ferdinand Marcos last year, Philippine online gaming operators, or POGOs, are said to be used as cover by organized crime groups for human trafficking, money laundering, online fraud, kidnappings and even murder.
"This raid proves that the previous POGO workers are still trying to continue their scamming activities despite the ban," Cruz said.
He previously told AFP that about 21,000 Chinese nationals have continued to operate smaller-scale scam operations in the country since the online gaming ban.
International concern has grown in recent years over similar scam operations in other Asian nations that are often staffed by trafficking victims tricked or coerced into promoting bogus cryptocurrency investments and other cons.
President Marcos has put POGOs at the center of recent campaign messaging in the run-up to May mid-term elections, framing predecessor Rodrigo Duterte's alleged tolerance of the sites as evidence of a too-cozy relationship with China.
Thursday's raid is the latest in a series of busts this year, including one in January that saw some 400 foreigners arrested in the capital, including many Chinese nationals.
The Washington-based think tank United States Institute of Peace said in a May 2024 report that online scammers target millions of victims around the world and rake in annual revenues of $64 billion.
ຟໍຣັມສະແດງຄວາມຄິດເຫັນ