ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຜູ້​ບັນ​ຊາ​ການ​ທະ​ຫານ​ຟີ​ລິບ​ປິນ ຢູ່​ເທິງ​ເຮືອ ທີ່​ຖືກ​ຮາ​ວີ ໂດຍ​ຈີນ


ກຳ​ປັ່ນ​ໜ່ວຍ​ຍາມ​ຝັ່ງ​ຈີນ ໃຊ້​ທໍ່​ສີດ​ນ້ຳ​ຂະ​ໜາດ​ໃຫຍ່ ສີດ​ເຂົ້າ​ໃສ່​ເຮືອ​ຂົນ​ສົ່ງ​ເຄື່ອງ M/L Kalayaan ຂອງ​ຟີ​ລິບ​ປິນ ຂະ​ນະ​ທີ່​ເຮືອ​ລຳ​ດັ່ງ​ກ່າວ​ແລ່ນ​ເຂົ້າ​ໄປ​ໃກ້​ເກາະ​ຫາດ​ໂທ​ມາ​ສ​ທີ​ສອງ ໃນ​ເຂດ​ທະ​ເລ​ຈີນ​ໃຕ້ ທີ່​ມີ​ການ​ຂັດ​ແຍ້ງ ເມື່ອ​ວັນ​ທີ 10 ທັນ​ວາ 2023.
ກຳ​ປັ່ນ​ໜ່ວຍ​ຍາມ​ຝັ່ງ​ຈີນ ໃຊ້​ທໍ່​ສີດ​ນ້ຳ​ຂະ​ໜາດ​ໃຫຍ່ ສີດ​ເຂົ້າ​ໃສ່​ເຮືອ​ຂົນ​ສົ່ງ​ເຄື່ອງ M/L Kalayaan ຂອງ​ຟີ​ລິບ​ປິນ ຂະ​ນະ​ທີ່​ເຮືອ​ລຳ​ດັ່ງ​ກ່າວ​ແລ່ນ​ເຂົ້າ​ໄປ​ໃກ້​ເກາະ​ຫາດ​ໂທ​ມາ​ສ​ທີ​ສອງ ໃນ​ເຂດ​ທະ​ເລ​ຈີນ​ໃຕ້ ທີ່​ມີ​ການ​ຂັດ​ແຍ້ງ ເມື່ອ​ວັນ​ທີ 10 ທັນ​ວາ 2023.

ຜູ້​ບັນ​ຊາ​ການ​ທະ​ຫານ ​ຂອງ​ຟີ​ລິບ​ປິນ ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ທ່ານ​ຢູ່​ກັບພວກ​ທະ​ຫານ​ຂອງ​ທ່ານ ເທິງ​ກຳ​ປັ່ນ​ຂົນ​ເຄື່ອ​ງ​ຂອງ​ຟີ​ລິບ​ປິນ ເວ​ລາ​ກຳ​ປັ່ນ​ດັ່ງ​ກ່າວ ​ຖືກ​ສີດ​ນ້ຳ​ເຂົ້າ​ໃສ່ ຫ້ອມ​ລ້ອມ ແລະ​ຜັກ​ດັນ​ໂດຍ​ກຳ​ປັ່ນ​ຂອງ​ໜ່ວຍ​ຍາມ​ຝັ່ງ​ຈີນ ​ເມື່ອ​ທ້າຍ​ສັບ​ປະ​ດາ​ທີ່​ຜ່ານ​ມານີ້ ຢູ່​ໃນ​ບໍ​ລິ​ເວນ​ໝູ່​ເກາະ​ທີ່​ມີ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຈີນ​ໃຕ້ ອີງ​ຕາມ​ລາຍ​ງານ​ອົງ​ການ​ຂ່າວ​ເອ​ພີ.

ຈີນ ໃນ​ຂະ​ນະ​ດຽວ​ກັນ ກໍ​ກ່າວ​ຫາ​ສະ​ຫະ​ລັດ​ ຊຶ່ງ​ເປັນຄູ່​ແຂ່ງ​ທີ່​ສຳ​ຄັນ​ວ່າ ຊຸກ​ຍູ້​ໃຫ້​ຟີ​ລິບ​ປິນ ທີ່​ເປັນ​ພັນ​ທະ​ມິດ​ຕາມ​ສົນ​ທິ​ສັນ​ຍາ ຍົ້ວ​ຍຸ​ຈີນ​ເພື່ອ​ຈຸດ​ປະ​ສົງ​ຂອງ​ຕົນ ​ແຕ່​ບໍ່​ໄດ້​ສະ​ໜອງ​ຫຼັກ​ຖານ​ໃດໆ.

ການ​ປະ​ເຊີນ​ໜ້າ​ຢ່າງ​ຮຸນ​ແຮງ ​ທີ່​ຕິດ​ຕໍ່​ກັນ​ຫຼາຍມື້ ​ແມ່ນ​ໄດ້​ເນັ້ນ​ໃຫ້​ເຫັນ​ເຖິງ​ການ​ຕັດ​ສິນ​ໃຈ​ຂອງ​ຈີນເພື່ອ​ຈະ​ສະ​ແດງ ​ການ​ອ້າງ​ກຳ​ມະ​ສິດ​ຂອງ​ຕົນ ​ເອົາ​ເກືອບ​ທັງ​ໝົດຂອງ​ທະ​ເລ​ຈີນ​ໃຕ້ ເຖິງ​ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້ ​ໃນ​ການ​ທີ່​ຈະ​ກໍ່​ໃຫ້​ເກີດ​ບັນ​ຫາ​ຂັດ​ແຍ້ງ​ຂະ​ໜາດ​ໃຫຍ່ ທີ່​ຈະ​ມີ​ຜົນ​ກະ​ທົບ​ຕໍ່​ການ​ຂົນ​ສົ່ງ​ ແລະ​ກິດ​ຈະ​ກຳ​ອື່ນໆ​ທາງ​ທະ​ເລ ​ຢູ່​ໃນ​ເຂດ​ນ່ານ​ນ້ຳ​ທີ່​ມີ​ຄວາມ​ສຳ​ຄັນ​ດັ່ງ​ກ່າວ​ກໍ​ຕາມ.

ນາຍ​ພົນ​ໂຣ​ເມ​ໂອ ບ​ຣາວ​ເນີ້ ຈູ​ເນຍ (Romeo Brawner Jr.) ກ່າວ​ຕໍ່​ອົງ​ການ​ຂ່າວ​ເອ​ພີ ໃນ​ການ​ໃຫ້​ສຳ​ພາດ​ທາງ​ໂທ​ລະ​ສັບ​ວ່າ ຈີນ​ໄດ້​ເພີ້ມ​ທະ​ວີ​ການ​ຮຸກ​ຮານ​ຂອງ​ຕົນ ຢູ່​ໃນ​ເຂດ​ນ່ານ​ນ້ຳ​ທີ່​ມີ​ການ​ຂັດ​ແຍ້ງ ແຕ່​ກໍ​ກ່າວ​ວ່າ ມັນ​ຈະ​ບໍ່​ສາ​ມາດ​ຂັດ​ຂວາງ​ກຳ​ລັງ​ຟີ​ລິ​ບ​ປິນ ໃນ​ການ​ປ້ອງ​ກັນ​ຜົນ​ປະ​ໂຫຍດ​ດ້ານ​ເຂດ​ນ້ຳ​ແດນ​ດິນ​ຂອງ​ຕົນ​.

ມີ​ກຳ​ປັ່ນ​ຂອງ​ທາງ​ແລະ​ກຳ​ປັ່ນ​ອື່ນໆ​ຂອງ​ລັດ​ຖະ​ບານ​ຈີນ ຫຼາຍກວ່າ 100 ລຳໄດ້​ແລ່ນ​ຢູ່​ໃນ​ເຂດ​ທະ​ເລ ອ້ອມ​ແອ້ມ​ບໍ​ລິ​ເວນ​ເກາະ​ຫາດ​ໂທ​ມາ​ສ​ທີ​ສອງ ທີ່​ມີ​ການ​ຂັດ​ແຍ້ງ​ກັນ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ບ່ອນ​ທີ່​ກຳ​ປັ່ນລຳ​ນຶ່ງ​ ຂອງກອງ​ທັບ​ເຮືອ​ຟີ​ລິບ​ປິນ ທີ່​ນາຍ​ພົນ​ບ​ຣາວ​ເນີ້​ໄປ​ຢ້ຽມ ໄດ້​ຖືກ​ນຳ​ໄປ​ຈອດ​ຄ້າງ​ໂຄກ​ໄວ້​ທີ່ນັ້ນ ຫຼາຍ​ທົດ​ສະ​ວັດ​ແລ້ວ. ທ່ານ​ກ່າວ​ວ່າ ການ​ມີ​ໜ້າ​ຂອງ​ພວກ​ເຂົາ​ ແມ່ນ​ໃຫຍ່ກວ່າ​ໃນ​ເດືອນ​ກ່ອນໆ​ຫຼາຍ​ເທົ່າ.

“ມັນ​ເປັນ​ການ​ຮຸກ​ຮານ​ແທ້ໆ” ນາຍ​ພົນ​ບ​ຣາວ​ເນີ້​ກ່າວ. ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ກັບ​ຕາ​ຫຼາຍໆ​ເທື່ອ​ມາ​ແລ້ວ ທີ່​ກຳ​ປັ່ນ​ຍາມ​ຝັ່ງ​ຂະ​ໜາດ​ໃຫຍ່​ຂອງ​ຈີນ ແລະ​ກຳ​ປັ່ນ​ຂອງ​ພວກ​ທະ​ຫານ​ບ້ານ ໄດ້​ຕັດ​ເສັ້ນ​ທາງ​ຂອງ​ພວກ​ເຮົາ. ພວກ​ເຂົາສີດ​ນ້ຳ​ຢ່າງ​ແຮງ​ເຂົ້າ​ໃສ່​ພວກ​ເຮົາ ຫຼັງ​ຈາກນັ້ນ ​ກໍ​ໄດ້​ແລ່ນ​ເຂົາຕຳ​ພວກ​ເຮົາ. ມັນ​ເປັນ​ເລື້ອງ​ທີ່​ໜ້າ​ຢາກ​ຮ້າຍ​.”

ອ່ານ​ຂ່າວນີ້​ຕື່ມ​ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG