ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າເມືອງຟີລິບປິນ ຖືກຂ້າຕາຍ ໃນການຍິງ ຕໍ່ສູ້ກັບຕຳຫຼວດ


ຕຳຫຼວດກວດເບິ່ງສິ່ງຂອງໃນລົດ ລຸນຫລັງການປະຕິບັດງານ ທີ່ເມືອງ Makilala ແຂວງ Cotabato ເໜືອ ໃນພາກໃຕ້ຟີີລິບປິນ.
ຕຳຫຼວດກວດເບິ່ງສິ່ງຂອງໃນລົດ ລຸນຫລັງການປະຕິບັດງານ ທີ່ເມືອງ Makilala ແຂວງ Cotabato ເໜືອ ໃນພາກໃຕ້ຟີີລິບປິນ.

ເຈົ້າ​ເມືອງ​ຄົນ​ນຶ່ງ ​ຂອງຟີ​ລິບ​ປິນ ທີ່​ໄດ້​ຖືກ​ລະບຸ​ຊື່​ ຢ່າງ​ເປັນ​ການ​ເປີດ​ເຜີຍໂດຍ​ປະທານາ ທິບໍດີ Rodrigo Duterte ວ່າມີ​ສ່ວນ​ພົວພັນ ​ກັບ​ການ​ຄ້າ​ຢາ​ເສບ​ຕິດ​ທີ່​ຜິດ​ກົດໝາຍ ​ໄດ້​ຖືກ​ຍິງ​ຕາຍ​ໂດຍ​ຕຳຫຼວດ ​ໃນ​ການ​ຍິງ​ຕໍ່ສູ້​ກັນໃນ​ວັນ​ສຸກ​ມື້ນີ້.

​ເຈົ້າ​ເມືອງ Samudin Dimaukom of Datu Saui Ampatuan ​ແລະ​ອີກ 9 ຄົນ​ໄດ້​ຖືກ ຍິງ​ຕາຍ​ໂດຍ​ຕຳຫຼວດ ​ໃນ​ການ​ຍິງ​ຕໍ່ສູ້​ກັນ​ມື້ນີ້.

ລາຍ​ງານ​ສື່​ມວນ​ຊົນ​ແຈ້ງວ່າ ຜູ້​ຄົນ​ທີ່ຢູູ່​ໃນ​ຂະ​ບວນລົດ ​ຂອງ​ເຈົ້າ​ເມືອງ ​ໄດ້​ຍິງ​ປືນ​ໃສ່​ຕຳ ຫຼວດຢູ່​ດ່ານ​ກວດ​ແຫ່ງ​ນຶ່ງທີ່​ເມືອງ Makilala ແຂວງ Cotabato ເໜືອ.

ຜູ້​ບັນຊາ​ການ​ຕຳຫຼວດ​ປະຈຳ​ຂົງ​ເຂດ ທ່ານ Romeo Galgo Jr. ກ່າວ​ວ່າ ມັນ​ເປັນ​ການ​ປະຕິບັດ​ງານ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ ​ແຕ່​ພວກ​ເຂົາ​ເຈົ້າ​ໄດ້​ຍິງ​ປືນ​ໃສ່​ກຳລັງ​ຂອງ​ພວກ​ເຮົາ.

ທ່ານ Duterte ​ໄດ້​ຊະນະ​ການ​ເລືອກ​ຕັ້ງປະທານາທິບໍດີ​ໃນຕົ້ນປີນີ້ ສ່ວນ​ໃຫຍ່ແລ້ວ​ແມ່ນ​ອີງ​ຕາມ​ການ​ໃຫ້​ຄຳ​ໝັ້ນ​ສັນຍາ​ຂອງ​ທ່ານ ທີ່​ຈະ​ແນ​ເປົ້າໝາຍ​ໃນ​ການ​ປາບ​ປາມ​ໃສ່​ພວກ​ຄ້າ​ຢາ​ເສບ​ຕິດ​ແລະອາ​ຊະ​ຍາກ​ອນ.

ຕຳຫຼວດຟີ​ລິບ​ປິນ ​ແລະ​ພວກ​ພົນລະ​ເຮືອນ​ໄດ້​ສັງຫານ​ຢ່າງ​ໜ້ອຍ 3,600 ຄົນ​ທີ່​ໃຊ້​ແລະ​ຄ້າຢາ​ເສບ​ຕິດ ນັບ​ແຕ່​ທ່ານ Duterte ​ເຂົ້າຮັບ​ຕຳ​ແໜ່​ງ ​ໃນ​ເດືອນ​ມິຖຸນາ​ເປັນຕົ້ນມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Philippines Violence
please wait
Embed

No media source currently available

0:00 0:00:43 0:00

XS
SM
MD
LG