ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຜູ້ນຳ ຟີລິບປິນ ເຊື່ອມໂຍງ ນັກການເມືອງ ແລະ ທະຫານ ໃສ່ການຄ້າຢາ ເສບຕິດ


ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ເປີດເຜີຍລາຍຊື່ຫຼາຍກວ່າ 150 ຄົນ ລວມມີ ຜູ້ພິພາກສາ, ເຈົ້າເມືອງ, ສະມາຊິກສະພາ ແລະ ເຈົ້າໜ້າທີ່ທະຫານ, ທີ່ທ່ານກ່າວວ່າ ມີການເຊື່ອມຕໍ່ກັບການຄ້າຢາເສບຕິດ
ທີ່ຜິດກົດໝາຍ.
ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ເປີດເຜີຍລາຍຊື່ຫຼາຍກວ່າ 150 ຄົນ ລວມມີ ຜູ້ພິພາກສາ, ເຈົ້າເມືອງ, ສະມາຊິກສະພາ ແລະ ເຈົ້າໜ້າທີ່ທະຫານ, ທີ່ທ່ານກ່າວວ່າ ມີການເຊື່ອມຕໍ່ກັບການຄ້າຢາເສບຕິດ ທີ່ຜິດກົດໝາຍ.

ປະທານາທິບໍດີ ແຫ່ງປະເທດ ຟີລິບປິນ ໄດ້ເປີດເຜີຍລາຍຊື່ຂອງຫຼາຍກວ່າ 150 ຄົນ ທີ່ມີ ຜູ້ພິພາກສາ, ເຈົ້າເມືອງ, ສະມາຊິກສະພາ ແລະ ເຈົ້າໜ້າທີ່ທະຫານ, ທີ່ທ່ານກ່າວວ່າ ມີ ການເຊື່ອມຕໍ່ກັບການຄ້າຢາເສບຕິດທີ່ຜິດກົດໝາຍ.

ທ່ານ Rodrigo Duterte ໄດ້ຖອນໃບອະນຸຍາດນຳໃຊ້ປືນຂອງທຸກຄົນທີ່ຢູ່ໃນລາຍຊື່ ແລະ ໄດ້ແນະນຳໃຫ້ພວກເຂົາມອບຕົວໃນວັນຈັນມື້ອື່ນນີ້ ສຳລັບການສືບສວນສອບສວນ ເພື່ອສະສາງລາຍຊື່ຂອງພວກເຂົາເຈົ້າ.

ນອກນັ້ນ ຜູ້ນຳທີ່ເປັນບັນຫາຂັດແຍ້ງ, ໃນການຖະແຫຼງການອອກໂທລະພາບທົ່ວປະເທດ ໃນວັນເສົາວານນີ້, ຍັງໄດ້ສັ່ງໃຫ້ຕຳຫຼວດ ແລະ ເຈົ້າໜ້າທີ່ທະຫານ ທີ່ໄດ້ຖືກແຕ່ງຕັ້ງໃຫ້ ໄປປົກປ້ອງບາງຄົນທີ່ຢູ່ໃນລາຍຊື່ນັ້ນຖອນຕົວກັບຄືນສູ່ໜ່ວຍງານຂອງພວກເຂົາເຈົ້າ.

ນັບຕັ້ງແຕ່ທ່ານ Duterte ໄດ້ເຂົ້າກຳຕຳແໜ່ງໃນທ້າຍເດືອນມິຖຸນາທີ່ຜ່ານມາ, ສົງຄາມ ຂອງທ່ານ ກັບຢາເສບຕິດໄດ້ເຮັດໃຫ້ຜູ້ຕ້ອງສົງໄສຄ້າຢາເສບຕິດຫຼາຍຮ້ອຍຄົນເສຍຊີວິດ ແລະ ຫຼາຍພັນຄົນຖືກຈັບກຸມ, ໃນຂະນະທີ່ຫຼາຍຮ້ອນພັນຄົນໄດ້ເຂົ້າມອບຕົວໃຫ້ແກ່ບັນ ດາເຈົ້າໜ້າທີ່.

ທ່ານ Duterte ໄດ້ເປັນທີ່ຮູ້ຈັກຍ້ອນການບັງຄັບໃຊ້ກົດໝາຍຢາເສບຢ່າງບໍ່ປານີ ໃນເວລາ ທີ່ທ່ານເປັນເຈົ້າແຂວງ Davao, ເຊິ່ງເປັນແຂວງທີ່ໃຫຍ່ທີ່ສຸດອັນດັບ 2 ຂອງ ຟີລິບປິນ. ທ່ານໄດ້ປະຕິຍານຕົນວ່າຈະເປັນປະທານາທິບໍດີ ເພື່ອເຮັດໃນສິ່ງດຽວກັນ ສຳລັບປະເທດ ຄືຮັບມືກັບການຄ້າຢາເສບຕິດທີ່ຜິດກົດໝາຍ.

ທ່ານປະທານາທິບໍດີໄດ້ກ່າວວ່າ ທ່ານຈະຮັບເອົາຄວາມຮັບຜິດຊອບທັງໝົດ ຖ້າຊື່ຂອງຜູ້ ໃດທີ່ຢູ່ໃນບັນຊີລາຍຊື່ຫາກປາກົດວ່າເປັນຜູ້ບໍລິສຸດ.

ໃນການໃຫ້ຄຳປາໄສໃນພິທີເຂົ້າຮັບຕຳແໜ່ງເມື່ອວັນທີ 30 ມິຖຸນາທີ່ຜ່ານມານີ້, ທ່ານ Duterte ໄດ້ສັນຍາວ່າຈະກວດລ້າງການສໍ້ລາດບັງຫຼວງ ແລະ ຢາເສບຕິດ. ດ້ວຍການ ໃຊ້ພາສາທີ່ຮຸນແຮງ ເຊິ່ງເປັນບຸກຄະລິກຂອງທ່ານ, ທ່ານຍັງໄດ້ຮັບມືກັບຄວາມສົງໄສ ທີ່ ວ່າທ່ານໄດ້ສົ່ງກອງທັບໜ່ວຍກ້າຕາຍໄປປະຕິບັດຕາມຄຳສັ່ງໃນແຂວງ Davao ອີກ ດ້ວຍ.

XS
SM
MD
LG