ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳຟີລິບປິນ ໃຫ້​ການ​ອະ​ນຸ​ມັດ​ຕໍ່ຮ່າງກົດໝາຍ ທີ່ເພີ້ມອາຍຸ ການຍິນຍອມທາງເພດ ຈາກ 12 ຂຶ້ນເປັນ 16 ປີ


ພາບນີ້ຖ່າຍຈາກວີດີໂອ ຢູ່ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ ສະແດງໃຫ້ເຫັນປະທານາທິບໍດີ ຟີລິບປິນ ທ່ານໂຣດຣິໂກ ດູເຕີເຕ ກ່າວຖະແຫລງທາງໄກ ຕໍ່ກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 76 ຂອງສະຫະປະຊາຊາດ ຊຶ່ງໄດ້ຖືກບັນທຶກໄວ້ລ່ວງໜ້າ, ເມື່ອວັນທີ 21 ກັນຍາ 2021.
ພາບນີ້ຖ່າຍຈາກວີດີໂອ ຢູ່ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ ສະແດງໃຫ້ເຫັນປະທານາທິບໍດີ ຟີລິບປິນ ທ່ານໂຣດຣິໂກ ດູເຕີເຕ ກ່າວຖະແຫລງທາງໄກ ຕໍ່ກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 76 ຂອງສະຫະປະຊາຊາດ ຊຶ່ງໄດ້ຖືກບັນທຶກໄວ້ລ່ວງໜ້າ, ເມື່ອວັນທີ 21 ກັນຍາ 2021.

ປະທານາທິບໍດີ ຟີລິບປິນ ທ່ານໂຣດຣິໂກ ດູເຕີເຕ (Rodrigo Duterte) ໄດ້ລົງນາມຮ່າງກົດໝາຍສະບັບນຶ່ງໃຫ້​ມີ​ຜົນບັງຄັບໃຊ້ ທີ່​ເພີ້ມອາຍຸຂັ້ນຕ່ຳ​ສຸດຂອງການຍິນຍອມ​ ໃນ​ການມີເພດສຳພັນ ຈາກ 12 ປີ ​ຂຶ້ນເປັນ 16 ປີ ດັ່ງທີ່ສຳນັກງານຂອງທ່ານໄດ້ກ່າວ ໃນວັນຈັນມື້ນີ້ ໃນການພະຍາຍາມເພື່ອປົກປ້ອງພວກເດັກນ້ອຍເຍົາໄວຈາກການຖືກຂົ່ມຂືນ ແລະການລ່ວງລະເມີດທາງເພດ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

​ອົງ​ການກອງທຶນເດັກຂອງສະຫະປະຊາຊາດ ຫຼື UNICEF ເປີດເຜີຍວ່າ ຈົນເຖິງເວລານີ້ ຟີລິບປິນ ມີກົດໝາຍອາຍຸຂັ້ນຕ່ຳໃນການຍິນຍອມມີເພດສຳພັນ ທີ່ຕ່ຳທີ່ສຸດໃນໂລກ ຊຶ່ງນຳຫລັງປະເທດໄນຈີເຣຍ ທີ່ມີອາ 11 ປີ ອີງຕາມອົງການ UNICEF.

ເຄື່ອງໝາຍຂອງອົງການ UNICEF ເຫັນໄດ້ໃນພາບນີ້ ຢູ່ນອກສຳນັກງານຂອງຕົນ ໃນນະຄອນເຈນີວາ ຂອງສະວິດເຊີແລນ, ວັນທີ 30 ມັງກອນ 2017. (Denis Balibouse/Reuters)
ເຄື່ອງໝາຍຂອງອົງການ UNICEF ເຫັນໄດ້ໃນພາບນີ້ ຢູ່ນອກສຳນັກງານຂອງຕົນ ໃນນະຄອນເຈນີວາ ຂອງສະວິດເຊີແລນ, ວັນທີ 30 ມັງກອນ 2017. (Denis Balibouse/Reuters)

ການສຶກສາຮ່ວມໃນປີ 2015 ໂດຍອົງການ UNICEF ແລະສູນກາງຊັບພະຍາກອນເພື່ອແມ່ຍິງ ເຊິ່ງເປັນກຸ່ມທີ່ບໍ່ຂຶ້ນກັບລັດຖະບານຂອງທ້ອງຖິ່ນ ໄດ້ສະແດງໃຫ້ເຫັນຜູ້ເຄາະຮ້າຍທີ່ຖືກຂົ່ມຂືນ 7 ຄົນໃນ 10 ຢູ່ຟີລິບປິນ ແມ່ນເດັກນ້ອຍ. ນຶ່ງໃນຫ້າຄົນໃດທີ່ເປັນຈຳເລີຍ ມີອາຍຸ 13 ຫາ 17 ປີ ໄດ້ລາຍງານວ່າ ໄດ້ປະສົບກັບຄວາມຮຸນແຮງທາງເພດ ໃນຂະນະດຽວກັນ ນຶ່ງໃນ 25 ຄົນໃດ ໄດ້ປະສົບກັບການບັງຄັບໃຫ້ແຕ່ງງານຫຼັງຈາກເພດສຳພັນ ໃນລະຫວ່າງຍັງເຍົາໄວ ດັ່ງທີ່ການສຶກສາໄດ້ກ່າວ.

ພາຍໃຕ້ການຮັບຮອງຮ່າງກົດໝາຍໂດຍທ່ານດູເຕີເຕ ຊຶ່ງເປັນກາງທາງເພດນັ້ນ ຜູ້ໃຫຍ່ຄົນໃດ ທີ່ພົວພັນກັບຜູ້ໃດຜູ້ນຶ່ງທີ່ມີອາຍຸ 16 ປີ ຫຼືຕ່ຳກວ່ານັ້ນ ຈະເປັນການຂົ່ມຂືນທີ່ຜິດກົດ ເວັ້ນເສຍແຕ່ວ່າ ອາຍຸທີ່ແຕກຕ່າງລະຫວ່າງຄູ່ກລະນີ ແມ່ນສາມປີ ຫຼື ຕ່ຳກວ່າ ແລະການມີເພດສຳພັນນັ້ນ ເປັນຄວາມຍິນຍອມ ແລະບໍ່ໄດ້ເປັນການລ່ວງລະເມີດ ຫຼືເປັນການສະແຫວງຫາຜົນປະໂຫຍດ.

ການຍົກເວັ້ນນີ້ ຈະບໍ່ມີຜົນບັງຄັບໃຊ້ຖ້ານຶ່ງໃນຂໍ້ທີ່ກ່າວເຫຼົ່ານັ້ນ ກ່ຽວຂ້ອງກັບເດັກອາຍຸຕ່ຳກວ່າ 13 ປີ.

ທ່ານນາງ ໂຈຊາລີ ດຽນລາ (Josalee Deinla) ໂຄສົກຂອງອົງການສະຫະພັນທະນາຍຄວາມແຫ່ງຊາດຂອງປະຊາຊົນ ຊຶ່ງສະໜອງການຊ່ອຍເຫຼືອທາງດ້ານກົດໝາຍ ແກ່ຜູ້ທຸກຍາກ ແລະຜູ້ທີ່ດ້ອຍໂອກາດ ໃນຟີລິບປິນ ໄດ້ກ່າວວ່າ “ພວກເຮົາຍິນດີນຳຄວາມຄືບໜ້າທາງດ້ານກົດໝາຍນີ້ ແລະຫວັງວ່າມັນຈະຊ່ອຍປົກປ້ອງພວກເດັກຍິງໄວໜຸ່ມຈາກການຖືກຂົ່ມຂືນ ແລະການລ່ວງລະເມີດທາງເພດ.”

ສ່ວນທ່ານລໍເຣັນສ໌ ຟອຣທູນ (Lawrence Fortun) ນຶ່ງໃນຜູ້ສະໜັບສະໜຸນຕົ້ນຕໍຂອງຮ່າງກົດໝາຍ ໄດ້ອະທິບາຍວ່າ ມັນເປັນ “ບາດກ້າວໄປໜ້າທີ່ສຳຄັນ.”

ທ່ານກ່າວໃນຖະແຫລງການສະບັບນຶ່ງວ່າ “ຂ້າພະເຈົ້າຮູ້ສຶກດີໃຈທີ່ຄວາມພະຍາ ຍາມຮ່ວມກັນຂອງພວກເຮົາ ໃນການຊຸກຍູ້ ເພື່ອໃຫ້ມີການປົກປ້ອງທີ່ເຂັ້ມແຂງກວ່າເກົ່າ ຕໍ່ການຂົ່ມຂືນ ແລະຮູບແບບຂອງການລ່ວງລະເມີດອື່ນໆ ແມ່ນມີຄວາມກ້າວໜ້າ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG