ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມນັກ​ເຄື່ອນ​ໄຫວ ຟີລິບປິນ ເອີ້ນພາລະກິດພົນລະ ເຮືອນ ຢູ່ທະເລຈີນໃຕ້ວ່າ 'ໄຊຊະນະທີ່ສຳຄັນ'


ໃນຮູບນີ້ທີ່ສະໜອງໂດຍ ກຸ່ມ ອາຕິນ ອິໂຕ/ຝ່າຍ ອັກບາຢານ, ບັນດານັກເຄື່ອນໄຫວ ແລະ ສະມາຊິກຂອງກຸ່ມ ແຈກຢາຍນໍ້າມັນເຊື້ອໄຟໃຫ້ກັບຊາວປະມົງ ຢູ່ໃນທະເລຈີນໃຕ້, ວັນທີ 15 ພຶດສະພາ 2024.
ໃນຮູບນີ້ທີ່ສະໜອງໂດຍ ກຸ່ມ ອາຕິນ ອິໂຕ/ຝ່າຍ ອັກບາຢານ, ບັນດານັກເຄື່ອນໄຫວ ແລະ ສະມາຊິກຂອງກຸ່ມ ແຈກຢາຍນໍ້າມັນເຊື້ອໄຟໃຫ້ກັບຊາວປະມົງ ຢູ່ໃນທະເລຈີນໃຕ້, ວັນທີ 15 ພຶດສະພາ 2024.

ກຸ່ມ​ຟີ​ລິບ​ປິນທີ່ນຳພາພາລະກິດການສະໜອງສະບຽງຂອງພົນລະເຮືອນ ໃນທະເລຈີນໃຕ້ ໄດ້ສົ່ງອາຫານ ແລະ ນໍ້າມັນເຊື້ອໄຟ ໃຫ້ຊາວປະມົງຟິລິບປິນ ເຖິງແມ່ນວ່າ​ ຈະ​ຖືກຕິດຕາມ​ໂດຍ​ເຮືອກຳປັ່ນ​ຂອງ​ຈີນ ກໍຕາມ, ເຈົ້າ​ໜ້າ​ທີ່ຂອງກຸ່ມ ​ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ ໂດຍເອີ້ນການດຳເນີນການນີ້ວ່າ​ ເປັນ​ໄຊຊະນະ​ທີ່​ສຳຄັນ, ອີງຕາມອົງການຂ່າວ ຣອຍເຕີສ໌.

ກຸ່ມນີ້ທີ່ເອີ້ນວ່າ ອາຕິນ ອິໂຕ (Atin Ito) (ນີ້ແມ່ນຂອງພວກເຮົາ) ໄດ້ກ່າວວ່າທີມງານທີ່ມີສະມາຊິກ 10 ຄົນ ໄດ້ພາຍເຮືອໄປທີ່ ເກາະຫາດຊາຍ ສກາໂບໂຣ (Scarborough Shoal) ນຶ່ງມື້ກ່ອນເຮືອຂອງພົນລະເຮືອນ ທີ່ລວມມີເຮືອການຄ້າ 5 ລໍາ ແລະເຮືອຫາປາຂະໜາດນ້ອຍ 100 ລໍາ, ໄດ້ເລີ່ມຕົ້ນການເດີນທາງຂອງຕົນ.

"ພາລະກິດນີ້ ໄດ້ຮັບໄຊຊະນະຄັ້ງສໍາຄັນ ໃນເວລາທີ່ທີມງານທີ່ເດີນທາງໄປກ່ອນຂອງຕົນ ໄດ້ໄປເຖິງບໍລິເວນເກາະຫາດຊາຍ ປານາຕັກ (Panatag Shoal) ໃນວັນທີ 15 ພຶດສະພາ (ແລະ) ສາມາດດຳເນີນການສະຫນອງເຄື່ອງໃຫ້ກັບຄົນຫາປາ ໃນເຂດດັ່ງກ່າວ", ທ່ານ ເອັມມານ ຮິຊອນ (Emman Hizon), ໂຄສົກຂອງກຸ່ມ ອາຕິນ ອິໂຕ (Atin Ito) ກ່າວ ໂດຍໃຊ້ຊື່ທ້ອງຖິ່ນຂອງ ສກາໂບໂຣ.

ເກາະຫາດຊາຍ ສກາໂບໂຣ (Scarborough Shoal) ຕັ້ງຢູ່ພາຍໃນເຂດເສດຖະກິດສະເພາະ ທີ່ຕັ້ງຢູ່ 200 ໄມທະເລ ຫຼື 370 ກິໂລແມັດ ຈາກມະນິລາ ເຊິ່ງເປັນແຫລ່ງຂອງປາທີ່ອຸດົມສົມບູນ ແລະ ທະເລສາບສີຟ້າຂຽວ ເຊິ່ງເປັນບ່ອນລີ້ໄພ ສໍາລັບເຮືອໃນເວລາທີ່ເກີດພາຍຸ.

ຈີນ​ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ຕົນ​ມີອຳນາດ​ອະ​ທິ​ປະ​ໄຕ​ເໜືອ​ເຂດສັນດອນ ຊຶ່ງ​ເອີ້ນ​ວ່າ ​ເກາະ ຫວງຢານ (Huangyan) ແລະ​ເຂດ​ນ່ານນ້ຳ​ທີ່​ຢູ່​ໃກ້​ຄຽງ. ໃນວັນພຸດວານນີ້, ສະຖານີ​ໂທລະພາບ CCTV ຂອງ​ລັດຖະບານຈີນ ​ກ່າວ​ວ່າ ໜ່ວຍ​ຍາມ​ຝັ່ງ​ຂອງ​ຈີນ ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວເພື່ອ​ປົກ​ປ້ອງ​ສິດ​ ແລະກິດຈະກຳການບັງຄັບໃຊ້​ກົດໝາຍ​ ໃນເຂດນ່ານນ້ຳອ້ອມບໍລິເວນເກາະຫາດຊາຍດັ່ງກ່າວ ເປັນປະຈຳ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG