ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ການ​ເລືອກ​ຕັ້ງ​ກາງ​ສ​ະ​ໄໝໃນ​ຟິ​ລິບ​ປິນ ​ທົດ​ສອບ ຄວາມ​ນິ​ຍົມຊົມ​ຊອບກ່ຽວກັບ ປ. ໂຣດ​ຣິກ​ໂກ ດູ​ເຕີ​ເຕ


 ປະ​ທາ​ນາ​ທິ​ບໍ​ດີ ໂຣດ​ຣິກ​ໂກ ດູ​ເຕີ​ເຕ ເດີນ​ທາງ​ໄປເຖິງ​ພິ​ທີ ຢູ​ ປະ​ຊາ​ຄົມຟິ​ລິບ​ປີນ ໃນ​ຮົງ​ກົງ ວັນ​ທີ 12 ເມ​ສາ 2018.
ປະ​ທາ​ນາ​ທິ​ບໍ​ດີ ໂຣດ​ຣິກ​ໂກ ດູ​ເຕີ​ເຕ ເດີນ​ທາງ​ໄປເຖິງ​ພິ​ທີ ຢູ​ ປະ​ຊາ​ຄົມຟິ​ລິບ​ປີນ ໃນ​ຮົງ​ກົງ ວັນ​ທີ 12 ເມ​ສາ 2018.

ເງິນ​ເເພີ້ມ​ຂຶ້ນ ສະ​ພາບຄວາ​ມ​ທຸ​ກ​ຈົນແກ່​ຍາ​ວ ໂຄງ​ລ່າງພື້ນຖານ​ຖືກ​ໂຊມ​ລົງ ແລະ​ການ​
ແຂ່ງ​ຂັນ​ອ້າງ​ເອົາ​ເຂດ​ນ່ານ​ນ້ຳ ແມ່ນ​ຮວມ​ຢູ່​ໃນ​ບັນ​ຫາ​ທີ່​ປະ​ເຊີນ​ໜ້າກັບ​ການ​ປ່ອນ​ບັດ
​ລົງ​ຄະ​ແນນ​ສຽງ​ຢູ່​ໃນ​ປິ​ລິບ​ປິນ ເວ​ລ​າ​ເຂົາ​ເຈົ້າ​ປ່ອນ​ບັດເລືອກ​ຕັ້ງສະ​ພາ​ກາງ​ສະ​ໄໝ ໃນ​
ວັນທີ 13 ເດືອນ​ພຶດ​ສະ​ພານີ້.

ແຕ່​ແທນ​ທີ່ຈະເປັນການ​ສັ່ງ​ຊາ​ເບິ່ງ​ບັນ​ດາ​ຜູ້​ສະ​ໝັກ​ກ່​ຽວ​ກັບ​ບັນ​ຫາ​ເຫລົ່າ​ນີ້ ເຂົາ​ເຈົ້າ​ໄດ້
​ຄາດ​ໝາຍ​ວ່າ ຈະ​ປ່ອນ​ບັດ​ສ່ວນ​ໃຫຍ່ ​ອີງ​ໃສ່ວ່າ ແມ່ນ​ໃຜ​ໄດ້​ຮັບ​ການ​ເຫັນ​ດີ​ຈາກ​ ປະ​ທາ
ນາ​ທິ​ບໍ​ດີ​ໂຣດ​ຣີ​ໂກ ດູ​ເຕີ​ເຕ ທີ່​ເປັນ​ຜູ້​ນຳ​ມີ​ສະ​ເນ່ ຜູ້​ຍັງ​ຮັກ​ສາ​ຄວາມເປັນ​ທີ່ນິ​ຍົມ​ຊົມ​ຊອບ
ຢູ່​ໃນ​ການ​ສຳ​ຫຼວດ​ແນວ​ຄິດ ເຖິງ​ແມ່ນ​ວ່າຈະບໍ່​ແມ່ນ​ ​ຊາວ​ຟິ​ລິບ​ປິນ​ໝົດທຸກຄົນຈະມັກ​ນະ
​ໂຍ​ບາຍ​ຂອງ​ທ່ານກໍຕາມ.

ການ​ເລືອກ​ຕັ້ງດັ່ງກ່າວແມ່ນລວມເອົາ 18,000 ບ່ອ​ນ​ນັ່ງ ຢູ່​ທົ່ວ​ເກາະດອນ ຮວມ​ທັງ​ບັນ
​ດາ​ໜ່ວຍ​ທ້ອງ​ຖິ່ນ​ຕ່າງໆ ທີ່ຈະ​ສະ​ແດງ​ໃຫ້​ເຫັນເຖິງ​ລະ​ດັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ສາ
​ທາ​ລະ​ນະ ​ຕໍ່​ຄຳ​ເດັດ​ຂາດທີ່​ຮ້າ​ຍແຮງ ຄຳເວົ້າ​ໃຫຍ່​ຂອງ​ທ່ານ​ດູ​ເຕີ​ເຕ ທີ່ຍ່າງເຂົ້າ​ມາ​ ເປັນ​
ເວ​ລາ​ສາມ​ປີ​ ໃນ​ສະ​ໄໝ​ຂອງ​ທ່ານ. ຖ້​າ​ຫາກ​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ​ຮັກ​ສາ​ສຽງ​ສ່ວນ​ຫຼາຍ
​ຂອງ​ເຂົາ​ເຈົ້າ​ຢຸ່​ໃນ​ຫ້ອງ​ສະ​ພາໄວ້ໄດ້ ທ່ານກໍ​ຈະ​ພົບ​ເຫັນ​ຄວາມ​ສະດວກສະບາຍ​ຂື້ນ​ນັບ
ແຕ່ຢາ​ເສບ​ຕິດ​ທີ່​ຜິດ​ກົດ​ໝາຍ ແລະ​ຄວາມສຳ​ພັນ​ທີ່ບອບ​ບາງກັບ​ຈີນ ກັບ​ຜູ້​ທີ່​ໄດ້​ແຂ່ງ​ຂັນ​
ອ້າງ​ເອົາ​ທະ​ເລ​ຈີນ​ໃຕ້.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG