ເສດຖະກິດຂອງຟີລິບປິນ ມີຄວາມເປັນໄປໄດ້ສູງທີ່ຈະຂະຫຍາຍຕົວຂຶ້ນວ່ອງໄວ
ກວ່າແຫ່ງໃດໆ ໃນເຂດເອເຊຍ ຕາເວັນອອກສຽງໃຕ້ ໃນປີນີ້ ຊຶ່ງໄດ້ຮັບການຊ່ອຍ ເຫຼືອໂດຍການພົວພັນທາງການທູດ ທີ່ເຂັ້ມແຂງຫຼາຍຂຶ້ນ ກັບຈີນ ແລະຍີ່ປຸ່ນ ແລະ ໄດ້ເພີ່ມການໃຊ້ຈ່າຍ ໃນດ້ານພື້ນຖານໂຄງຮ່າງ ແລະ ອັນທີ່ເອີ້ນວ່າ ສູນກາງ ອຸດສາຫະກຳ ນັ້ນ.
ມູນຄ່າທັງໝົດ ຂອງສິນຄ້າ ແລະ ການບໍລິການ ໃນຟີລິບປິນ ໄດ້ຖີບຕົວສູງຂຶ້ນ 6.8 ເປີເຊັນ ໃນປີ 2016 ອີງຕາມ ການກະປະມານ ຂອງລັດຖະບານ. ມູນຄ່າໃນໄຕມາດ ທີສາມ ຄິດເປັນ 7.1 ເປີເຊັນ ເມື່ອປຽບທຽບໃສ່ ຕົວເລກທັງໝົດຂອງເອເຊຍ ແມ່ນໄດ້ ກາຍໄປແລ້ວ. ອົງການກອງທຶນສາກົນ ຫຼື IMF ກະປະມານວ່າ ເສດຖະກິດ ຂອງ
ຟີລິບປິິນ ຈະມີມູນຄ່າລວມ 311 ຕື້ໂດລາ.
ໂຄສົກ ຂອງປະທານາທິບໍດີ ຟີລິບປິນ ທ່ານ Ernesto Abella ໄດ້ອ້າງອິງເຖິງ ຜົນສຳເລັດໃນການຮ່ວມມື ດ້ານການຕ່າງປະເທດທັງຫຼາຍນັນ ວ່າເປັນເຫດຜົນ ສຳລັບການຂະຫຍາຍຕົວທີ່ສູງຂຶ້ນ ຂອງເສດຖະກິດ. ນັບຕັ້ງແຕ່ໄດ້ເຂົ້າຮັບໜ້າທີ່ ໃນເດືອນມິຖຸນາ ເປັນຕົ້ນມາ ປະທານາທິບໍດີ Rodrigo Duterte ໄດ້ຈັດຕັ້ງ ສາຍສຳພັນໃໝ່ ກັບ ຈີນ ແລະ ເສີມສ້າງການພົວພັນ ກັບນັກລົງທຶນຂອງຍີ່ປຸ່ນ ທີ່ກະຕືລືລົ້ນຢູ່ແລ້ວນັ້ນ.
ທ່ານ Rahul Bajoria ນັກເສດຖະສາດ ຮັບຜິດຊອບໃນຂົງເຂດ ຢູ່ບໍລິສັດ Barclays ໃນສິງກະໂປ ກ່າວວ່າ “ໃນດ້ານຂອງຜົນກະທົບຕໍ່ຈີນ ຟີລິບປິນ ກໍຍັງເປັນໜຶ່ງ ໃນ ເສດຖະກິດ ທີ່ກາງຕໍ່ ຈີນ ໜ້ອຍທີ່ສຸດ ເມື່ອທຽບໃສ່ກັບທົ່ວປະເທດ ໃນຂົງເຂດ.”