ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈໍານວນຜູ້ເສຍຊີວິດ ຈາກຝົນຕົກໜັກ ແລະນໍ້າຖ້ວມໃນວັນບຸນຄຣິສມາສ ຢູ່ຟີລິບປິນ ເພີ້ມຂຶ້ນເປັນ 13 ຄົນແລ້ວ


ນັກກູ້ໄພຜູ້ນຶ່ງ ອຸ້ມເອົາເດັກນ້ອຍໃນລະຫວ່າງທີ່ເຂົ້າໄປຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ, ໃນເມືອງ Plaridel, ທາງທິດຕາເວັນຕົກຂອງແຂວງມິສຊາມິສ, ວັນທີ 26 ທັນວາ 2022. Philippine Coast Guard/Handout via REUTERS
ນັກກູ້ໄພຜູ້ນຶ່ງ ອຸ້ມເອົາເດັກນ້ອຍໃນລະຫວ່າງທີ່ເຂົ້າໄປຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ, ໃນເມືອງ Plaridel, ທາງທິດຕາເວັນຕົກຂອງແຂວງມິສຊາມິສ, ວັນທີ 26 ທັນວາ 2022. Philippine Coast Guard/Handout via REUTERS

ຈໍານວນຜູ້ເສຍຊີວິດຈາກມື້ທີ່ມີຝົນຕົກໜັກ ໃນວັນບຸກຄຣິສມາສ ຢູ່ທາງພາກໃຕ້ຂອງປະເທດຟີລິບປິນ ເພີ້ມຂຶ້ນຮອດ 13 ຄົນແລ້ວ, ເຊິ່ງເຈົ້າໜ້າທີ່ໄດ້ກ່າວໃນວັນອັງຄານມື້ນີ້, ໂດຍການຄົ້ນຫາ 23 ຄົນແມ່ນຍັງຄົງດໍາເນີນຢູ່ຕໍ່ໄປ ໃນຂະນະທີ່ສະຖານະການນໍ້າຖ້ວມ ໄດ້ເລີ້ມຫຼຸດລົງມາແລ້ວ, ອີງຕາມລາຍງານຂອງອົງການຂ່າວ Reuters.

ສາເຫດການເສຍຊີວິດສ່ວນຫຼາຍແມ່ນຍ້ອນການຈົມນໍ້າ ຈາກນໍ້າທີ່ພັດຖ້ວມມາຢ່າງກະທັນຫັນ ລຸນຫຼັງຝົນຕົກລົງມາຢ່າງໜັກໜ່ວງເປັນເວລາສອງມື້ ເຊິ່ງໄດ້ເປັນອຸປະສັກຕໍ່ການສະເຫຼີມສະຫຼອງວັນບຸນຄຣິສມາສ ແລະຕ້ອງເຮັດໃຫ້ຜູ້ຄົນຈໍານວນຫຼາຍກວ່າ 45,000 ຄົນຕ້ອງໄດ້ຍົກຍ້າຍໄປຢູ່ສູນລີ້ໄພ, ອີງຕາມການກ່າວຂອງໜ່ວຍງານໄພພິບັດ.

ຮູບພາບຢູ່ໃນສື່ສັງຄົມອອນລາຍໄດ້ສະແດງໃຫ້ເຫັນໜ່ວຍຍາມຝັ່ງ, ເຈົ້າໜ້າທີ່ຕໍາຫຼວດ ແລະເຈົ້າໜ້າທີ່ກູ້ໄພພາກັນລຸຍນໍ້າທີ່ຖ້ວມຮອດແອວ ແລະຫາມປະຊາຊົນໄປຕາມຂົງເຂດທີ່ມິດິນຖະຫຼົ່ມ. ຖະໜົນບາງສາຍ ກໍຖືກນໍ້າຢູ່ແມ່ນໍ້າໃກ້ຄຽງຂຶ້ນຖ້ວມ.

ການດໍາເນີນງານຂອງໜ່ວຍກູ້ໄພຍັງຄົງດໍາເນີນຕໍ່ໄປ ແລະກໍາລັງຢູ່ໃນຂັ້ນຕອນຂອງການປະເມີນຜົນ, ທ່ານຄາເມລິໂຕ ເຮເຣ (Carmelito Haray) ເຊິ່ງເປັນຫົວໜ້າໜ່ວຍງານໄພພິບັດຢູ່ໃນເມືອງ ຄລາຣິນ (Clarin), ແຂວງມິຊາມິສ (Misamis) ທີ່ຕັ້ງຢູ່ທາງທິດຕາເວັນຕົກຂອງປະເທດ ບອກກັບສະຖານີວິທະຍຸ DZBB.

ມັນບໍ່ເຄີຍມີພາຍຸລະດູຮ້ອນໃນຊ່ວງວັນພັກທີ່ສໍາຄັນທີ່ສຸດຂອງປະເທດ ທີ່ມີສາສະໜາກາໂຕລິກເປັນສ່ວຍຫຼາຍ. ແຕ່ໃນບໍລິເວນຂົງເຂດທີ່ມີລົມໜາວ ແລະລົມອຸ່ນມາບັນຈົບກັນນັ້ນ ໄດ້ກໍ່ໃຫ້ມີເມກຝົນຂຶ້ນຢູ່ທາງພາກໃຕ້ຂອງປະເທດຟີລິບປິນ.

ເຈົ້າເມືອງ ເມືອງຄລາຣິນ ທ່ານອີເມີເຕີຣິໂອ ໂຣ ກ່າວຖະແຫຼງການອອກທາງວິທະຍຸວ່າ “ຄວາມເສຍຫາຍຫຼາຍທີ່ສຸດຢູ່ທີ່ນີ້ກໍຄື ການກະສິກໍາລ້ຽງສັດ ເນື່ອງຈາກໝູ, ໄກ່, ແບ້ ແລະງົວ ແມ່ນສູນຫາຍໄປໝົດແລ້ວ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG