ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຂໍ້ຕົກລົງ ຊື້ລູກສອນໄຟ ຕໍ່​ຕ້ານ​ກຳ​ປັ່ນ ​ຂອງຟິລິບປິນ ສົ່ງສັນຍານ ໃນ​ການຕ້ານຈີນຄືນ


ພວກນັກຂ່າວລໍຖ້າກຳປັ່ນນຳພາລູກສອນໄຟ Wuhu ຢູ່ທ່າເຮືອສາກົນ ນະຄອນມະນິລາ ວັນທີ 17 2019.
ພວກນັກຂ່າວລໍຖ້າກຳປັ່ນນຳພາລູກສອນໄຟ Wuhu ຢູ່ທ່າເຮືອສາກົນ ນະຄອນມະນິລາ ວັນທີ 17 2019.

ບັນດາຜູ້ນຳຟິລິບປິນກຳລັງເຄື່ອນ​ໄຫວ ທີ່ຈະຊື້ລູກສອນໄຟຕ້ານກຳປັ່ນ ທີ່ທັນ​ສະ​ໄໝ ໃນອັນທີ່ພວກນັກວິ​ເຄາະ​ມອງ​ເບິ່ງວ່າ ເປັນຮ່ອງຮອຍ​ໃນ​ການ​ຕັດ​ສິນ ໃຈໃໝ່ ເພື່ອປະເຊີນໜ້າກັບຈີນ ຢູ່ໃນ​ເຂດນ່ານນໍ້າທີ່ ​ເປັນ​ບັນ​ຫາໂຕ້ແຍ້ງກັນ ແລະຈະ​ຫັນມະ​ນີ​ລາ ​ກັບ​ໄປ​ຫາພັນທະມິດດັ້ງ​ເດີມ ນັ້ນ​ກໍ​ຄື ສະຫະລັດ.

ຟິລິບປິນໄດ້ເຮັດຂໍ້ຕົກລົງ ໃນເດືອນມັງກອນ ທີ່ຈະຊື້ລູກສອນໄຟບຣາໂມ ຊຶ່ງ​ເປັນ​ການ​ພັ​ດ​ທະ​ນາ​ຮ່ວມ ຂອງຣັດເຊຍແລະອີນເດຍ. ການເຄື່ອນໄຫວນີ້​ມີ​ຂຶ້ນ ໃນເດຶອນກໍລະກົດ 2021 ​ຫຼັງ​ຈາກ​ຟີ​ລິບ​ປິນ ໄດ້ເຫັນ​ພ້ອມ​ກັບ​ຂໍ້​ຕົກ​ລົງ ອະ​ນຸ​ຍາດ​ໃຫ້ກຳລັງສະຫະລັດ ໄປ​ຢ້ຽມ​ຢາມ​ແບບ​ຍືນ​ຍົງ ຊຶ່ງ​ຈະອະນຸຍາດໃຫ້ມີ​ການຂາຍອາວຸດ ແບ່ງປັນຂໍ້​ມູນສືບລັບ ແລະການເຂົ້າ​ໄປ​ຊ້ອມ​ລົບ​ຂອງກຳລັງສະຫະລັດຢູ່​ໃນດີນແດນຟິລິບປິນ.

ຮູບພາບທາງວີດີໂອ ສະແດງໃຫ້ເຫັນຢູ່ ອົງການສະຫະປະຊາຊາດ ປະທານາທິບຊດີໂຣດຣິໂກ ດູເຕີເຕ ຖະແຫຼງຕໍ່ກອງປະຊຸມສະຫະປະຊາຊາດ ຄັ້ງທີ 76 ວັນທີ 21 ກັນຍາ 2021.
ຮູບພາບທາງວີດີໂອ ສະແດງໃຫ້ເຫັນຢູ່ ອົງການສະຫະປະຊາຊາດ ປະທານາທິບຊດີໂຣດຣິໂກ ດູເຕີເຕ ຖະແຫຼງຕໍ່ກອງປະຊຸມສະຫະປະຊາຊາດ ຄັ້ງທີ 76 ວັນທີ 21 ກັນຍາ 2021.

ຟິລິບປິນເປັນພາກສ່ວນນຶ່ງ ​ຂອງ​ຕາ​ໜ່າງບັນດາປະເທດ ​ທີ່ສະໜັບສະໜູນສະ ຫະລັດ ຢູ່ໃນ​ເຂດເອເຊຍຕາເວັນອອກ ແຕ່ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ໄດ້ທ້າທາຍ​ຕໍ່​ການ​ເປັນພັນທະມິດ​ຂອງສະຫະລັດໃນປີ 2016 ໂດຍຫັນ​ໄປຜູກສຳພັນ ກັບຈີນ ຊຶ່ງ​ເປັນມະຫາອຳນາດ​ໃນເອເຊຍ ຊຶ່ງທ່ານໄດ້​ກ່າວຍ້ອງຍໍ ໃນຂະນະທີ່​ຕ້ອງ​ຕິການແຊກແຊງ​ຂ​ອງສະຫະລັດຢູ່ໃນປະເທດຂອງທ່ານ. ການໂຕ້ແຍ້ງທີ່​ມີ​ມາ​ເປັນ​ລຳ​ດັບ​ກ່ຽວ​ກັບ​ເລື້ອງ​ເຂດ​ນ້ຳ​ແດນ​ດິນ ໃນທະເລຈີນໃຕ້ ໄດ້ເຮັດໃຫ້ການ​ໃຊ້​ສຳ​ນວນໂວຫານຂອງທ່ານດູເຕີເຕ ອ່ອນລົງ ໃນ​ໄລ​ຍະສີ່ປີທີ່ຜ່ານມາ.

ທ່ານຄາລ ເທເຍີ (Carl Thayer) ອະດີດອາຈານສອນລັດຖະສາດການ​ເມືອງ ຢູ່ມະຫາວິທະຍາໄລນິວຊາວເວ​ລ ໃນອອສເຕຣເລຍ ກ່າວວ່າ “ທ່ານບໍ່ມັກ​ໃຫ້​ມີການ​ຕ້ອງ​ຕິຕໍ່ອຳນາດຂອງທ່ານ ການຕ້ອງ​ຕິ​ຕໍ່ຄວາມ​ເຫັນ​ແກ່​ໂຕ ແລະ​ຕ້ອງ​ຕິຕໍ່ອະທິປະໄຕຟິລິບປິນ ແລະທ່ານໄດ້ປະເຊີນໜ້າກ່ຽວກັບເລື້ອງນີ້. ແລະ​ດັ່ງນັ້ນ ຂ້າພະເຈົ້າຄິດວ່າ ຊື່ສຽງຂອງທ່ານທີ່ຢູ່ໃນຄວາມຄິດຂອງທ່ານນັ້ນ ກໍ​ຄືພວກເຮົາ​ລຸກຂຶ້ນຕໍ່ສູ້ກັບສະຫະລັດ ໃນຕອນເລີ້ມຕົ້ນ ແລະ​ຕອນນີ້ ມັນບໍ່ໄດ້ຜົນກັບຈີນ ແລະເພາະສະນັ້ນ ທ່ານກຳລັງລົງໂທດພວກເຂົາ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG