ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ກະ​ບົດ ຄອມ​ມູ​ນິ​ສ ຟີ​ລິບ​ປິນ ມີ​ແຫຼ່ງ​ຊ່ວຍ​ເຫຼືອ ຫຼາຍ​ຂຶ້ນ ໃນ​ຂະ​ນະ​ທີ່ ຈີນ ຖອຍ​ຈາກ


ບັນ​ດາ​ຜູ້​ແທນ ຈາກກອງ​ທັບ​ບົກ​ປົດ​ປ່ອຍ​ປະ​ຊາ​ຊົນ ຈີນ ຢືນ​ລຽນ​ແຖວ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ເດີນ​ທາງ​ຮອດ ຫໍປະ​ຊຸມ​ໃຫຍ່​ປະ​ຊາ​ຊົນ ຈີນ. 4 ມີ​ນາ, 2016.
ບັນ​ດາ​ຜູ້​ແທນ ຈາກກອງ​ທັບ​ບົກ​ປົດ​ປ່ອຍ​ປະ​ຊາ​ຊົນ ຈີນ ຢືນ​ລຽນ​ແຖວ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ເດີນ​ທາງ​ຮອດ ຫໍປະ​ຊຸມ​ໃຫຍ່​ປະ​ຊາ​ຊົນ ຈີນ. 4 ມີ​ນາ, 2016.

ກຸ່ມ​ກະ​ບົດ​ທີ່​ໄດ້​ຮັບ​ແຮງ​ບັນ​ດານ​ໃຈ​ຈາກ​ກຸ່ມທີ່​ຖືກ​ຫຸ້ມ​ລ້ອມ ໝາວ ເຊ​ຕົງ ໃນ ຟີ​ລິບ​ປິນ
ແມ່ນກຳລັງໄດ້ທຶນຊ່ວຍເຫຼືອຈາກຕ່າງປະເທດ ແລະ ຮັບເອົາຄົນໃນພວກຜູ້ສະໜັບ
ສະໜູນໃນອຸດົມຄະຕິຢູ່ປະເທດ ເພື່ອຊ່ວຍຕໍ່ສູ້ກັບລັດຖະບານໃນ 50 ປີຕໍ່ໜ້າ ໃນຂະ
ນະທີ່ຜູ້ບໍລິຈາກ ຄອມມູນິສ ຈີນ ໄດ້ຖອຍອອກໄປ.

ບັນ​ດາ​ນັກ​ວິ​ເຄາະ​ເຊື່ອ​ວ່າ ພັກ​ຄອມ​ມູ​ນິ​ສ ຂອງກອງ​ທັບ​ບົກ​ປະ​ຊາ​ຊົນ​ແຫ່ງ​ຊາດ ຟີ​ລິບ
ປິນ ແມ່ນກຳລັງຮັບເອົາສະມາຊິກທີ່ຢູ່ໃນອຸດົມຄະຕິຢູ່ມະຫາວິທະຍາໄລຕ່າງໆຂອງ
ຟີລິບປິນ ແລະ ໃນພາກສ່ວນທີ່ທຸກຍາກຂອງໝຸ່ເກາະທັງຫລາຍ.

ສະ​ຫະ​ພາບ ຢູ​ໂຣບ ໄດ້​ຖືກ​ກ່າວ​ຫາ ກ່ຽວ​ກັບ ການ​ສົ່ງ​ເງິນ​ຜ່ານ​ອົງ​ການ​ທີ່ບໍ່​ຫວັງ​ຜົນ​
ກຳໄລໃຫ້ກອງທັບບົກປະຊາຊົນແຫ່ງຊາດນັ້ນ. ນັກບວດສາສະໜາກາໂຕລິກ ກໍໄດ້
ຊ່ວຍເຫຼືອເຊັ່ນກັນ, ອີງຕາມການກ່າວຂອງນັກຊ່ຽວຊານ. ການສະໜັບສະໜູນນີ້ ໄດ້
ເຮັດໃຫ້ກຸ່ມດັ່ງກ່າວມີແຫຼ່ງຊັບພະຍາກອນຫຼາຍຂຶ້ນ ເພື່ອຕໍ່ຕ້ານກັບລັດຖະບານ, ເຊິ່ງ
ໄດ້ຂະຫຍາຍການຕໍ່ສູ້ຂອງເຂົາເຈົ້າໃນປີ 2017.

ຄັ້ງ​ນຶ່ງ ຈີນ ​ກໍໄດ້​ຊ່ວຍ​ເຫຼືອ​ກຸ່ມ​ກະ​ບົດ​ຕ່າງໆ ແຕ່​ໄດ້​ຢຸດ​ໃນ​ປີ 2011.

ທ່ານ ເອັນ​ຣິ​ໂກ ຈາວ, ນັກ​ຄົ້ນ​ຄວ້າ​ທີ່​ຊຳ​ນານ ກ່ຽວ​ກັບ ເອ​ເຊ​ຕາ​ເວັນ​ສຽງ​ໃຕ້ ທີ່​ສະ​ມາ​
ຄົມການຄົ້ນຄວ້າແຜນຍຸດທະສາດ ໄຕ້ຫວັນ ໄດ້ກ່າວວ່າ “ມັນບໍ່ແມ່ນພຽງອາວຸດທີ່ມາ
ຈາກ ຈີນ, ມັນບໍ່ມີຄວາມສຳຄັນຫຍັງຫຼາຍໃນຂັ້ນນີ້.”

ທ່ານ​ໄດ້​ກ່າວ​ວ່າ “ສິ່ງ​ທີ່​ສຳ​ຄັນ​ກໍ​ແມ່ນ​ວ່າ ເຂົາ​ເຈົ້າ​ຫາ​ວິ​ທີ​ທີ່​ງ່າຍ​ຂຶ້ນ​ໃນ​ການ​ຮັບ​ເອົາ​ຄົນ
ຍ້ອນວ່າພວກເຂົາມີນະໂຍບາຍທີ່ອະນຸຍາດໃຫ້ພວກເຂົາ ສະໜັບສະໜູນຄວາມມຸ່ງ
ໝາຍຫຼາຍຢ່າງຄື ຄົນຮັກເພດດຽວກັນ ແລະ ທຸກຢ່າງພວກນີ້. ມັນໄດ້ແຜ່ກະຈາຍໄປ
ທົ່ວປະເທດ. ເມື່ອໃດທີ່ມີຄວາມທຸກຍາກ, ມີເຂດຊົນນະບົດ, ເຂົາເຈົ້າຈະໄປທີ່ນັ້ນ ແລະ
ຮັບເອົາຄົນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG