ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່​ຍາມ​ຊາຍ​ຝັ່ງ ຟີ​ລິບ​ປິນ ຈະ​ຂັດ​ຂວາງ​ການ​ຖົມ​ດິນ​ຂອງ ຈີນ ຢູ່​ໝູ່​ເກາະ​ທີ່​ມີ​ບັນ​ຫາ​ຂັດ​ແຍ້ງ​ກັນ


ໃນ​ຮູບ​ວັນ​ທີ 27 ເມ​ສາ 2021 ທີ່​ຖືກ​ສະ​ໜອງ​ໃຫ້​ອົງ​ການ​ຍາມ​ຊາຍ​ຝັ່ງ ຟີ​ລິບ​ປິນ, ສະ​ແດງ​ໃຫ້​ເຫັນ​ເຈົ້າ​ໜ້າ​ທີ່​ລາດ​ຕະ​ເວນ​ຢູ່​ຂ້າງ​ກຳ​ປັ່ນ​ທີ່​ຖືກ​ກ່າວ​ວ່າ​ເປັນ​ກຳ​ປັ່ນ​ທະ​ຫານ​ບ້ານ ຈີນ ຢູ່​ໝູ່​ເກາະ ຊາ​ບີ​ນາ ໃນ​ທະ​ເລ​ຈີນ​ໃຕ້.
ໃນ​ຮູບ​ວັນ​ທີ 27 ເມ​ສາ 2021 ທີ່​ຖືກ​ສະ​ໜອງ​ໃຫ້​ອົງ​ການ​ຍາມ​ຊາຍ​ຝັ່ງ ຟີ​ລິບ​ປິນ, ສະ​ແດງ​ໃຫ້​ເຫັນ​ເຈົ້າ​ໜ້າ​ທີ່​ລາດ​ຕະ​ເວນ​ຢູ່​ຂ້າງ​ກຳ​ປັ່ນ​ທີ່​ຖືກ​ກ່າວ​ວ່າ​ເປັນ​ກຳ​ປັ່ນ​ທະ​ຫານ​ບ້ານ ຈີນ ຢູ່​ໝູ່​ເກາະ ຊາ​ບີ​ນາ ໃນ​ທະ​ເລ​ຈີນ​ໃຕ້.

ໜ່ວຍ​ຍາມ​ຊາຍ​ຝັ່ງ ຟີ​ລິບປິນ ຫຼື PCG ແມ່ນ​ມີ​ຄວາມ​ມຸ່ງ​ໝັ້ນ​ທີ່​ຈະ​ຮັກ​ສາ​ການ​ມີ​ໜ້າ​ຢູ່​ໃນ​ເຂດ​ທະ​ເລ​ຈີນ​ໃຕ້ ​ທີ່​ມີ​ບັນ​ຫາຂັດແຍ້ງກັນ ເພື່ອ​ຮັບ​ປະ​ກັນ​ວ່າ​ ຈີນ ຈະ​ບໍ່​ດຳ​ເນີນ​ກິດ​ຈະ​ກຳ​ຖົມ​ດິນ​ຢູ່​ໝູ່​ເກາະ ຊາ​ບີ​ນາ, ໂຄ​ສົກ​ຂອງ​ເຂົາ​ເຈົ້າ​ໄດ້​ກ່າວ​ໃນ​ວັນ​ຈັນ​ມື້ນີ້ ອີງຕາມອົງການຂ່າວຣອຍເຕີສ໌.

ໜ່ວຍຍາ​ມ​ຊາຍ​ຝັ່ງ​ໄດ້​ກ່າວ​ ໃນ​ວັນ​ເສົາ​ທີ່​ຜ່ານ​ມາ​ວ່າ ​ເຂົາ​ເຈົ້າ​ໄດ້​ສົ່ງ​ກຳ​ປັ່ນ​ລຳ​ນຶ່ງ​ໄປ​ໝູ່​ເກາະ ຊາ​ບີ​ນາ, ບ່ອນ​ທີ່​ເຂົາ​ເຈົ້າ​ໄດ້​ກ່າວ​ຫາ ຈີນ ກ່ຽວ​ກັບ​ ການ​ສ້າງ​ເກາະ​ທຽມ​ແຫ່ງ​ນຶ່ງ​ຂຶ້ນ, ທ່າມ​ກາງ​ຄວາມ​ຂັດ​ແຍ້ງ​ທາງ​ທະ​ເລ​ທີ່ກຳ​ລັງ​ຮຸນ​ແຮງກວ່າ​ເກົ່າ, ໂດຍ​ກ່າວ​ຕື່ມ​ວ່າ ​ກຳ​ປັ່ນ​ອີກ​ສອງ​ລຳ ​ແມ່ນ​ໄດ້​ຖືກ​ສັບ​ປ່ຽນ​ກັນ​ສົ່ງ​ໄປ​ບໍ​ລິ​ເວນ​ດັ່ງ​ກ່າວ.

ນັບ​ຕັ້ງ​ແຕ່​ການ​ສົ່ງ​ກຳ​ປັ່ນ​ໄປ​ໃນ​ກາງ​ເດືອນ​ເມ​ສາ​ທີ່​ຜ່ານ​ມາ, ໜ່ວຍ​ຍາມ​ຊາຍ​ຝັ່ງ​ໄດ້​ກ່າວ​ວ່າ​ ເຂົາ​ເຈົ້າ​ໄດ້​ຄົ້ນ​ພົບ​ກອງ​ປະ​ກາ​ລັງ​ທີ່​ຕາຍ​ແລ້ວ ແລະ ຖືກ​ບົດ​ຖືກ​ຖອກ​ຖິ້ມ​ຢູ່​ເທິງດອນ​ຊາຍ​ຂອງ​ໝູ່​ເກາະ ຊາ​ບີ​ນາ, ເຊິ່ງ​ໄດ້​ປ່ຽນ​ຂະ​ໜາດ ແລະ ລະ​ດັບ​ຄວາມ​ສູງ​ຂອງ​ມັນ.

ໂຄ​ສົກ​ຂອງ​ໜ່ວຍ​ຍາມ​ຊາຍ​ຝັ່ງ ຟີ​ລິບປິນ ທ່ານ ເຈ ທາ​ຣີ​ເອ​ລາ ໄດ້​ກ່າວ​ຢູ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ ໃນ​ວັນ​ຈັນ​ມື້ນີ້​ວ່າ ໜ່ວຍ​ຍາມ​ຊາຍ​ຝັ່ງ​ ຕ້ອງ​ໄດ້​ຮັບ​ປະ​ກັນ​ວ່າ ​ເຂົາ​ເຈົ້າ​ສາ​ມາດ​ທີ່​ຈະ​ສະກັດກັ້ນ “ຈີນ ບໍ່ໃຫ້​ດຳ​ເນີນ​ການຖົມ​ໝູ່​ເກາະ ຊາ​ບີ​ນາ ໄດ້ຢ່າງສຳ​ເລັດຜົນ.”

ທ່ານ​ໄດ້​ກ່າວ​ວ່າ ​ອົງ​ການ​ຍາມ​ຊາຍ​ຝັ່ງ​ແມ່ນ​ມີ​ຄວາມ​ມຸ່ງ​ໝັ້ນ​ທີ່​ຈະ​ຮັກ​ສາ​ການ​ມີ​ໜ້າ​ຢູ່​ໝູ່​ເກາະ​ດັ່ງ​ກ່າວ, ເຊິ່ງ ມະ​ນີ​ລາ ເອີ້ນ​ວ່າ ເອັ​ສ​ໂຄ​ດາ.

ໝູ່​ເກາະ​ດັ່ງ​ກ່າວ ​ທີ່​ຕັ້ງ​ຢູ່​ພາຍ​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຂອງ ຟີ​ລິບ​ປິນ ນັ້ນ, ແມ່ນ​ຈຸດ​ນັດ​ພົບ​ກັນ​ສຳ​ລັບ​ກຳ​ປັ່ນ​ຕ່າງໆ ​ທີ່​ດຳ​ເນີນ​ພາ​ລະ​ກິດ​ຕື່ມ​ສະ​ບຽງ​ໃຫ້​ກອງ​ກຳ​ລັງ ຟີ​ລິບ​ປິນ ທີ່​ປະ​ຈຳ​ການ​ຢູ່​ກຳ​ປັ່ນ​ທີ່ຈອດ​ຢູ່​ໝູ່​ເກາະ ທອມ​ມັ​ສ ທີ​ສອງ, ບ່ອນ​ທີ່ ມະ​ນີ​ລາ ແລະ ຈີນ ໄດ້​ປະ​ເຊີນ​ໜ້າ​ທາງ​ເລ​ນຳ​ກັນ​ຢ່າງ​ເປັນ​ປະ​ຈຳ.

ຈີນ ໄດ້​ດຳ​ເນີນ​ການ​ຖົມ​ດິນ​ຢ່າງກວ້າງ​ຂວາງ​ຢູ່​ບາງ​ໝູ່​ເກາະ​ໃນ​ທະ​ເລ​ຈີນ​ໃຕ້, ໂດຍ​ສ້າງ​ສະ​ຖານ​ທີ່​ຕັ້ງ​ຂອງກອງ​ທັບ​ອາ​ກາດ ແລະ ກອ​ງ​ທັບ​ອື່ນໆ​ຂຶ້ນ, ຈົນ​ກໍ່​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ​ໃນ ວໍ​ຊິ​ງຕັນ ແລະ ຢູ່​ອ້ອມ​ແອ້ມ​ພາກ​ພື້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG