ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜ່ວຍ​ຍາມ​ຝັ່ງ​ຟີ​ລິບ​ປິນ ກ່າວ​ຫາ​ກຳ​ປັ່ນ​ຂອງ​ຈີນ​ວ່າ ແລ່ນ​ຂັດ​ຂວາງ 'ແບບ​ອັນ​ຕະ​ລາຍ'


ແຟ້ມ - ໃນ​ຮູບນີ້ ທີ່​ຖ່າຍ​ໂດຍ​ໜ່ວຍ​ຍາມ​ຝັ່ງ​ຟີ​ລິບ​ປິນ ກຳ​ປັ່ນ​ຂອງ​ໜ່ວຍ​ຍາມ​ຝັ່ງ​ຈີນ ແລ່ນ​ເຂົ້າ​ໄປ​ໃກ້ໆ​ກຳ​ປັ່ນ​ຟີ​ລິບ​ປິນ ໃນ​ລະ​ຫວ່າງ​ການ​ລາດ​ຕະ​ເວນ ຢູ່​ເກາະ​ຫາດ​ຊາຍ​ສ​ກາ​ໂບ​ໂຣ ເມື່ອ​ວັນ​ທີ 2​ມີ​ນາ 2022.
ແຟ້ມ - ໃນ​ຮູບນີ້ ທີ່​ຖ່າຍ​ໂດຍ​ໜ່ວຍ​ຍາມ​ຝັ່ງ​ຟີ​ລິບ​ປິນ ກຳ​ປັ່ນ​ຂອງ​ໜ່ວຍ​ຍາມ​ຝັ່ງ​ຈີນ ແລ່ນ​ເຂົ້າ​ໄປ​ໃກ້ໆ​ກຳ​ປັ່ນ​ຟີ​ລິບ​ປິນ ໃນ​ລະ​ຫວ່າງ​ການ​ລາດ​ຕະ​ເວນ ຢູ່​ເກາະ​ຫາດ​ຊາຍ​ສ​ກາ​ໂບ​ໂຣ ເມື່ອ​ວັນ​ທີ 2​ມີ​ນາ 2022.

ໜ່ວຍ​ຍາມ​ຝັ່ງ​ຂອງ​ຟີ​ລິບ​ປິນ ໃນ​ວັນ​ອາ​ທິດ​ວານນີ້ ໄດ້​ກ່າວ​ຫາ​ກຳ​ປັ່ນ​ຂອງ​ຈີນ​ວ່າ ແລ່ນ​ “ແບບ​ອັນ​ຕະ​ລາຍ” ໃນ​ລະ​ຫວ່າງ​ການ​ລາດ​ຕະ​ເວນ ​ເປັນ​ເວ​ລາ 9 ມື້ ຢູ່​ໃກ້ໆ​ກັບ​ເກາະ​ດອນ​ຫາດ​ຊາຍ ຢູ່ນອກ​ແຄມ​ຝັ່ງ​ຂອງ​ປະ​ເທດ ​ທີ່​ຕັ້ງ​ຢູ່​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ແຫ່ງນີ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ AFP.

ກຳ​ປັ່ນ BRT Teresa Magbanua ຂອງ​ຟີ​ລິບ​ປິນ ໄດ້​ຖືກ​ສົ່ງ​ໄປ​ລາດ​ຕ​ະເວນ ເມື່ອ​ຕົ້ນ​ເດືອນ​ກຸມ​ພາ ຢູ່​ໃນ​ເຂດ​ນ່ານ​ນ້ຳ​ອ້ອມ​ແອ້ມ ເກາະ​ດອນ​ຫາດ​ຊາຍ​ສ​ກາ​ໂບ​ໂຣ ຊຶ່ງ​ເປັນ​ບ່ອນ​ຫາ​ປາ​ ທີ່​ອຸ​ດົມ​ສົມ​ບູນ​ໃນ​ທະ​ເລ​ຈີນ​ໃຕ້ ແລະ​ໄດ້ນຳ​ສິ່ງ​ຂອງ​ຕ່າງໆ​ໄປ​ໃຫ້​ພວກ​ຊາວ​ປະ​ມົງ​ຟີ​ລິ​ບ​ປິນ ​ແລະ​ຄ້ຳ​ປະ​ກັນ​ຄວາມ​ປອດ​ໄພ​ ຂອງ​ພວກ​ເຂົາ​ເຈົ້າ.

ເກາະ​ດອນ​ຫາດ​ຊາຍ​ດັ່ງ​ກ່າວ​ ໄດ້​ກາຍ​ເປັນ​ຈຸດ​ລະ​ເບີດລະ​ຫວ່າງ​ປະ​ເທດທັງ​ສອງ ນັບ​ແຕ່​ຈີນ​ໄດ້​ເຂົ້າ​ຢຶດ​ເອົາ​ຈາກ​ຟີ​ລິບ​ປິນ ​ໃນ​ປີ 2012.

ນັບ​ແຕ່ນັ້ນ​ມາ ປັກ​ກິ່ງ​ ກໍ​ໄດ້​ສົ່ງ​ກຳ​ປັ່ນ​ລາດ​ຕະ​ເວນ​ໄປ​ຍັງ​ເກາະ​ຫາດ​ດັ່ງ​ກ່າວ​ທີ່​ຟີ​ລິບ​ປິນ​ກ່າວ​ວ່າ​ ຮາ​ວີ​ລົບ​ກວນ​ປັ່ນ​ຂອງ​ຟີ​ລິບ​ປິນ ແລະ​ຂັດ​ຂວາ​ງ​ບໍ່​ໃຫ້​ຊາວ​ປະ​ມົງ​ຟີ​ລິບ​ປິນເຂົ້າ​ໄປ​ໃນ​ບຶງ ບ່ອນ​ທີ່​ເຕັມ​ໄປ​ດ້ວຍ ​ປູ​ປາ​ນາ​ນ້ຳ​ຢູ່​ຂ້າງ​ໃນ​ນັ້ນ.

ໃນ​ລະ​ຫວ່າງ​ທີ່​ແລ່ນ​ລາດ​ຕະ​ເວນ​ຢູ່ນັ້ນກຳ​ປັ່ນ​ຂອງ​ໜ່ວຍ​ຍາມ​ຝັ່ງ​ຈີນ “ກໍ​ໄດ້​ແລ່ນ ຕັດ ​ແລະ​ຂັດ​ຂວາງ​ ແບບ​ອັນ​ຕະ​ລາຍ ​ຕໍ່​ກຳ​ປັ່ນ BRT Teresa Magbanua ຂອງ​ຟີ​ລິບ​ປິນ 4 ຄັ້ງ ໂດຍ​ທີ່​ກຳ​ປັ່ນ​ໜ່ວຍ​ຍາມ​ຝັ່ງ​ຂອງ​ຈີນ ໄດ້​ເຕືອນ​ກຳ​ປັ່ນ​ໜ່ວຍ​ຍາມ​ຝັ່​ງ​ຟີ​ລິບ​ປິນ ປ່ຽນ​ທິດ​ທາງສອງ​ຄັ້ງ​” ອີງ​ຕາມ​ຄຳ​ເວົ້າ​ຂອງ​ໜ່ວຍ​ຍາມ​ຝັ່ງ​ຟີ​ລິບ​ປິນ​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ.

ໜ່ວຍ​ຍາມ​ຝັ່ງ​ຂອງ​ຟີ​ລິບ​ປິນ ​ກ່າວ​ວ່າ ນອກນັ້ນ ​ກຳ​ປັ່ນ​ຂອງ​ຕົນ​ຍັ​ງ​ໄດ້ “​ຖືກ​ຕິດ​ຕາມ” ​ໂດຍ​ກຳ​ປັ່ນ​ຂອງ​ໜ່ວຍ​ຍາມ​ຝັ່ງ​ຈີນ 4 ລຳ “ຫຼາຍກວ່າ 40 ຄັ້ງ.”

ນອກ​ນັ້ນ​ແລ້ວ ໜ່ວຍ​ຍາມ​ຝັ່ງ​ຂອງ​ຟີ​ລິ​ບ​ປິນ​ ຍັງ​ໄດ້​ສັງ​ເກດ​ເຫັນ​ໃນ​ອັນ​ທີ່​ຕົນ​ກ່າວ​ວ່າ ເປັນ “ກຳ​ປັ່ນ​ທະ​ຫານ​ບ້ານ​ທາງ​ທະ​ເລ​ຂອງ​ຈີນ​ອີກ 4 ລຳ.”

ໂຄ​ສົກ​ຂອງ​ໜ່ວຍ​ຍາມ​ຝັ່ງ​ຈີນ ທ່ານ​ກັນ ຢູ ໄດ້​ກ່າວ​ຕອບ​ໂຕ້​ວ່າ ກຳ​ປັ່ນ​ຂອງ​ຟີ​ລິບ​ປີນ “ແລ່ນ​ລ່ວງ​ລ້ຳ​ຢ່າງ​ຜິດ​ກົດ​ໝາຍ” ເຂົ້າ​ໄປ​ໃນ​ເຂດ​ນ່ານ​ນ້ຳ​ຂອງ​ຈີນ​ຫຼາຍໆ​ເທື່ອ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG