ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ່າງໜ້ອຍ 21 ຄົນເສຍຊີວິດ ຍ້ອນໄຕ້ຝຸ່ນ ຮາກູປິດ ທີ່ຟີລິບປີນ


ສະພາກາ​ແດງ​ຟີ​ລິບ​ປີນ ກ່າວ​ວ່າ ຢ່າງ​ໜ້ອຍ​ປະຊາຊົນ 21 ຄົນ
​ເສຍ​ຊີວິດ ນັບ​ແຕ່​ລົມພາຍຸ​ໄຕ້​ຝຸ່ນ​ພະລັງ​ແຮງ​ ຮາ​ກູ​ປິດ ປະ​ທະ​
ປະ​ເທດ​ເກາະດອນ​ດັ່ງກ່າວ​.

​ເລຂາທິການ​ໃຫຍ່​ສະພາກາ​ແດງ ທ່ານ​ນາງ Gwendolyn
Pang ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຢ່າງ​ໜ້ອຍ​ 18 ຄົນ​ໃນ​ຈຳນວນ​
ພວກ​ເຄາະ​ຮ້າຍໄດ້ເສຍ​ຊີວິດ​ຢູ່​ເກາະ Samar ທາງ​ພາກ​ຕາ
​ເວັນ​ອອກ​ຂອງ​ປະ​ເທດ ບ່ອນ​ທີ່​ພາຍຸ ຮາ​ກູ​ປິດ ​ໄດ້​ພັດ​ຂຶ້ນ​ຝັ່ງ
​ໃນ​ຄືນ​ວັນ​ເສົາ​ມື້ກ່ອນ​ນີ້.

ມີ​ການ​ປະກາດໂຕ​ເລກຫຼ້າ​ສຸດຂອງພວກເສຍ​ຊີວິດ​ໃຫ້​ຊາບ
ໃນ​ຂະນະ​ທີ່​ນະຄອນຫລວງມາ​ນີລາ ຕຽມ​ຮັບ​ມື​ກັບ​ການ​ປະ​ທະຂອງໄຕ້​ຝຸ່ນ​ດັ່ງກ່າວ ​ທີ່ຈະ
ກາຍ​ເປັນ​ພາຍຸ​ເຂດ​ຮ້ອນ​ໃນ​ວັນ​ອັງຄານ​ມື້​ອື່ນ ​ໃນ​ຂະນະ​ທີ່ພາຍຸ​ຫົວ​ນີ້ສືບ​ຕໍ່​ ພັດ​ຜ່ານ​ຂ້າມ
​ຟີ​ລິບ​ປີນໄປຢ່າງ​ຊ້າໆ​ນັ້ນ.

ພວກ​ໂຮງຮຽນ​ແຫ່ງ​ຕ່າງໆ ​ໄດ້​ຖືກ​ປິດ​ລົງ​ຊົ່ວຄາວ ຕະຫຼາດ​ຂາຍ​ຮຸ້ນກໍ​ປິດ​ລົງ ພວກ​ພະນັກ
ງານ​ຫ້ອງການ​ແລະ​ລັດຖະບານ​ຫຼາຍ​ຄົນ​ ຖືກແຈ້ງໃຫ້​ຢູ່​ບ້ານ ​ແລະຖ້ຽວ​ບິນ​ຂອງ​ສາຍ​ການ
ບິນ​ພານິດ​ຫຼາຍ​ສິບຖ້ຽວ ​ໄດ້​ຖືກ​ລົບ​ລ້າງ.

Philippine Areas Returning to Normal in Wake of Typhoon Hagupit
please wait

No media source currently available

0:00 0:02:01 0:00

ທ່ານ Alexander Pama ​ໂຄສົກ​ສະພາ​ຮັບ​ມື​ແລະ​ຫລຸດ​ຜ່ອນການສ່ຽງ​ຕໍ່ໄພ​ຫາຍຍະນະ​ ​
ແຫ່ງ​ຊາດ​ຟີ​ລິບ​ປີນ ກ່າວ​ວ່າ “ປັດຈຸບັນ​ນີ້ ພວກ​ເຮົາ​ກຳລັງ​ດຳ​ເນີນ​ການ​ຊ່ອຍ​ກູ້​ໄພ​ໃນ
​ບັນດາ​ບ່ອນ​ທີ່ໄດ້​ຮັບ​ຜົນ​ກະທົບ​ ຈາກ​ລົມ​ໄຕ້​ຝຸ່ນ Ruby ຫຼື​ຮາ​ກູ​ປິດ ​ແລະ​ພວກ​ເຮົາກຳ
ລັງ​ປະຕິບັດ​ຕາມ​ ແຜນການ​ຂອງ​ພວກ​ເຮົາ ຊຶ່ງພວກ​ເຮົາໄດ້ເລີ້ມ​ດຳເນີນ​ການ​ໃນ​ເຂດ Masbate ຕາມ​ເສັ້ນ​ທາງ​ພັດ​ຜ່ານ​ຂອງ​ໄຕ້​ຝຸ່ນ ​ແລະ​ພວກ​ເຮົາ​ກຳລັງ​ກະກຽມ​ ສຳລັບ
ແຂວງ Mindoro ​ແຂວງ Tagalog ​ໃຕ້ ​ແລະ​ເຂດ​ອ້ອມ​ແອ້ມ​ນະຄອນຫຼວງ​ມາ​ນີລາ.”

ພາຍຸ​ລູກ​ນີ້​ ໄດ້​ອ່ອນ​ແຮງ​ລົງ​ອີກ ໃນ​ວັນ​ຈັນ​ມື້​ນີ້ ຫຼັງ​ພັດ​ຂຶ້ນ​ຝັ່ງ​ໃນ​ຕອນ ເດິກ​ຄືນ​ວັນ​ເສົາ​
ໂດຍ​ໄດ້​ຮື້​ຖອນ​ຫຼັງຄາ​ອອກ​ຈາກ​ຕຶກ​ອາຄານຫຼາຍ​ຫຼັງ ພ້ອມ​ທັງ​ເຮັດ​ໃຫ້​ໄຟຟ້າ​ມອດ ໃນ
ພວກແຂວງ​ແຄມ​ທະ​ເລທັງ​ໝົດ ​ແລະ​ເຮັດ​ໃຫ້​ປະຊາຊົນເສຍ​ຊີວິດ ​ຢ່າງ​ນ້ອຍ​ 3 ຄົນ ​ໃນ
ເບື້ອງ​ຕົ້ນ​ນັ້ນ.

ບັນດາ​ນັກ​ພະຍາກອນ​ອາກາດ ກ່າວ​ວ່າ ລົມພາຍຸ​ໄຕ້​ຝຸ່ນ ຮາ​ກູ​ປິດ ຊຶ່ງ​ກຳລັງ​ພັດ​ໄປ​ທາງ
ທິດຕາ​ເວັນ​ຕົກ​ສຽງ​ເໜືອ ​ໃນ​ຄວາມ​ໄວ​ ແຕ່​ພຽງ​ປະມານ 10 ຫຼັກ​ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ໃນຂະນະ​ນີ້ ອາດ​ຈະ​ໃຊ້​ເວລາ 3 ມື້ ​ເພື່ອ​ພັດ​ຂ້າມ​ພາກກາງຂອງ​ຟີ​ລິບ​ປີນ.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ລົມ​ໄຕ້​ຝຸ່ນ​ລູກ​ນີ້ ປາກົດ​ວ່າ​ບໍ່​ຮ້າຍ​ແຮງ​ເທົ່າ​ກັນ​ກັບລົບ​ພາຍຸ Haiyan ​ໃນ​ປີ​ແລ້ວ​ນີ້ ສ່ວນ​ນຶ່ງ​ກໍ​ເປັນ​ຍ້ອນ​ວ່າ​ມີ​ການ​ປະຕິບັດ​ງານ​ຢ່າງ​ໃຫຍ່ ​ເພື່ອ​ຊ່ອຍ​ຍົກຍ້າຍ​ປະຊາຊົນ​ຈຳນວນ​ເກືອບ 1 ລ້ານ​ຄົນ​ອອກ​ຈາກ​ແຄມ​ຝັ່ງ​ທະ​ເລ ​ແລະ​ອອກ​ຈາກ​ພວກຂົງ​ເຂດ​ທີ່​ມັກ​ເກີດ​ດິນ​ເຈື່ອນ​ນັ້ນ.

philippinestyphoon8december14
please wait

No media source currently available

0:00 0:01:51 0:00

XS
SM
MD
LG