ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອ​ຟີ​ລິບ​ປິນ ​ເລັດ​ລອດ​ຜ່ານ​ການ​ປິດ​ລ້ອມ ໜ່ວຍ​ຍາມ​ຝັ່ງ​ຈີນ ໃກ້​ເກາະ​ຫາດ​ຊາຍ ທີ່​ມີ​ການ​ຂັດ​ແຍ້ງ

ແຟ້ມ - ເຮືອ​ຂົນ​ເຄື່ອງ​​ຟີ​ລິບ​ປິນ, ກາງ, ແລ່ນ​ຢູ່​ກາງ​ກຳ​ປັ່ນ​ໜ່ວຍ​ຍາມ​ຝັ່ງ​ຈີນ ທີ່​ພະ​ຍາ​ຍາມ​ຂັດ​ຂວາງ ໃກ້ກັບ​ເກາະ​ຫາດ​ຊາຍ​ໂທ​ມາ​ສ​ທີ​ສອງ ເມື່ອ​ວັນ​ທີ 22 ສິງ​ຫາ 2023. ເຮືອ​ຂົນ​ເຄື່ອງ​ຂອງ​ຟີ​ລິບ​ປິນ 2 ລຳ ເລັດ​ລອດ​ຜ່ານ​ການ​ປິດ​ລ້ອມ​ຂອງ​ຈີນ ຢູ່​ເກາະ​ດັ່ງ​ກ່າວ ວັນ​ທີ 4 ຕຸ​ລາ 2023.

ເຮືອ​ຂົນ​ເຄື່ອງ​ຂອງ​ຟີ​ລິບ​ປິນ 2 ລຳ ສາ​ມາດ​ແລ່ນ​ຜ່ານ​ການ​ປິດ​ລ້ອມ​ຂອງ​ໜ່ວຍ​ຍາມ​ຝັ່ງ​ຈີນຢູ່​ທະ​ເລ​ຈີນ​ໃຕ້ ໃນ​ການ​ປະ​ເຊີນ​ໜ້າ​ທີ່​ເກີດ​ຂຶ້ນ​ອີກ ໃກ້​ກັບ​ເກາະ​ຫາດ​ຊາຍ​ ທີ່​ມີ​ການ​ຂັ​ດ​ແຍ້ງ ທີ່​ບາງ​ຄົນ​ມີ​ຄວາມ​ຢ້ານ​ກົວ​ວ່າ ອາດ​ຈະ​ກໍ່​ໃຫ້​ເກີດ​ ວິ​ກິ​ດ ການດ້ານ​ຄວາມ​ໝັ້ນ​ຄົງ​ທີ່​ໃຫຍ່​ຂຶ້ນ​ແລະ​ອາດ​ແກ່​ດຶງ​ເອົາສະ​ຫະ​ລັດ​ເຂົ້າ​ໄປ​ມີ​ສ່ວນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

​ກຳ​ປັ່ນ​ໜ່ວຍ​ຍາມ​ຝັ່ງ​ຂອງ​ຟີ​ລິບ​ປິນ 2 ລຳ ໄດ້ໃຫ້​ການ​ຄຸ້ມ​ກັນ​ເຮືອ​ຂົນ​ເຄື່ອງ​ຂະ​ໜາດ​ນ້ອຍລົງ​ມາ 2 ລຳ ໃນ​ມື້​ວັນ​ພຸດ​ແລ້ວ.

ແຕ່ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ ​ໃນ​ທັນ​ທີ​ເທື່ອ​ວ່າ ​ເຮືອ​ທັງ​ສອງ​ລຳ​ໄດ້​ຖືກ​ຂັດ​ຂວາງ​ໂດຍ​ກຳ​ປັ່ນ​ໜ່ວຍ​ຍາມ​ຂອງຝັ່ງ​ຈີນ​ ໃນ​ຂະ​ນະ​ທີ່ແລ່ນ​ເຂົ້າ​ໄປ​ໃກ້ເກາະ​ຫາດ​ຊາຍ​ໂທ​ມາ​ສ​ທີ​ສອງ ຫຼື​ບໍ່.

ກອງທະ​ຫານ​ມາ​ຣີນ​ຂະ​ໜາດ​ນ້ອຍຈຸ​ນຶ່ງ​ໄດ້ຍາມ​ປະ​ຈຳ​ການຢູ່​ທີ່ນັ້ນ​ມາ​ເປັນ​ເວ​ລາ​ຫຼາຍໆປີແລ້ວ ເທິງ​ກຳ​ປັ່ນ​ລົບ ທີ່​ຖືກ​ນຳ​ໄປ​ຈອດ​ຖິ້ມ​ໄວ້ ແຕ່​ຍັງ​ຮັບ​ໜ້າ​ທີ່​ຢູ່.

ຈີນ​ກໍ​ໄດ້​ອ້​າງ​ເອົາ​ກຳ​ມະ​ສິດ​ເຊັ່ນ​ດຽວ​ກັນ ຕໍ່​ເກາະ​ຫາດ​ຊາຍນີ້ ແລະ​ໄດ້​ນຳ​ເອົາ​ກຳ​ປັ່ນ​ຂອງ​ໜ່ວຍ​ຍາມ​ຝັ່ງແລະ​ກຳ​ປັ່ນ​ທະ​ຫານ​ບ້ານ ມາ​ປິດ​ລ້ອມ​ເກາະ​ດັ່ງ​ກ່າວ ໃນ​ການ​ປະ​ເຊີນ​ໜ້າກັນ​ມາ​ເປັນ​ເວ​ລາ​ຫຼາຍ​ປີ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG