ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເສຍຊີວິດຢ່າງໜ້ອຍ 3 ຄົນ ແລະບາດເຈັບ 27 ຄົນ ໃນເຫດລະເບີດທີ່ຟິລິບປິນ


ພວກກູ້ໄພຫາມສົບລົງມາຈາກໂຮງແຮມລາຄາຖືກ Atilano Pension House ທີ່ເມືອງ Zamboanga ທາງພາກໃຕ້ຂອງ Philippines, ວັນທີ 27 ພະຈິກ 2011. (REUTERS/Stringer)
ພວກກູ້ໄພຫາມສົບລົງມາຈາກໂຮງແຮມລາຄາຖືກ Atilano Pension House ທີ່ເມືອງ Zamboanga ທາງພາກໃຕ້ຂອງ Philippines, ວັນທີ 27 ພະຈິກ 2011. (REUTERS/Stringer)

ພວກ​ເຈົ້າໜ້າ​ທີ່​ຟິລິບ​ປິນກ່າວ​ວ່າ ລະ​ເບີດ​ແຮງ​ສູງ​ໄດ້​ສັງຫານ​ຢ່າງ​ໜ້ອຍ 3 ຄົນ ​ແລະ​ບາດ
ເຈັບ​ອີກ 27 ຄົນ ​ໃນ​ໂຮງ​ແຮມ​ແຫ່ງ​ນຶ່ງ​ທີ່ ​ອັ່ງ​ອໍ​ດ້ວຍແຂກ​ຮັບ​ເຊີນ​ ໄປ​ງານ​ແຕ່ງງານ.

ຕໍາຫລວດ​ກ່າວ​ວ່າ ພວກ​ເຂົາ​ເຈົ້າຄົ້ນ​ພົບ​ຮ່ອງຮອຍ​ຂອງ​ລູກ​ລະ​ເບີດຢູ່​ໃນ​ໂຮງ​ແຮມລາຄາ​ຖືກ
Atilano Pension House ທີ່​ພັງ​ພິນາດ​ນັ້ນ ຫລາຍ​ຊົ່ວ​ໂມງ​ຫລັງຈາກ​ເຫດການ​ລະ​ເບີດ​
ເມື່ອ​ຄືນ​ວັນ​ອາທິດ​ວານ​ນີ້ ທີ່​ເມືອງ​ທ່າ Zamboanga ທີ່​ເກາະ​ມິນ​ດາ​ນາວ.

ຄວາມ​ຮຸນ​ແຮງ​ຂອງ​ລະ​ເບີດ ​ໄດ້​ທໍາລາຍຊັ້ນ​ເທິງ​ຂອງ​ໂຮງ​ແຮມ​ສອງ​ຊັ້ນດັ່ງກ່າວ. ​ແລະ​ໄຟທີ່
ເກີດ​ຈາກ​ແຮງ​ລະ​ເບີດ​ໄດ້ໄໝ້​ລາມ​ລົງ​ມາ​ຊັ້ນ​ລຸ່ມ​ພື້ນ​ດິນ.

ເຖິງ​ແມ່ນເວລາ​ນີ້​ຍັງ​ບໍ່​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບເທື່ອກໍ​ຕາມ ​ແຕ່​ເມືອງ Zam
boanga ​ແມ່ນຕັ້ງ​ຢູ່​ເຂດ​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ພວກ​ຫົວ​ຮຸນ​ແຮງ Abu Sayyaf
ທີ່​ເຊຶ່ອມ​ໂຍງ​ກັບ​ກຸ່ມ​ອາລຄາ​ອີ​ດາ ​ທີ່​ປະຕິບັດ​ການ​ຢູ່​ໃກ້​ເກາະ ບາຊິ​ລານ ນັ້ນ.

XS
SM
MD
LG