ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ໜາມ​ບິນ ຟີ​ລິບ​ປິນ ເປີດ​ການ​ນຳ​ໃຊ້​ຄື​ນ​ສ່ວນ​ນຶ່ງ ຫຼັງ​ຈາກ​ເກີດ​ອຸ​ບັດ​ເຫດ


ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ຍ່າງ​ຢູ່​ທາງ​ຂ້າງ​ເຮືອ​ບິນ Korean Air ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ, 24 ຕຸ​ລາ 2022.
ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ຍ່າງ​ຢູ່​ທາງ​ຂ້າງ​ເຮືອ​ບິນ Korean Air ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ, 24 ຕຸ​ລາ 2022.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຟີ​ລິບ​ປິນ ໄດ້​ອະ​ນຸ​ຍາດ​ສະ​ໜາມ​ບິນ​ທີ່​ສຳ​ຄັນ​ໃຫ້​ເປີດ​ໃຊ້​ຄືນ​ສ່ວນ​ນຶ່ງ​ ສຳ​ລັບ​ຖ້ຽວ​ບິນສາ​ກົນ ແລະ ພາຍ​ໃນ​ປະ​ເທດ​ໃນ​ວັນ​ອັງ​ຄານມື້ນີ້ ເຖິງ​ແມ່ນ​ຈະ​ມີ​ເຮືອ​ບິນເກົາຫຼີ ຫຼື Korean Air ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຄາ​ຢູ່​ໃນ​ທົ່ງຫຍ້າ​ໃກ້​ກັບ​ທາງ​ແລ່ນ​ກໍ​ຕາມ ຫຼັງ​ຈາກ​ອຸ​ບັດ​ຕິ​ເຫດ​ທີ່​ເກືອບ​ເປັນ​ໄພ​ຫາ​ຍະ​ນະ​ເມື່ອ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ.

ສະ​ໜາມ​ບິນ​ໃນ​ເກາະ ມັກ​ຕານ ແຂວງ ເຊ​ບູ, ເຊິ່ງ​ແມ່ນ​ສະ​ໜາມ​ບິນ​ໃຫຍ່​ເປັນ​ອັນ​ດັບ​ສອງ​ຂອງ​ປະ​ເທດ​ນັ້ນ, ແມ່ນ​ໄດ້​ເປີດ​ໃຊ້​ຄືນເລີ້ມ​ຈາກ​ເວ​ລາ​ຕາ​ເວັນ​ຂຶ້ນ ແລະ ຕາ​ເວັນ​ຕົກ ເພື່ອ​ຊ່ວຍ​ຫຼຸດ​ຜ່ອນ​ຖ້ຽວ​ບິນ​ພານິດ ທີ່​ໄດ້ຖືກ​ຍົກ​ເລີກ​ຈຳ​ນວນຫຼວງຫຼາຍ ແລະ ຜູ້​ໂດຍ​ສາຍນ​ທີ່​ຄ້າງ​ຄາ​ຍ້ອນ​ອຸ​ບັດ​ຕິ​ເຫດ​ຂອງເຮືອ​ບິນ ເກົາຫຼີ​ ໃນ​ຄືນ​ວັນ​ອາ​ທິດ​ທີ່​ຜ່ານ​ມາ.

ເຮືອ​ບິນ ແອ​ບັ​ສ A330 ທີ່ບິນ​ຈາກ​ເມືອງ ອິນ​ຊອນ ປະ​ເທດ ເກົາຫຼີ​ໃຕ້, ນຳ​ພາ​ປະ​ຊາ​ຊົນ 173 ຄົນ, ໄດ້​ພະ​ຍາ​ຍາມ​ທີ່​ຈະ​ລົງ​ຈອກ​ສອງ​ຄັ້ງ​ກ່ອນ​ທີ່​ມັນ​ຈະ​ແລ່ນ​ກາຍ​ທາງ​ແລ່ນ​ ໃນ​ການ​ພະ​ຍາ​ຍາມ​ຄັ້ງ​ທີ​ສາມ​ໃນ​ສະ​ພາບ​ອາ​ກາດ​ຝົນ​ຕົກ, ອີງ​ຕາມ​ການ​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ​ໂດຍ​ບໍ​ລິ​ສັດ ສາຍ​ການ​ບິນ ເກົາຫຼີ​ ຈຳ​ກັດ.

ຜູ້​ໂດຍ​ສານ 162 ຄົນ ແລະ ລູກ​ເຮືອ 11 ຄົນ ​ໄດ້​ອອກ​ມາ​ຈາກ​ເຮື​ອ​ບິນ​ດ້ວຍ​ຕະ​ລູດສຸກ​ເສີນ​ໂດຍ​ປາ​ສະ​ຈາ​ການ​ບາດ​ເຈັບ​ທີ່​ຮ້າຍ​ແຮງ​ໃດໆ, ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່ ສາຍ​ການ​ບິນ ເກົາຫຼີ ແລະ ຟີ​ລິບ​ປິນ.

ແຕ່ຫຼາຍກວ່າ 100 ຖ້ຽວ​ບິນ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ ໄດ້​ຖືກ​ຍົກ​ເລີກ​ນັບ​ຕັ້ງ​ແຕ່​ອຸ​ບັດ​ຕິ​ເຫ​ດ​ໄດ້​ເກີດ​ຂຶ້ນ​ຍ້ອນ​ເຮືອ​ບິນ​ທີ່​ຄາ​ຢູ່​, ເຊິ່ງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ແມ່ນ​ຄາດ​ວ່າ​ຈະ​ແກ່​ມັນ​ອອກ​ໄປ​ຈາກ​ເຂດ​ທີ່​ເປັນ​ທົ່ງ​ຫຍ້າ​ຢູ່​ທ້າຍ​ຂອງ​ທາງ​ແລ່ນ​ໃນ​ຕອນ​ແລງວັນ​ອັງ​ຄານມື້ນີ້​ ເປັນ​ການ​ໄວ​ສຸດ. ບັນ​ດາ​ເຈົ້າ​ໜ້າ​ທີ່​ການ​ບິນ​ພົນ​ລະ​ເຮືອນ ຟີ​ລິບ​ປິນ ໄດ້​ກ່າວ​ວ່າ ພາກ​ສ່ວນທີ່ບໍ່​ໄດ້​ຮັບ​ຜົນ​ກະ​ທົບ​ຂອງທາງ​ແລ່ນ​ທີ່​ສາ​ມາດ​ໃຊ້​ໄດ້​ພຽງ​ເສັ້ນ​ດຽວ​ ຂອງ​ສະ​ໜາ​ມ​ບິນ ມັກ​ຕານ ແມ່ນ​ສາ​ມາດ​ເປີດ​ໃຊ້​ຄືນ​ສຳ​ລັບ​ຖ້ຽວ​ບິນ​ຕ່າງໆ​ ໃນ​ເວ​ລາ​ກາງ​ເວັນ ເວ​ລາ​ທີ່​ວິ​ໄສ​ທັດ​ແມ່ນ​ດີ ຫຼັງ​ຈາກ​ຊາກ​ຫັກ​ພັງ​ຈາກ​ອຸ​ບັດ​ຕິ​ເຫດ​ຂອງວັນ​ອາ​ທິດ​ທີ່​ຜ່ານ​ມາ​ຖືກ​ເກັບ​ກວາດ​ອອກ​ໄປ.

​ພື້ນ​ດ້ານ​ໜ້າ​ຂອງ​ເຮືອ​ບິນແມ່ນ​ໄດ້​ຂາດ​ອອກ ແລະ ດັງ​ຂອງ​ມັນ​ແມ່ນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ແຮງ.

ເຮືອ​ບິນ​ລຳ​ດັ່ງ​ກ່າວ​ແມ່ນນອນ​ຢູ່​ໃນ​ພື້ນ​ທີ່​ຫຍ້າ ​ດ້ວຍ​ກົງ​ໜ້າ​ຂອງ​ມັນ​ແມ່ນບໍ່​ສາ​ມາດ​ແນມ​ເຫັນ​ໄດ້ ແລະ ຕະ​ລູດ​ສຸກ​ເສີນ​ແມ່ນ​ຖືກ​ປ່ອຍ​ອອກ​ມາ​ຢູ່​ປະ​ຕູ. ຮູເປີດ​ຢູ່​ຫົວ​ໃກ້​ປະ​ຕູ​ໜ້າ​ຂອງ​ເຮືອ​ບິນ​ແມ່​ນ​ສາ​ມາດ​ແນມ​ເຫັນ​ໄດ້.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຟີ​ລິບ​ປິນ ໄດ້​ກ່າວໃນ​ວັນ​ຈັນ​ວານນີ້​ວ່າ ນ້ຳ​ມັນ​ທີ່​ຍັງ​ເຫຼືອ​ຢູ່​ຂອງ​ເຮືອ​ບິນ​ຈະ​ຖືກ​ຂົນ​ອອກກ່ອນ​ການ​ພະ​ຍາ​ຍາມ​ທີ່​ຈະ​ເຄື່ອນ​ຍ້ານ​ເຮືອ​ບິນ​ນັ້ນອອກ​ຈາກ​ທ້າຍ​ຂອງ​ທາງ​ແລ່ນ​.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG