ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການ​ເຄື່ອນ​ໄຫວ ຂອງ​ຟີ​ລິບ​ປິນ ຢູ່​ທະ​ເລ​ຈີນ​ໃຕ້ 'ເປັນ​ອັນ​ຕະ​ລາຍ​ຮ້າຍ​ແຮງ' ສື່ມວນ​ຊົນ​ຂອງ​ທາງ​ການ​ຈີນ​ກ່າວ


​ແຟ້ມ - ເຈົ້າ​ໜ້າ​ທີ່​ຂອງ​ໜ່ວຍ​ຍາມ​ຝັ່ງ​ຟີ​ລິບ​ປິນ ສ່ອງ​ກ້ອງ​ເບິ່ງ ຂະ​ນະ​ທີ່​ມີ​ການ​ປະ​ຕິ​ບັດ​ງານ​ສົ່ງ​ສະ​ບຽງ ໄປ​ໃຫ້​ທະ​ຫານ​ທີ່​ປະ​ຈຳ​ການ​ຢູ່​ກຳ​ປັ່ນ​ລົບ​ຄ້າງ​ໂຄກ​ທີ່​ຫາດ​ຊາຍ​ແຫ່ງ​ນຶ່ງ ໃນ​ທະ​ເລຍ​ຈີນ​ໃຕ້ ເມື່ອ​ວັນ​ທີ 4 ຕຸ​ລາ 2023.
​ແຟ້ມ - ເຈົ້າ​ໜ້າ​ທີ່​ຂອງ​ໜ່ວຍ​ຍາມ​ຝັ່ງ​ຟີ​ລິບ​ປິນ ສ່ອງ​ກ້ອງ​ເບິ່ງ ຂະ​ນະ​ທີ່​ມີ​ການ​ປະ​ຕິ​ບັດ​ງານ​ສົ່ງ​ສະ​ບຽງ ໄປ​ໃຫ້​ທະ​ຫານ​ທີ່​ປະ​ຈຳ​ການ​ຢູ່​ກຳ​ປັ່ນ​ລົບ​ຄ້າງ​ໂຄກ​ທີ່​ຫາດ​ຊາຍ​ແຫ່ງ​ນຶ່ງ ໃນ​ທະ​ເລຍ​ຈີນ​ໃຕ້ ເມື່ອ​ວັນ​ທີ 4 ຕຸ​ລາ 2023.

ສື່ມວນ​ຊົນ​ຂອງ​ທາງ​ການ​ຈີນ ​ໄດ້​ກ່າວ​ຫາ​ຟີ​ລິ​ບ​ປິນ ​ໃນ​ວັນ​ຈັນ​ວານນີ້​ວ່າ ຍັງ​ສືບ​ຕໍ່​ລ່ວງ​ລະ​ເມີດ​ຊ້ຳ​ແລ້ວ​ຊ້ຳ​ອີກ ຕໍ່​ເຂດ​ນ້ຳ​ແດນ​ດິນ​ຂອງ​ຈີນໃນ​ທະ​ເລ​ຈີ​ນ​ໃຕ້ ໂດຍ​ເຜີຍ​ແຜ່​ຂໍ້​ມູນທີ່​ບໍ່​ຖືກ​ຕ້ອງ ແລະ​ສົມ​ຮູ້​ຮ່ວມ​ຄິດ​ກັບ​ກຳ​ລັງ​ພາຍນອກ ເພື່ອ​ສ້າງ​ບັນ​ຫາ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ຟີ​ລິບ​ປີນ​ແມ່ນ​ກາງ​ຕໍ່​ການ​ສະ​ໜັບ​ສະ​ໜຸນ​ຂອງ​ສະ​ຫະ​ລັດ​ເພື່ອ​ສືບ​ຕໍ່​ທ້​າ​ທາຍເກາະ​ຜິດ​ກັບ​ຈີນ ດ້ວຍ​ການປະ​ພຶດ​ທີ່ “​ເປັນອັນ​ຕະ​ລາຍ​ຢ່າງ​ຍິ່ງ” ຕໍ່​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຢູ່​ໃນ​ຂົງ​ເຂດ ໜັງ​ສື​ພິມ​ປະ​ຊາ​ຊົນ​ລາຍ​ວັນຊຶ່ງ​ເປັນ​ປາກ​ກະ​ບອກ​ສຽງ ຂອງ​ພັກ​ຄອມ​ມູ​ນິ​ສ​ຈີນ ຂຽນ​ລົງ​ໃນ​ບົດ​ວິ​ຈານ​ ເມື່ອ​ວັນ​ຈັນ​ວານນີ້.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປິນ ແລະ​ໜ່ວຍ​ງານ​ແຫ່ງ​ຊາດ​ຮັບ​ມື​ກັບ​ບັນ​ຫາ​ໃນ​ທະ​ເລ​ຈີນ​ໃຕ້ ບໍ່​ໄດ້​ໃຫ້​ຄວາມ​ເຫັນ​ໃດໆ​ໃນ​ທັນ​ທີ ໃນ​ວັນ​ຄ​ຣິ​ສ​ມັ​ສ ກ່ຽວ​ກັບ​ກາ​ນ​ຂໍ​ຄວາມ​ເຫັນ​ຕໍ່​ລາຍ​ງານ​ດັ່ງ​ກ່າວ.

ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ປັກ​ກິ່ງ​ແລະ​ມະ​ນີ​ລາໄດ້​ເພີ້ມ​ທະ​ວີ​ຂຶ້ນ​ໃນ​ໄລ​ຍະ​ສອງ​ສາມ​ເດື​ອນ​ທີ່​ຜ່ານ​ມານີ້ ໃນ​ຂະ​ນະ​ທີ່​ທັງ​ສອງ​ຝ່າຍ ​ຕ່າງ​ກໍ​ກ່າວ​ຫາ​ຊຶ່ງ​ກັນ​ແລະ​ກັນ​ກ່ຽວ​ກັບ​ການ​ປະ​ເຊີນ​ໜ້າ​ຢູ່​ໃນ​ທະ​ເລ​ຈີ​ນ​ໃຕ້ ຮວມ​ທັງ​ການ​ກ່າວ​ຫາ​ທີ່​ວ່າ ຈີນ​ໄດ້​ໃຊ້​ກຳ​ປັ່ນ​ແລ່ນ​ເຂົ້າ​ຕຳ ເຮືອ​ຂອງ​ຟີ​ລິບ​ປິນໃນ​ເດື​ອນນີ້ ​ທີ່​ມີ​ຫົວ​ໜ້າ​ເສ​ນາ​ທິ​ການກອງ​ທັບ​ຟີ​ລິບ​ປິນ ​ເດີນ​ທາງ​ໄປ​ນຳ​ນັ້ນ.

ຈີນ​ໄດ້​ອ້າງ​ເອົາ​ກຳ​ມະ​ສິດ​ສ່ວນ​ໃຫຍ່ ໃນ​ທະ​ເລ​ຈີນ​ໃຕ້ ຊຶ່ງ​ບາງ​ສ່ວນ​ກໍ​ມີ​ການ​ອ້າງ​ເອົາ​ກຳມະ​ສິດ​ໂດຍ​ຟີ​ລິບ​ປິນ ບ​ຣູ​ນາຍ ມາ​ເລ​ເຊຍ ໄຕ້​ຫວັນ ຫວຽດ​ນາມ ແລະ​ອິນ​ໂດ​ເນ​ເຊຍ. ໃນ​ປີ 2016 ສານ​ລະ​ຫວ່າງ​ປະ​ເທດ​ໄດ້​ຕັດ​ສິນ​ ການ​ອ້າງ​ເອົາ​ກຳ​ມະ​ສິດ​ຂອງ​ຈີນ​ເປັນ​ໂມ​ຄະ ໃນ​ຄະ​ດີ​ທີ່​ຍື່ນ​ຟ້ອງ​ໂດຍ​ຟີ​ລິບ​ປິນ ຊຶ່ງ​ປັກ​ກິ່ງ​ໄດ້​ປະ​ຕິ​ເສດ.

ໃນ​ການ​ເຕືອນ​ໂດຍ​ກົງ​ແບບ​ຜິດ​ປົກ​ກະ​ຕິນັ້ນ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ ທ່ານ​ຫວັງ ຢີ ກ່າວ​ໃນ​ອາ​ທິ​ດ​ແລ້ວນີ້​ວ່າ ການ​ຄຳ​ນວນ​ທີ່​ຜິດ​ພາດ​ໃດໆ​ໃນ​ການ​ກໍ​ລະ​ນີ​ພິ​ພາດ​ກັບ​ຟີ​ລິບ​ປິນ ​ຈະ​ໄດ້​ຮັບ​ການ​ຕອບ​ໂຕ້​ແບບ​ເດັດ​ຂາດ ​ຈາກ​ຈີນ​ແລະ​ຮຽກ​ຮ້ອງ​ໃຫ້​ມີ​ເຈ​ລະ​ຈາ​ຫາ​ລືກັນ ເພື່ອ​ແກ້​ໄຂ “​ບັນ​ຫາ​ຫຍຸ້ງ​ຍາກ​ເຫຼົ່າ​ນີ້.”

ຄວາມ​ສຳ​ພັນ​ທີ່​ຂົມ​ຂື່ນ​ດັ່ງ​ກ່າວ ​ບັງ​ເອີ​ນ​ມີ​ຂຶ້ນ ​ໃນ​ຂະ​ນະ​ທີ່​ມະ​ນີ​ລາ​ໄດ້ເຄື່ອນໄຫວ​ເພື່ອ​ເສີມ​ຂະ​ຫຍາຍ​ຄວາມ​ສຳ​ພັນທາງ​ທະ​ຫານ​ກັບ​ຍີ່​ປຸ່ນ ແລະ​ສະ​ຫະ​ລັດ ອະ​ດີດ​ເຈົ້າ​ອາ​ນາ​ນິ​ຄົມ​ເກົ່າ ພ້ອມ​ທັງ​ເປັນ​ພັນ​ທະ​ມິດ​ທາງ​ທະ​ຫານ​ມາ​ໄດ້ 7 ທົດ​ສະ​ວັດ​ແລ້ວ.

ອ່​ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG