ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການກັກໂຕປະກັນ ທີ່ຟີລິບປິນ


ໜ່ວຍປະຖົມພະຍາບານກໍາລັງຊ່ອຍຜູ້ລອດຊີວິດທີ່ໄດ້ຮັບບາດເຈັບຈາກລົດບັສທີ່ຖືກຈີ້ໃນກຸງມານີລາ ວັນທີ 23 ສິງຫາ
ໜ່ວຍປະຖົມພະຍາບານກໍາລັງຊ່ອຍຜູ້ລອດຊີວິດທີ່ໄດ້ຮັບບາດເຈັບຈາກລົດບັສທີ່ຖືກຈີ້ໃນກຸງມານີລາ ວັນທີ 23 ສິງຫາ

ຕໍາຫລວດ​ຟີ​ລິບ​ປິນ​ໄດ້​ບຸກ​ເຂົ້າ​ຖະລົ່ມລົດ​ບັສ ທີ່​ຜູ້​ຈີ້​ລົດໄດ້ ກັກ​ພວກ​ຕົວ​ປະກັນ ​ທີ່​ເປັນນັກ​ທ່ອງທ່ຽວ ຈາກ​ຮອງ​ກົງ​ຈໍານວນ​ນຶ່ງ​.

ພວກ​ເຈົ້າ​ໜ້າ​ທີ່​ທີ່​ໃສ່​ໝວກ​ກັນນ໊ອກ​ແລະ​ໃສ່ເສື້ອ​ກັນ​ລູກປືນ ​ໄດ້​ເຂົ້າອ້ອມ​ລົດ​ບັສ ​ແລະ​ພະຍາຍາມ​ໃຊ້​ຄ້ອນ​ເຫ​ລັກ​ ທັບ​ປ່ອງຢ້ຽມ​ເຂົ້າ​ໄປ. ການ​ບຸກ​ໂຈມ​ຕີ​ດັ່ງກ່າວ​ມີ​ຂຶ້ນ​ ຫລັງ​ຈາກ​ ໄດ້​ມີ​ການ​ຍິງ​ປືນ​ໃສ່​ຢາງ​ລົດ​ໃຫ້​ແຕກ​ແວບ​ລົງ ​ແລະ​ລູກປືນ​ບາງ​ລູກ ​ໄດ້​ຖືກ​ປ່ອງຢ້ຽມ​ລົດ​ ແຕກ​ກະຈາຍ​ໄປ.

ກ່ອນ​ການ​ບຸກ​ໂຈມ​ຕີ​ນັ້ນ ຊາຍ​ຄົນ​ນຶ່ງ​ທີ່ຄິດ​ວ່າ​ເປັນ​ຄົນ​ຂັບ​ລົດ​ບັສຄັນນັ້ນ​ ໄດ້​ແລ່ນ​ໜີ​ອອກ​ຈາກ​ລົດ​ໄປ.

ເຈົ້າ​ໜ້າ​ທີ່​ບົ່ງ​ຊື່​ຄົນ​ຈັບ​ໂຕ​ປະກັນ​ວ່າ ​ແມ່ນ​ອະດີດ​ຜູ້​ກວດກາ​ຕໍາຫລວດຂັ້ນ​ອາວຸ​ໂສ​ ທີ່​ຖືກໄລ່​ ອອກ​ໃນ​ປີ 2008. ຜູ້ກ່ຽວ​ໄດ້​ປ່ອຍ​ໂຕ​ປະກັນ​ທີ່​ແກ່​ຊະລາ ແລະ​ບໍ່​ສະບາຍ​ຫລາຍ​ຄົນ​ໃນ​ລະ ຫວ່າງ​ການ​ປະ​ເຊີນ​ໜ້າ​ກັນ ​ເປັນ​ເວລາ​ຫລາຍ​ຊົ່ວ​ໂມງ​ນັ້ນ ​ແຕ່​ກໍ​ຍັງ​ກັກ​ໂຕ​ປະກັນ​ໄວ້​ຢູ່ 15 ຄົນ​ ຊຶ່ງ​ເຊື່ອ​ວ່າ​ເປັນ​ນັກ​ທ່ອງທ່ຽວ​ຊາວ​ຮອງ​ກົງ​ທັງ​ໝົດ.

ຂ່າວຫລ້າສຸດແຈ້ງວ່າ ມີຜູ້ເສຍຊີວິດ 8 ຄົນ

(ຟັງຫລືອ່ານຂ່າວຫລ້າສຸດເປັນພາສາອັງກິດ ໂດຍຄລິກຢູ່ບ່ອນລິ້ງຄ໌ທີ່ກ່ຽວຂ້ອງກັນ ຢູ່ຂ້າງເທິງ-ຂວາມື.)

XS
SM
MD
LG