ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ້າວວິລາພອນ ພົມມະເທບ ເສຍຊີວິດ ຍ້ອນໂຄວິດ-19 ທີ່ລັດຟລໍຣິດາ


ທ້າວພິລາພອນ ພົມມະເທບ ຕິດໂຄວິດ-19 ເມື່ອ ວັນທີ 7 ກໍລະກົດ ແລະເສຍຊີວິດ ວັນທີ 14 ກໍລະກົດ 2020 ທີ່ເມືອງຊາຣາໂຊຕາ ລັດຟລໍຣິດາ.
ທ້າວພິລາພອນ ພົມມະເທບ ຕິດໂຄວິດ-19 ເມື່ອ ວັນທີ 7 ກໍລະກົດ ແລະເສຍຊີວິດ ວັນທີ 14 ກໍລະກົດ 2020 ທີ່ເມືອງຊາຣາໂຊຕາ ລັດຟລໍຣິດາ.

ໃນສາມສັບປະດາທີ່ຜ່ານມານີ້ ລັດຟລໍຣິດດາ ຕັ້ງຢູ່ທາງພາກຕາເວັນອອກສຽງ ໃຕ້ຂອງ
ຫະລັດ ແມ່ນຢູ່ອັນດັບນຶ່ງ ໃນການລະບາດ ໂດຍພະຍາດໂຄວິດ-19 ຈົນເຮັດໃຫ້ໂຮງໝໍ
ບໍ່ມີຕຽງນອນພຽງພໍເພື່ອປິ່ນປົວຄົນເຈັບ. ໂດຍສະເພາະຢ່າງ ຍິງຢູ່ຕາມໂຕເມືອງທີ່ຕັ້ງຢູ່
ແຄມທະເລ ບ່ອນທີ່ຄົນທ້ອງຖິ່ນພ້ອມດ້ວຍພວກນັກ ທ່ອງທ່ຽວມັກເຕົ້າໂຮມກັນດື່ມເຫຼົ້າ
ຕາກອາກາດຊຸມແຊວເລາະຕາມຫາດຊາຍ ບໍ່ຫົວຊານຳການໃສ່ໜ້າກາກປ້ອງກັນ. ເຖິງ
ຢ່າງໃດກໍດີ ບໍ່ຫ່າງໄກຈາກຂົງເຂດນີ້ຄື ເມືອຊາຣາໂຊຕາໃນລັດຟລໍຣິດາ ນັ້ນ ມີຄອບ
ລາວອາເມຣິກັນຫົກຄອບຄົວ ທີ່ຕັ້ງຖິ່ນຖານຢູ່ທີ່ນີ້ ໄດ້ມີສະມາຊິກ ຄອບຄົວຄົນນຶ່ງ ຄື
ທ້າວພິລາພອນ ພົມມະເທບ ອາຍຸ 38 ປີ ຊາຍໂສດທີ່ ເປັນນັກວິເຄາະຂໍ້ມູນ ຫຼື IT. ທ້າວ
ພິລາພອນໄດ້ຈາກໄປຢ່າງກະທັນຫັນແລະ ບໍ່ມີໃຜຮູ້ໃນວັນທີ 14 ພຶດສະພາ ຫຼັງຈາກໄດ້
ນັ່ງກິນເຂົ້າກັບໝູ່ອີກຄົນນຶ່ງ ທີ່ ຜູ້ໃດຜູ້ນຶ່ງອາດມີເຊື້ອໂຄວິດ-19 ຢູ່ແລ້ວ ໂດຍບໍ່ຮູ້ຕົນເອງ
ຊຶ່ງເພື່ອນຄົນນັ້ນໄດ້ລົ້ມປ່ວຍ ແຕ່ບໍ່ໄດ້ເສຍຊີວິດ. ທ່ານອຸ່ນສັງຄົມ ພົມມະເທດ ພໍ່ຂອງ
ທ້າວພິລາພອນໄດ້ກ່າວເຖິງການຈາກໄປ ຂອງທ້າວພິລາພອນ ທີ່ເປັນລູກຊາຍກົກສູ່
ວີໂອເອ ຟັງດັ່ງນີ້:

ທ້າວພິລາພອນ ໄດ້ເສຍຊີວິດໄປກວ່ານຶ່ງອາທິດແລ້ວ ບັນດາພໍ່ແມ່ພີ່ນ້ອງບໍ່ສາມາດໄປ
ຢ້ຽມສົບໄດ້ ແລະໂຮງໝໍ ກໍຍັງບໍ່ສາມາດບອກໄດ້ວ່າ ຈະຈູດສົບມື້ໃດ ເພາະຍັງລໍຖ້າຄິວ
ຢູ່. ພາຍໃຕ້ສະພາບການດັ່ງນີ້ ທາງໂຮງໝໍ ຈະສົ່ງຮູບພາບ ຜ່ານທາງອິນເຕີແນັດມາ
ໃຫ້ຄອບຄົວເບິ່ງຢູ່ທີ່ບ້ານ. ຫຼັງຈາກນັ້ນຈຶ່ງຈະສາມາດ ປະກອບພິທີທາງສາດສະໜາຕ
າມປະເພນີລາວ. ໃນບໍ່ເທົ່າໃດເດືອນທີ່ຜ່ານມານີ້ ລັດຟລໍຣິດາ ບໍ່ໃຫ້ຄວາມສຳຄັນຕໍ່
ການອອກ ກົດລະບຽບຢ່າງເຄັ່ງຄັດໃຫ້ຄົນໃສ່ໜ້າກາກແລະໃຫ້ຢູ່ຫ່າງກັນ. ແຕ່ມາບັດນີ້
ໄດ້ຕ່າວປີ້ນ ຈຶ່ງອອກຄຳສັ່ງໃຫ້ປະຊາຊົນພາກັນໃສ່ໜ້າກາກເວລາອອກບ້ານ ບໍ່ດັ່ງນັ້ນ
ຈະຖືກປັບໃໝ $100 ໂດລາ.

XS
SM
MD
LG