ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, 16 ຕຸລາ 2026

ເຈົ້າໜ້າທີ່ກ່າວວ່າ ຄວາມໄວເກີນກຳໜົດ ອາດເປັນສາເຫດ ພາໃຫ້ລົດ​ໄຟຕົກລາງ ທີ່ Philadelphia

ພວກກູ້ໄພສຸກເສີນ ພາກັນຊ່ອຍເຫຼືອ ໃນເຫດລົດໄຟຕົກລາງ 
ທີ່ Philadelphia, 13 ພຶດສະພາ, 2015.
ພວກກູ້ໄພສຸກເສີນ ພາກັນຊ່ອຍເຫຼືອ ໃນເຫດລົດໄຟຕົກລາງ ທີ່ Philadelphia, 13 ພຶດສະພາ, 2015.

ຄະນະສືບສວນຂອງລັດຖະບານກາງສະຫະລັດ ກ່າວວ່າ ເຄື່ອງຄວບຄຸມດ້ານຄວາມປອດໄພທີ່ທັນສະໄໝ ອາດຈະຊ່ອຍ
ປ້ອງກັນບໍ່ໃຫ້ເກີດອຸບປະຕິເຫດລົດໄຟໂດຍສານຕົກລາງ
ໃນ ແລງ​ວັນ​ອັງ​ຄານ​ຜ່ານມານີ້ ທີ່ເມືອງ Philadelphia
ທາງ​ພາກ​ຕາ​ເວັນ​ອອກສຽງເໜືອຂອງ ສະຫະລັດ.

​ຄະນະ​ກຳມະການຄຸ້ມຄອງ​ຄວາມ​ປອດ​ໄພ​ໃນການຂົນສົ່ງແຫ່ງ​ຊາດ ຫຼື National Transportation Safety Board ທີ່ເອີ້ນຫຍໍ້ວ່າ NTSB ນັ້ນ ​ໄດ້​ກ່າວ​ວ່າ ລົດ​ໄຟ​ໂດຍສານ​ຂະບວນນີ້ອາດ​ຈະ​ແລ່ນ​ໄວກວ່າ 160 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ຊຶ່ງຢ່າງ​ນ້ອຍ ​ໄວ ກວ່າ​ສອງ​ເທົ່າ ຂອງ​ຄວາມ​ໄວທີ່​ກົດລະບຽບການປະກາດໃຫ້ໄຊ້​ ​ໃນ​ທາງ​ໂຄ້ງ ບ່ອນທີ່​ໄດ້ປະສົບ​ອຸບ​ປະຕິ​ເຫດ ​ຍັງຜົນໃຫ້ມີ 7 ຄົນເສຍຊີວິດ ​ແລະ​ບາດ​ເຈັບ 200 ຄົນ ບາງ​ຄົນ​
ຢູ່​ໃນ​ສະພາບ​ສາຫັດ.

Passenger Train Derails Near Philadelphia

Officials survey the site of a derailed Amtrak train in Philadelphia, May 13, 2015.
1/7 Officials survey the site of a derailed Amtrak train in Philadelphia, May 13, 2015.
ເບິ່ງຕື່ມອີກ Show less
Emergency personnel work at the scene of a train wreck, in Philadelphia, May 12, 2015.
2/7 Emergency personnel work at the scene of a train wreck, in Philadelphia, May 12, 2015.
ເບິ່ງຕື່ມອີກ Show less
Emergency personnel help passengers at the scene of a train wreck, in Philadelphia, May 12, 2015.
3/7 Emergency personnel help passengers at the scene of a train wreck, in Philadelphia, May 12, 2015.
ເບິ່ງຕື່ມອີກ Show less
Emergency personnel at work after the Amtrak train derailment in Philadelphia, May 12, 2015.
4/7 Emergency personnel at work after the Amtrak train derailment in Philadelphia, May 12, 2015.
ເບິ່ງຕື່ມອີກ Show less
An Amtrak train headed to New York City derailed and crashed, killing at least six people. In this photo, emergency personnel work at the scene of the train wreck, in Philadelphia, May 12, 2015.
5/7 An Amtrak train headed to New York City derailed and crashed, killing at least six people. In this photo, emergency personnel work at the scene of the train wreck, in Philadelphia, May 12, 2015.
ເບິ່ງຕື່ມອີກ Show less
An Amtrak train with more than 200 passengers on board going to New York City derailed killing at least six people, Philadelphia, May 12, 2015.
6/7 An Amtrak train with more than 200 passengers on board going to New York City derailed killing at least six people, Philadelphia, May 12, 2015.
ເບິ່ງຕື່ມອີກ Show less
Emergency personnel help a passenger at the scene of a train wreck, in Philadelphia, May 12, 2015.
7/7 Emergency personnel help a passenger at the scene of a train wreck, in Philadelphia, May 12, 2015.
ເບິ່ງຕື່ມອີກ Show less
Previous slide
Next slide


ທ່ານ Robert Sumwalt ສະມາຊິກອົງການ NTSB ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ວ່າບ່ອນ​ທີ່​ເກີດ​ເຫດ​ນັ້ນ​ ​ແມ່ນ​ຍັງ​ບໍ່​ທັນ​ໄດ້​ຕິດ​ຕັ້ງ​ລະບົບທີ່​ເອີ້ນ​ວ່າ Positive Train Control ເທື່ອ ທີ່ໃຊ້ລະບົບ GPS ແລະລະບົບຕິດຕາມຄວບຄຸມອື່ນໆ ທີ່ເຮັດໃຫ້ລົດໄຟແລ່ນຊ້າລົງໂດຍ ອັດຕະໂນມັດ ຖ້າຫາກມັນແລ່ນກາຍຄວາມໄວທີ່ກຳນົດໄວ້ ຫລືຢູ່ໃນອັນຕະລາຍທີ່ຈະຕຳ
ກັນ ກັບລົດໄຟຂະບວນອື່ນ.

ລັດຖະສະພາໄດ້ຮັບຜ່ານກົົດໝາຍສະບັບໜຶ່ງໃນປີ 2008 ທີ່ບັງຄັບໃຫ້ລົດໄຟ Amtrak
ຊຶ່ງເປັນການບໍລິການລົດໄຟໂດຍສານທີ່ໄດ້ຮັບທຶນຈາກລັດຖະບານພ້ອມທັງລົດໄຟຂົນສົ່ງ
ແລະ ລົດໄຟໂດຍສານຂອງເອກກະຊົນອື່ນໆຕິດຕັ້ງລະບົບ Positive Train Control ພາຍໃນ ທ້າຍປີນີ້. ແຕ່ຄະນະກຳມະການການຄ້າແລະຂົນສົ່ງຂອງສະພາສູງ ໄດ້ໃຫ້ການ
ອະນຸມັດຕໍ່ ມາດຕະການນີ້ ໃນເດືອນມີນາ ທີ່ອະນຸຍາດໃຫ້ອຸດສາຫະກຳລົດໄຟ ເລື່ອນເວລາ
ໃນການ ຕິດຕັ້ງລະບົບດັ່ງກ່າວອອກໄປຈົນຮອດປີ 2020 ຫລັງຈາກອຸດສາຫະກຳລົດໄຟ
ໄດ້ພາກັນວິ່ງເຕັ້ນ ຂໍໃຫ້ສະມາຊິກສະພາ ໃຫ້ແກ່ເວລາແກ່ຕົນຕື່ມອີກ.

Amtrak Budget Faces Cuts
please wait

No media source currently available

0:00 0:01:56 0:00

​
XS
SM
MD
LG