ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເດັກໄວລຸ້ນ ຟີລາເດລເຟຍ ຖືກຈັບ ໃນຂໍ້ຫາວາງແຜນກໍ່ການຮ້າຍ


ແຟ້ມ-ສໍານກງານໃຫຍ່ຂອງອົງການ FBI ທີ່ເຫັນຢູ່ໃນນະຄອນຫຼວງວໍຊິງຕັນ, ວັນທີ 13 ສິງຫາ 2022.
ແຟ້ມ-ສໍານກງານໃຫຍ່ຂອງອົງການ FBI ທີ່ເຫັນຢູ່ໃນນະຄອນຫຼວງວໍຊິງຕັນ, ວັນທີ 13 ສິງຫາ 2022.

ເຈົ້າໜ້າທີ່ກ່າວວ່າ ພວກເຂົາເຈົ້າໄດ້ຈັບໂຕເດັກຊາຍໄວລຸ້ນອາຍຸ 17 ປີ ຄົນນຶ່ງໃນທັນທີ ໂດຍກ່າວວ່າລາວກໍາລັງກະກຽມທີ່ຈະສ້າງລະເບີດຂຶ້ນມາ ແລະກໍາລັງເລືອກເປົ້າໝາຍ ລຸນຫຼັງໄດ້ຕິດຕໍ່ກັບເຄືອ​ຂ່າຍກຸ່ມ ອາລ-ກາອີດາ ຢູ່ໃນຊີເຣຍ.

ໄອຍະການເຂດຟີລາເດລເຟຍ ທ່ານແລຣີ ຄຣາສເນີ (Larry Krasner) ປະ ກາດການຈັບໂຕລາວ ໃນວັນຈັນວານນີ້, ໂດຍຮ້ອງລາຍລະອຽດຕ່າງໆວ່າເປັນໄພຂົ່ມ​ຂູ່ “​ທີ່​ໜ້າລົບກວນທີ່ສຸດ.”

ທີມ SWAT ຂອງ​ອົງ​ການ​ສັນ​ຕິ​ບານ​ກາງ​ຫຼື FBI ໄດ້ຖືກສົ່ງອອກໄປທີ່ເຮືອນຂອງໄວລຸ້ນຄົນດັ່ງກ່າວ ທີ່ຕັ້ງຢູ່ໃນພາກຕາເວັນຕົກຂອງນະຄອນຟີລາເດລເຟຍ ໃນຕອນເຊົ້າຂອງມື້ວັນສຸກອາທິດແລ້ວນີ້ ລຸນຫຼັງເຈົ້າ​ໜ້າ​ທີ່ສືບສວນພົບຫຼັກຖານທີ່ລາວມີປືນແລະໄດ້ຊື້ວັດສະດຸຕ່າງໆ ເຊິ່ງລວມມີສານເຄມີແລະສາຍ​ໄຟ, ໂດຍປົກກະຕິແລ້ວ ເຄື່ອງເຫຼົ່ານີ້ໃຊ້ເປັນອຸປະກອນປະດິດລະເບີດ​ທີ່​ເຮັດ​ຂຶ້ນ​ເອງ.

ຜູ້ຕ້ອງສົງໄສ, ບໍ່ໄດ້ຮັບການເປີດເຜີຍຊື່ ເນື່ອງຈາກລາວ​ໄດ້ຖືກຂໍ້ຫາ​ຂະ​ນະ​ທີ່ຍັງເປັນເຍົາວະຊົນຢູ່, “ໄດ້ນໍາສະເໜີສິ່ງທີ່ເປັນອັນຕະລາຍຮ້າຍແຮງຕໍ່ທຸກໆຄົນ, ຕໍ່ໂຕຂອງລາວເອງ, ຕໍ່ຄອບຄົວຂອງລາວ, ຕໍ່ບໍລິເວນຮ່ອມທີ່ລາວອາໄສຢູ່ ແລະເວົ້າກົງໄປກົງມາກໍຄື ເປັນອັນຕະລາຍຕໍ່ຜູ້ຄົນໃນທົ່ວທຸກບ່ອນຢູ່ໃນຟີລາເດລເຟຍ ແລະກໍຄືທຸກຄົນໃນທົ່ວປະເທດ,” ທ່ານຄຣາສເນີ ກ່າວຕໍ່ບັນດານັກຂ່າວຢູ່ໃນຟີລາເດລເຟຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG