ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ແມ່ຍິງຄົນໜຶ່ງເສຍຊີວິດ ຍ້ອນຖືກຍິງ ໃນນະຄອນ Philadelphia


ຫົວໜ້າກົມຕຳຫຼວດ ທ່ານ Richard Ross ກ່າວໃນກອງປະຊຸມ
ຖະແຫຼງຂ່າວໃນນະຄອນ​ Philadelphia, 8, ກັນຍາ 2016.
ຫົວໜ້າກົມຕຳຫຼວດ ທ່ານ Richard Ross ກ່າວໃນກອງປະຊຸມ ຖະແຫຼງຂ່າວໃນນະຄອນ​ Philadelphia, 8, ກັນຍາ 2016.

ມືປືນທີ່ສົງໃສວ່າ ຖືກກະຕຸ້ນໂດຍຄວາມຄຽດຊັງ ໃນການບັງຄັບໃຊ້ກົດໝາຍໄດ້ຂ້າແມ່ຍິງ ຄົນໜຶ່ງ ແລະ ຕຳຫຼວດເມືອງ Philadelphia ສອງຄົນໄດ້ຮັບບາດເຈັບ ພ້ອມກັບພົນລະ ເຮືອນອີກສາມຄົນ, ກ່ອນທີ່ຕຳຫຼວດຈະຍິງຜູ້ກ່ຽວຕາຍ.

ຫົວໜ້າກົມຕຳຫຼວດເມືອງ Philadelphia ທ່ານ Richard Ross ກ່າວວ່າ ຕຳຫຼວດໄດ້ ພົບເຫັນສິ່ງທີ່ທ່ານໄດ້ອະທິບາຍວ່າເປັນຈົດໝາຍ “ທີ່ບໍ່ມີຈຸດປາຍສາເຫດ” ຢູ່ຈຸດເກີດ ເຫດຂອງການອາລະວາດຍິງປືນໃນຄ່ຳຄືນຂອງວັນສຸກທີ່ຜ່ານມາ ເຊິ່ງຕຳຫຼວດເຊື່ອວ່າ ມັນຂຽນຂຶ້ນດ້ວຍມືປືນ ແລະ ໄດ້ກ່າວເຖິງການຄຽດຊັງຕຳຫຼວດ ແລະ ໄດ້ຂຽນຊື່ຂອງຕຳ ຫຼວດຜູ້ຕິດຕາມຄົນໜຶ່ງ. ທ່ານ Ross ໄດ້ກ່າວວ່າ “ນີ້ແມ່ນສະຖານະການທີ່ແປກປະ ຫຼາດຢ່າງຊິ້ນເຊີງ.”

ຕຳຫຼວດໄດ້ເລີ່ມການໄລ່ ແລະ ຍິງຜ່ານຖະໜົນຕ່າງໆຂອງຕົວເມືອງໃນເວລາປະມານ 11 ໂມງ 20 ຕອນຄ່ຳຂອງວັນສຸກທີ່ຜ່ານມາ. ເມື່ອສິບເອກ Sylvia Young ຕຳຫຼວດອາວຸໂສ ທີ່ເຮັດວຽກມາໄດ້ 19 ປີໄດ້ຖືກຈູ່ໂຈມໃນຂະນະທີ່ກຳລັງນັ່ງຢູ່ໃນລົດຂອງລາວ.

ມືປືນຄົນດັ່ງກ່າວ, ເຊິ່ງຕອນນີ້ຍັງບໍ່ສາມາດລະບຸຊື່ໄດ້ ແລະ ຕຳຫຼວດໄດ້ເຊື່ອວ່າລາວໄດ້ ທຳການລົງມືດ້ວຍຕົວຂອງລາວເອງ, ໄດ້ຍິງປືນໃສ່ສິບເອກຕຳຫຼວດຄົນດັ່ງກ່າວຫຼາຍຄັ້ງ ຖືກແຂນ ແລະ ເສື້ອກັນລູກປືນຂອງລາວ ແລະ ຕໍ່ມາໄດ້ຍິງຕຳຫຼວດ Ed Miller ເຊິ່ງເປັນ ຕຳຫຼວດຍາມມະຫາວິທະຍາໄລ Pennsylvania ໄດ້ຮັບບາດເຈັບ.

ນອກນັ້ນລາວຍັງໄດ້ຍິງເຂົ້າໃສ່ບາກິນດື່ມ, ໂຈມຕີໃສ່ຍາມປ້ອງກັນຄວາມສະຫງົບ ແລະ ໄດ້ຈັບແມ່ຍິງຄົນໜຶ່ງເປັນກໍາບັງກ່ອນຍິງລາວຕາຍ. ຕໍ່ມາມືປືນຄົນນັ້ນກໍໄດ້ຍິງໃສ່ລົດ, ຖືກ ຜູ້ຊາຍຄົນໜຶ່ງ ແລະ ແມ່ຍິງຄົນນ່ຶງ.

ຕຳຫຼວດໄດ້ກ່າວໃນວັນເສົາວານນີ້ວ່າ ຕຳຫຼວດສອງຄົນ ແລະ ອີກ 3 ຄົນທີ່ໄດ້ຮັບບາດ ເຈັບຍັງຄົງຮັບການປິ່ນປົວຢູ່ໃນໂຮງໝໍ ແລະ ມີອາການທີ່ຄົງຕົວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG