ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເພັດ ນໍຣະ​ວົງ - “ບັກ​ດ່ອນ​ແກ້ວ​”


People walk beside a painted U-Bahn underground train marking an entrance of the new Unter den Linden underground station currently under construction in Berlin, Germany.
People walk beside a painted U-Bahn underground train marking an entrance of the new Unter den Linden underground station currently under construction in Berlin, Germany.
ສະບາຍດີ​ ຄໍ່າ​ຄືນ​ວັນ​ອາທິດ​ຕົ້ນ​ເດືອນຕຸລານີ້ ພິເສດແດ່ ​
ເພາະ​ວັນນະ​ສອນ​ຈະ​ພາ​ທ່ານ​ຜູ້​ຟັງ​ໄປ​ຟັງ​ເພງ​ລາວ​ສະ​ຕາຍລ໌
ຣ໊ອກ​ແອນ​ໂຣລ ຖືກ​ໃຈ ​ໄວ​ໜຸ່ມເປັນ​ພິເສດ ​ເພງ​ທໍາອິດນີ້ ​ແຕ່ງໄດ້
​ກິນ​ໃຈ ເພາະ​ຄົງ​ຈະ​ເຮັດ​ໃຫ້​ຫຼາຍໆ​ທ່ານ​ຄິດ​ຮອດ​ທົ່ງ​ໄຮ່ທ້ອງ​ນາ
ທີ່​ມີ​ຄວາມ​ຜູກພັນ​ກັບ​ສັດລ້ຽງ​ຄູ່​ໃຈ ເຖິງແມ່ນວ່າວັນນະສອນ
ບໍ່ບອກຊື່ຂອງເພງນີ້ ທ່ານຜູ້ຟັງຄົງຈະຊາບແລ້ວລະ ວ່າເພງນີ້
ກ່ຽວຂ້ອງກັບຫຍັງ.


ເພັດ ນໍລະ​ວົງ ນັກ​ຮ້ອງ ນັກ​ດົນຕີ ​ແລະ​ນັກ​ປະພັນ ຫົວ​ໃຈຣ໊ອກ ​ເປັນ​ສິນລະປິນ​ທີ່​ມີ​ຄວາມ​
ສາມາດ ​ໄດ້​ສ້າງ​ຜົນງານເດັ່ນໆ​ມາ​ແລ້ວ ຖືກ​ໃຈ​ແຟນໆ​ຫົວ​ໃຈຣ໊ອກມາ​ແລ້ວຕັ້ງ​ແຕ່​ຕອນ
ຍັງ​ເປັນ​ນັກຮ້ອງນໍາຂອງວົງ Exile ທີ່ເຄີຍ​ໂດ່​ງດັງ​ໃນ​ປະ​ເທດໄທໃນສະໄໝ 20 ກວ່າປີພຸ້ນ
ຜົນງານ​ຊຸດ​ນີ້ ຊຶ່ງເປັນຜົນງານແຕ່ພຽງລໍາພັງຄົນດຽວ ທີ່ທັງຮ້ອງ ທັງແຕ່ງເພງແລະຫຼິ້ນດົນຕີ
​ພ້ອມນີ້ເພັງຊຸດດັ່ງກ່າວ ​ຫາ​ກໍ​ອອກ​ວາງ​ຕະຫຼາດ ​ແລະ VOA ກໍ​ເປັນ​ລາຍການວິທະ​ຍຸ​
ຜູ້​ທໍາ​ອິດ ທີ່​ໄດ້​ຮັບ​ເພງ​ຊຸດ​ນີ້ ​ໄປ​ຟັງ​ເພງ​ຊ້າ​ໆຂອງ ​ເພັດ ນໍລະ​ວົງ ກັນ​ດີກ​ວ່າ ວ່າ​ຄົງ​ຈະ
​ມ່ວນ​ໄປ​ອີກ​ແບບ ​ເຊີນ​ໄປຟັງ​ພ້ອມໆ​ກັນ ​ໃນ​ບົດ​ເພງ “ຈະ​ເດີນ​ໄປສຸດ​ທາງ”

ວ່າ​ຈັ່ງ​ໃດ​ລະ 2 ​ເພງຂອງເພັດ ນໍລະ​ວົງ ທີ່ຫຼິ້ນ​ໃຫ້​ຟັງ​ນັ້ນ ຄົງ​ຈະ​ຖືກ​ໃຈ​ທ່ານ​ຜູ້​ຟັງ ບໍ່​ຫຼາຍ​
ກໍ​ນ້ອຍ ວັນນະ​ສອນ​ຂໍ​ຕາງໜ້າ VOA ຄອຍສົ່ງກໍາລັງໃຈໃຫ້ບັນດານັກຮ້ອງນັກສິນລະປິນ
ລາວຢູ່ໃນທົ່ວໂລກ ໃຫ້ມີກໍາລັງໃຈ ຕໍ່ສູ້ແລະສ້າງຜົນງານດີໆມາໃຫ້ທ່ານຜູ້ຟັງ ຢ່າງໄທເຮົາ
ເຈົ້າຂ້ອຍໄດ້ຮັບຟັງກັນ ແລະຂໍອໍາລາທ່ານດ້ວຍເພງນີ້ “ຢາກບອກໃຫ້ຮູ້.”
XS
SM
MD
LG