ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

Michael Phelps ຈະແຂ່ງເອົາ ຫລຽນໂອລິມປິກ ອັນທີ 22 ໃນວັນເສົານີ້ (ສະໄລດ໌)


ນັກ​ກິລາລອຍ​ນໍ້າ​ຊື່​ດັງ​ຂອງ​ອ​າ​ເມຣິກາ Michael Phelps ຊຶ່ງ​ເປັນ​ນັກກິລາ​ໂອ​ ລິ​ມປິກ ທີ່​
ໄດ້​ຫລຽນ​ຫລາຍ​ທີ່​ສຸດ​ຢູ່​ແລ້ວ​ນັ້ນ ​ໄດ້​ຮັບ​ຫລຽນ​ອັນ​ທີ 21 ຂອງ​ເຂົາ​ໃນ​ວັນ​ສຸກ​ວານ​ນີ້.
Michael ທີ່​ປະກາດ​ວ່າ ຈະ​ເຊົາ​ແຂ່ງ​ຂັນ​ກິລາ​ໂອ​ລິ​ມປິກ​ນັ້ນ ​ໄດ້​ສີ້​ນສຸດການ​ແຂ່ງຂັນ​ດ່ຽວ​
ອັນ​ສຸດ​ທ້າຍ​ຂອງ​ເຂົາ ດ້ວຍ​ການ​ຄ້ວາ​ເອົາ​ຫລຽນ​ຄໍາ ມາ​ໄດ້​ຢ່າງ​ໜ້າ​ປະ​ທັບ​ໃຈ ​ໃນ​ການ​ແຂ່ງ​
ລອຍ​ດ່ຽວ ທ່າ butterfly ຫລື​ແມງກະ​ເບື້ອ ​ໄລຍະ 100 ​ແມັດ ຫລື 2 ຮອບ ທັງໆ​ທີ່​ເລີ້ມ​
ຕົ້ນ​ຊ້າ​ແລະ​ມາ​ໃນ​ອັນ​ດັບ​ທີ 7 ຫລັງ​ຈາກ 50 ​ແມັດ​ທໍາ​ອິດ.

ສ່ວນ​ນັກ​ລອຍ​ນໍ້າ​ຍິງ​ໄວ​ລຸ້ນຂອງ​ທີ​ມ USA Missy Franklin ອາຍຸ 15 ປີ​ນັ້ນ ກໍ​ຄວ້າ​
ຫລຽນ​ຄໍາ​ອັນ​ທີ​ສາມ​ມາ​ໄດ້ ​ໃນ​ການ​ແຂ່ງລອຍດ່ຽວ 200 ​ແມັດ​ໃນ​ທ່າ backstrike ຫລື​
ຫງາຍ​ຫລັງ.

​ໃນ​ຂະນະ​ດຽວ​ກັນ ນາງ Jessica Ennis ຈາກ​ທີ​ມ​ເຈົ້າ​ພາບ​ຫລື​ອັງກິດ ກໍສ້າງ ຄວາມ​
ຕື່ນ​ເຕ້ນ​ດີ​ໃຈ ​ໃຫ້​ແຟນຊາວ​ອັງ​ກິດ​ທີ່​ໄປ​ຊົມ ດ້ວຍ​ການ​ທໍາ​ເວລາ​ໄວ​ທີ່​ສຸດ​ຂອງ​ໂລກ ​ໃນ​ການ
​ແລ່ນ​ຂ້າມ​ສິ່ງ​ກີດຂວາງ​ ໄລ​ຍະ 100 ​ແມັດ.

ນາງ Tirunesh Dibaba ເເຊ້ມ​ໂລກ 7 ຄັ້ງ​ຂອງ​ອີ​ທິ​ໂອ​ເປຍ ກໍ​ໄດ້​ທໍາລາຍ​ສະຖິຕິ​ໃນ​ການ​
ແລ່ນ​ໄກ ​ໄລຍະ 10 ພັນແມັດ ​ໂດຍ​ທໍາ​ເວລາ​ໄດ້​ໄວ​ກ່ວາ​ແຊ້ມຄົນ​ປັດຈຸບັນຈາກ​ເຄັນ​ຢາ ນາງ
Vivian Cheruiyot ນັ້ນ 10 ວິນາທີ.

ນາຍ Oh Jim-hyek ນໍາ​ຫລຽນ​ຄໍາ​ປະ​ເ​ພດຍິງ​ທະນູ​ອັນ​ທໍາ​ອິດ​ມາ​ໃຫ້​ເກົາຫລີ​ໃຕ້.

Oscar Pistorius ນັກກິລາຂາກຸດ ຈາກອາຟຣິກາໃຕ້ ເລີ້ມເຂົ້າແຂ່ງແລ່ນ ໄລຍະ 400 ຊາຍ ທີ່ເດິ່ນກິລາ ໂອລິມປິກ, ລອນດອນ, ວັນທີ 4 ສິງຫາ 2012.
Oscar Pistorius ນັກກິລາຂາກຸດ ຈາກອາຟຣິກາໃຕ້ ເລີ້ມເຂົ້າແຂ່ງແລ່ນ ໄລຍະ 400 ຊາຍ ທີ່ເດິ່ນກິລາ ໂອລິມປິກ, ລອນດອນ, ວັນທີ 4 ສິງຫາ 2012.

​ໃນ​ການ​ແຂ່ງຂັນ​ມື້​ນີ້ ທ້າວ Oscar
Pistorius ຈາກ​ອາ​ຟຣິກາ​ໃຕ້ ​ໄດ້
​ສ້າງ​ປະຫວັດສາດ ​ໂດຍ​ໄດ້​ເປັນ​ນັກ
​ກິລາ​ຂາ​ກຸດ​ທທັງ​ສອງ​ເບື້ອງ ທີ່​ໄດ້
​ເຂົ້າແຂ່ງ​ກິລາ ​ໂອ​ລິ​ມປິກ. ລາວ​ໄດ້
​ເຂົ້າ​ແຂ່ງ​ແລ່ນ 400 ​ແມັດ​ໃນຮອບ
​ຄັດເລືອກໂດຍ​ທໍາ​ເວລາ​ໄດ້ 45.44
ວິນາທີ ຊຶ່ງ​ອໍານວຍ​ໃຫ້​ລາວ​ໄດ້​ເຂົ້າ
​ແຂ່ງ​ໃນ​ຮອບ​ກ່ອນ​ຊິງ​ຊະນະ​ເລີດ
ຫລື semifinal. ທ້າວ Pistorius ​
ເກີດ​ມາ ບໍ່​ມີ​ກະດູກ​ໜ້າ​ແຂ່ງທັງ​ສອງ​ເບື້ອງ ຈຶ່ງ​ໄດ້​ໃສ່​ຂາ​ທຽມ​ພິ​ເສດ ຕັ້ງ​ແຕ່​ຫົວ​ເຂົ່າ​ລົງ​ໄປ.

​ແລະ Michael Phelps ກໍ​ຈະ​ລົງ​ແຂ່ງ​ເອົາ​ຫລຽນອັນ​ທີ 22 ​ໃນ​ຄືນ​ວັນ​ເສົາ​ມື້​ນີ້ ​ໃນ​ການ​ລອຍ
​ປ່ຽນ​ຜຽນ​ກັນ 4 ຄົນ ​ໄລຍະ 100 ​ແມັດ ຫລື 4X100 ​ໃນ​ທ່າ ຕ່າງໆ​ປົນ​ກັນ ຊຶ່ງ​ຈະ​ເປັນ​ການ​
ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ອັນ​ສຸດ​ທ້າຍ​ຂອງ​ລາວ.

Loading...

See complete list at olympic.org

XS
SM
MD
LG