ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟາຍເຊີຣ ເລີ້ມທຳການທົດລອງ ກັບຢາຕ້ານເຊື້ອ ກັນໂຄວິດ-19


ພະນັກງານການແພດ ກຳລັງກວດເບິ່ງຫຼອດຢາວັກຊີນ ຟາຍເຊີຣໄບໂອແອນເທັກໂຄວິດ-19 (Pfizer-BioNTech COVID-19) ຢູ່ຫ້ອງແລັບ ໃນເມືອງ Leuven ປະເທດແບລຢ້ຽມ ວັນທີ 27 ທັນວາ 2020.
ພະນັກງານການແພດ ກຳລັງກວດເບິ່ງຫຼອດຢາວັກຊີນ ຟາຍເຊີຣໄບໂອແອນເທັກໂຄວິດ-19 (Pfizer-BioNTech COVID-19) ຢູ່ຫ້ອງແລັບ ໃນເມືອງ Leuven ປະເທດແບລຢ້ຽມ ວັນທີ 27 ທັນວາ 2020.

ບໍລິສັດເພສັດຊະກຳຟາຍເຊີຣ (Pfizer) ກ່າວວ່າ ຕົນໄດ້ເລີ້ມທຳການລົດລອງ ຢາຂະໜາດໃຫຍ່ ເພື່ອກຳຈັດໂຄວິດ-19 ຢູ່ໃນພວກທີ່ຕິດເຊື້ອໄວຣັສ.

ການທົດລອງກິນຢາຕ້ານເຊື້ອດັ່ງກ່າວ ຈະພົວພັນກັບຜູ້ເຂົ້າຮ່ວມ ທີ່ມີສຸຂະພາບແຂງແຮງ
2,660 ຄົນ ຢູ່ໃນເຮືອນດຽວກັນກັບຜູ້ໃດຜູ້ນຶ່ງທີ່ຕິດໂຄວິດ-19.

ບໍລິສັດຟາຍເຊີຣ ຍັງກຳລັງສຶກສາເບິ່ງຢາ ຢູ່ໃນໂຕຄົນ ຜູ້ທີ່ໄດ້ຕິດໂຄວິດ-19 ແລ້ວນັ້ນ ແຕ່ຍັງບໍ່ທັນມີອາການທີ່ຮ້າຍແຮງເທື່ອ.

ດຣ. ໄມເກີລ ດອລສເຕີນ (Mikael Dolsten) ຫົວໜ້ານັກວິທະຍາສາດຂອງ ບໍລິສັດຟາຍເຊີຣກ່າວຢູ່ໃນຖະແຫຼງການວ່າ “ຖ້າຫາກເປັນຜົນສຳເລັດ ພວກເຮົາເຊື່ອວ່າ ການປິ່ນປົວເຫຼົ່ານີ້ອາດຊ່ວຍຢຸດໄວຣັສແຕ່ຫົວທີ ກ່ອນທີ່ມັນມີໂອກາດ ໄດ້ແຜ່ຜາຍອອກໄປຢ່າງກວ້າງຂວາງ.

ຢາດັ່ງກ່າວ ແນໃສ່ເພື່ອຕ້ານອົງປະກອບອັນສຳຄັນ ທີ່ໄວຣັສຕ້ອງການສຳລັບການແຜ່
ຂະຫຍາຍ. ຖ້າຫາກສຳເລັດ ບັນດານັກວິທະຍາສາດເຊື່ອວ່າ ມັນຈະ ໄດ້ຜົນພຽງແຕ່ໃນ
ຂັ້ນເລີ້ມຕົ້ນ ຂອງການຕິດແປດເທົ່ານັ້ນ, ເວລາໃດທີ່ໂຄວິດ-19 ຮ້າຍແຮງແລ້ວ ເຊື້ອໄວ
ຣັສນີ້ຈະຢຸດເຊົາການແຜ່ຂະຫຍາຍ ແລະຄົນປ່ວຍ ສ່ວນໃຫຍ່ໄດ້ຮັບຜົນກະທົບຍ້ອນ
ການຕອບໂຕ້ຫຼາຍເກີນໄປຂອງພູມຕ້ານທານ.

ໃນວັນຈັນດຽວກັນນັ້ນ ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ຮັບການ ສັກຢາວັກຊີນເພີ້ມ ຫຼາຍວັນຫຼັງຈາກລັດຖະບານຂອງທ່ານ ໄດ້ອະນຸມັດ ໃຫ້ສັກ ຢາວັກຊີນຟາຍເຊີຣ ເພີ້ມເປັນເຂັມທີສາມ ໃຫ້ແກ່ປະຊາຊົນບາງກຸ່ມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG