ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍ້ຕົກລົງຂອງບໍລິສັດຟາຍເຊີ ຈະອະນຸຍາດໃຫ້ ພວກຜູ້ຜະລິດຢາ ສາມາດຜະລິດຢາເມັດກັນພະຍາດໂຄວິດ ທົ່ວໄປໄດ້


ເຄື່ອງໝາຍຂອງບໍລິສັດ Pfizer ໄດ້ຖືກສະແດງໃຫ້ເຫັນຢູ່ທີ່ສຳນັກງານໃຫຍ່ຂອງບໍລິສັດ ໃນລັດນິວຢອກ, ວັນທີ 5 ກຸມພາ 2021.
ເຄື່ອງໝາຍຂອງບໍລິສັດ Pfizer ໄດ້ຖືກສະແດງໃຫ້ເຫັນຢູ່ທີ່ສຳນັກງານໃຫຍ່ຂອງບໍລິສັດ ໃນລັດນິວຢອກ, ວັນທີ 5 ກຸມພາ 2021.

ອົງ​ການຂ່າວຕ່າງໆ ກ່າວວ່າ ລັດຖະບານຂອງທ່ານປະທານາທິບໍດີ ໂຈ ໄບເດັນ ກຳລັງວາງແຜນທີ່ຈະໃຊ້ເງິນ 5 ຕື້ໂດລາ ເພື່ອຊື້ຢາເມັດຕ້ານໄວຣັສຊະນິດໃໝ່ທີ່ຢູ່ໃນຂັ້ນທົດລອງຂອງບໍລິສັດຟາຍເຊີ (Pfizer) ຊຶ່ງໄດ້ອອກແບບມາເພື່ອປິ່ນປົວພະຍາດໂຄວິດ-19 ໂດຍຈະມີຈຳນວນພຽງພໍ ທີ່ກວມເອົາການປິ່ນ​ປົວ​ສຳ​ລັບ 10 ລ້ານຄົນ.

ການເປີດເຜີຍດັ່ງກ່າວ ມີຂຶ້ນນຶ່ງວັນ ຫຼັງຈາກຜູ້ຜະລິດຢາຂອງສະຫະລັດ ໄດ້ປະກາດວ່າ ຕົນໄດ້ລົງນາມໃນຂໍ້ຕົກລົງກັບກຸ່ມ Medicines Patent Pool ທີ່ມີຫ້ອງການຕັ້ງຢູ່ນະຄອນເຈນີວາ ຊຶ່ງເປັນກຸ່ມດ້ານສາທາລະນະສຸກຂອງອົງການສະຫະປະຊາຊາດ ເພື່ອອະນຸຍາດໃຫ້ຜູ້ຜະລິດຢາທັງຫຼາຍ ຜະລິດຢາເມັດ ກັນພະຍາດໂຄວິດ-19 ທົ່ວໄປທີ່ຢູ່ໃນຂັ້ນທົດລອງຂອງຕົນໄດ້ສຳລັບ 95 ປະເທດ.

ຂໍ້ຕົກລົງດັ່ງກ່າວ ຈະເຮັດໃຫ້ຢາເມັດທີ່ວ່ານີ້ ສາ​ມາດ​ຊື້​ໄດ້ ສຳລັບປະເທດທີ່ມີລາຍໄດ້ຕ່ຳແລະປານກາງ ຊຶ່ງປະກອບດ້ວຍ ປະຊາກອນຂອງໂລກປະມານ 53 ເປີເຊັນ.

ບໍລິສັດຟາຍເຊີ ກ່າວວ່າ ຢາເມັດຊະນິດໃໝ່ຂອງຕົນ ທີ່ເອີ້ນວ່າ Paxlovid ຫລຸດຜ່ອນຄວາມສ່ຽງໃນການເຂົ້າຮັກສາໃນໂຮງໝໍ ແລະການຕາຍໄດ້ ເກືອບເຖິງ 90 ເປີເຊັນ ໃນພວກຄົນທີ່ມີອາການປ່ວຍເລັກນ້ອຍ ຫາປານກາງຍ້ອນກໍລະນີຂອງໄວຣັສໂຄໂຣນາ. ບັນດານັກຊ່ຽວຊານທີ່ເປັນອິດສະຫລະ ໄດ້ແນະ ນຳໃຫ້ຍຸຕິການການສຶກສາຄົ້ນຄວ້າຂອງຟາຍເຊີ ເນື່ອງໃນຜົນທີ່ອອກມານັ້ນໜ້າເພິ່ງພໍໃຈ.

ຂໍ້ຕົກລົງລະຫວ່າງບໍລິສັດຟາຍເຊີ ແລະກຸ່ມ Medicines Patent Pool ໃນວັນອັງຄານວານນີ້ ໄດ້ມີຂຶ້ນພ້ອມກັນກັບການຍື່ນເອກະສານຂອງຟາຍເຊີ ຕໍ່ອົງການອາຫານແລະຢາຂອງສະຫະລັດ ເພື່ອຂໍການອະນຸມັດສຳ​ລັບນຳໃຊ້ຢາດັ່ງກ່າວໃນກໍລະນີສຸກເສີນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG