ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບໍລິສັດ Pfizer ຂັດຂວາງ ບໍ່ໃຫ້ໃຊ້ຢາ ຂອງຕົນ ໃນການປະຫານຊີວິດ


ຫ້ອງປະຫານຊີວິດ ຢູ່ເມືອງ Huntsville ໃນລັດ Texas.
ຫ້ອງປະຫານຊີວິດ ຢູ່ເມືອງ Huntsville ໃນລັດ Texas.

ບໍລິສັດ​ຜະລິດຢາ​ຍັກ​ໃຫຍ່ Pfizer ​ໄດ້​ກາຍ​ມາ​ເປັນ​ຜູ້​ຜະ​ລິດ​ລາຍສຸດ​ທ້າຍ​ທີ່​ຈະ​ຂັດຂວາງ​ບໍ່​ໃຫ້​ມີ​ການ​ໃຊ້​ຢາ​ຂອງ​ຕົນ ​ໃນ​ການ​ສັກ​ຢາ​ປະຫານ​ຊີວິດ.

​ຍາ​ນາງ Rachel Hooper ໂຄສົກ​ຂອງ​ບໍ​ລິ​ສັດ Pfizer ກ່າວ​ໃນ​ວັນ​ສຸ​ກວານ​ນີ້​ວ່າ ບໍລິສັດ ຜະ​ລິດ​ຢາ ​ບໍ່​ໄດ້​ອະນຸຍາດ ​ໃຫ້​ນຳ​ໃຊ້ຢາ​ຂອງ​ຕົນໄປສັກ​ ເພື່ອການ​ປະຫານ​ຊີວິດ ຢູ່ແລ້ວ ແຕ່​ໄດ້​ເພີ້​ມຂອບເຂດ​ໃນ​ການຈຳກັດຮັດ​ແຄບໃໝ່ທີ່ “​ເສີມ​ຂະຍຫາຍ” ລະບົບ​ທີ່​ມີ​ຢູ່ກ່ອນ​ແລ້ວນັ້ນ.

ຂ່າວ​ກ່ຽວ​ກັບ​ການ​ຕັດສິນ​ໃຈ​ ຂອງບໍລິສັດ Pfizer ​ໄດ້ລາຍ​ງານ​ເປັນ​ເທື່ອ​ທຳ​ອິດ ​ໃນ​ວັນ ສຸກ​ວານ​ນີ້ໂດຍ​ໜັງສືພິມ New York Times.

​ໃນ​ໄລຍະ​ສອງ​ສາມ​ປີ​ທີ່​ຜ່ານ​ມາ​ນີ້ ມີປະມານ 20 ບໍລິສັດ​ທີ່ຜະ​ລິດ​ຢາ​ຢູ່​ໃນ​ໂລກ​ໄດ້​ຫ້າມ​ ບໍ່ໃຫ້ເອົາຢາ​ຂອງ​ເຂົາ​ເຈົ້າໄປໃຊ້​ໃນ​ການ​ລົງ​ໂທດ​ປະຫານ​ຊີວິດ.

​ແຕ່​ບັນດາ​ຢາ​ເຫລົ່າ​ນີ້ ​ຍັງ​ໄດ້​ຖືກ​ນຳ​ໄປ​ໃຊ້ໃນ​ທາງ​ອື່ນໆ ຊຶ່ງຍັງ​ມີ​ຊ່ອງ​ຫວ່າ​ງຢູ່​ທີ່​ຈະຂັດ ຂວາງ​ບໍ່​ໃຫ້​ນຳ​ໄປ​ໃຊ້​ຢູ່​ໃນ​ຄຸກຂອງ​ລັດຖະບານ ສຳລັບ​ການ​ປະຫານ​ຊີວິດ.

ຂໍ້​ຫ້າມໃໝ່​ຂອງບໍລິສັດ Pfitzer ​ແມ່ນ​ຈຳກັດ​ການ​ຂາຍ​ຜະ​ລິດ​ຕະພັນ​ເຈັດ​ຢ່າງ ໃຫ້ແກ່ ​ກຸ່ມຂາຍຍົກ ທີ່​ຖືກ​ຄັດ​ເລືອກ ບັນດາ​ຜູ້​ຈຳໜ່າຍ ​ແລະ​ບັນດາ​ຜູ້​ທີ່​ຊື້​ໂດຍ​ກົງ ຢູ່​ພາຍ​ໃຕ້​ສະພາບ​ການ​ທີ່​ເຂົາ​ເຈົ້າ​ຈະ​ບໍ່​ນຳເອົາ​ໄປຂາ​ຍຕໍ່ ຜະ​ລິດ​ຕະພັນ​ເຫຼົ່າ​ນີ້ໃຫ້ແກ່ສະ​ຖາ​ບັນ​ ຄຸມຂັງຕ່າງໆ​ເພື່ອ​ໃຊ້​ສັກສຳລັບປະຫານ​ຊີວິດ.

ການ​ລົງ​ໂທດ​ປະຫານ​ຊີວິດ ​ຍັງ​ສືບ​ຕໍ່ຖືກຕ້ອງ​ຕາມ​ກົດໝາຍ ຢູ່​ໃນບັນດາ​ລັດ ​ທີ່ຫລຸດ ໜ້ອຍ​ຖອຍ​ລົງນັບ​ມື້​ຊຶ່ງມີ​ພຽງ​ແຕ່ຈຳນວນບໍ່​ເທົ່າ​ໃດທີ່ຍັງ​ທຳການ​ປະຫານ​ຊີວິດ. ສ່ວນ ລັດອຶື່ນໆ​ທີ່​ມີ​ແຜນ​ຈະ​ປະຕິ​ບັດດັ່ງກ່າວ​ພາກັນ​ບໍ່ຄວາ​ມສາມາດ​ເຮັດ​ໄດ້ຍ້ອນ​ຍັງ​ມີ​ການ ​ທ້າທາຍໃນ​ສານ ການ​ຂາດ​ເຂີນ​ຢາ​ສັກສຳລັບ​ປະຫານ​ຊີວິດຫລື​ບັນດາ​ຜູ້​ປົກຄອງ​ລັດ ຍື່ນມື​ເຂົ້າ​ໄປ​ຂັດຂວາງ​ໄວ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Execution Drugs
please wait
Embed

No media source currently available

0:00 0:00:35 0:00

XS
SM
MD
LG