ບໍລິສັດຜູ້ຜະລິດຢາ Pfizer ແລະ Allergan ໄດ້ປະລະແຜນການ ທີ່ຈະຮວມບໍລິສັດເຂົ້າ ກັນ ຫລັງຈາກກະຊວງການເງິນສະຫະລັດໄດ້ປະກາດກົດລະບຽບໃໝ່ເພື່ອຊອກຫາຊ່ອງ ທາງປ່ຽນບ່ອນຕັ້ງສຳນັກງານທີ່ຈະຫຼຸດຜ່ອນການເສຍພາສີຂອງບໍລິສັດໃຫ້ແກ່ສະຫະລັດ.
ການປະກາດຢ່າງເປັນທາງການຄາດວ່າຈະມີຂຶ້ນໃນພຸດມື້ນີ້.
ທັງສອງບໍລິສັດໄດ້ເຫັນດີທີ່ຈະຮວມເຂົ້າກັນໃນເດືອນພະຈິກທີ່ຜ່ານມາ ຊຶ່ງເປັນການຕົກ ລົງໃນມູນຄ່າເຖິງ 160 ພັນລ້ານໂດລາ. ຢູ່ໃນເອກກະສານແລ້ວ ຈະມີການຍ້າຍບໍລິສັດ Pfizer ໄປຕັ້ງຢູ່ Ireland ດັ່ງດຽວກັນກັບບໍລິສັດ Allergan ບ່ອນທີ່ອັດຕາການເສຍພາ ສີບໍລິສັດແມ່ນຕໍ່າຫຼາຍແລະການໂຮມບໍລິສັດເຂົ້າກັນຈະເປັນການປະຢັດເງິນໄດ້ຫຼາຍ.
ພາຍໃຕ້ເງື່ອນໄຂຂອງຂໍ້ຕົກລົງຮວມເຂົ້າກັນນີ້ ບໍລິສັດ Pfizer ຈະຕ້ອງຈ່າຍໃຫ້ບໍລິສັດ Allergan 400 ລ້ານໂດລາ ເພື່ອຍົກເລີກຂໍ້ຕົກລົງດັ່ງກ່າວ.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ບໍ່ໄດ້ກ່າວຢ່າງເປັນການເຈາະຈົງ ເຖິງແຜນຂອງບໍລິສັດ Pfizer ໃນວັນອັງຄານວານນີ້ ແຕ່ກໍໄດ້ເວົ້າວ່າ ການຫລີກຫລ່ຽງ ການເສຍພາສີ ເປັນ “ບັນຫາອັນໃຫຍ່ຂອງໂລກ.”
ທ່ານກ່າວວ່າ “ມີຫລາຍຢ່າງເປັນທີ່ຖືກກົດໝາຍ ແລະນັ້ນເປັນບັນຫາ ເຂົາເຈົ້າຫລິ້ນການ ພະນັນກັບລະບົບ. ຊ່ອງຫວ່າງຫລາຍຢ່າງເກີດຜົນກະທົບແກ່ບັນດາຄອບຄົວ ທີ່ມີລາຍໄດ້ລະດັບກາງ. ນີ້ເປັນລາຍໄດ້ຂອງເງິນທັງໝົດທີ່ເຫັນຄວນ ໃຊ້ຢູ່ໃນສະຫະລັດ” ເພື່ອປັບປຸງ ຖະໜົນຫົນທາງ ໂຮງຮຽນ ແລະໂຄງການລັດ ຖະບານຕ່າງໆ.
ທ່ານ Obama ຮ້ອງໃຫ້ພັກຣີພັບບລິກັນ ທີ່ຄວບຄຸມລັດຖະສະພາ ຫ້າມບໍລິສັດຢ່າງຖາ ວອນໃນການປ່ຽນບ່ອນຕັ້ງສຳນັກງານເພື່ອເສຍພາສີຕ່ຳ.
ລັດຖະມົນຕີກະຊວງເງິນເງິນ ທ່ານ Jacob Lew ຍັງກ່າວວ່າ ໃນທີ່ສຸດມັນຂຶ້ນຢູ່ກັບລັດ ຖະສະພາ ທີ່ຈະຮັບຜ່ານຮ່າງກົດໝາຍໃໝ່ ເພື່ອປ້ອງກັນບັນດາບໍລິສັດ ຈາກການໃຊ້ ພາກປະຕິບັດດັ່ງກ່າວ. ທ່ານກ່າວວ່າຈົນຮອດເວລານັ້ນ ບັນນັກບັນ ຊີທີ່ມີຫົວໃສຈະຊອກ ຫາທາງໃໝ່ເພື່ອຫຼີກຫລ່ຽງການເສຍພາສີໃຫ້ແກ່ສະຫະລັດ.