ການສຳຫຼວດໃໝ່ສະແດງໃຫ້ເຫັນວ່າ ມີຄວາມແຕກຕ່າງກັນ
ຢ່າງໃຫຍ່ຫລວງ ລະຫວ່າງພັກ Democrats ແລະພັກ Repu-
blicans ກ່ຽວກັບການທີ່ປະທານາທິບໍດີສະຫະລັດຄົນຕໍ່ໄປ
ຄວນຈັດໃຫ້ມີການສົນທະນາກັນເລື້ອງກຸ່ມອິສລາມຫົວຮຸນແຮງ
ຈັດແບບໃດ.
ການສຶກສາຄົ້ນຄວ້າຂອງສູນກາງວິໄຈ Pew ໄດ້ພົບເຫັນວ່າ
65 ເປີເຊັນຂອງພັກ Republicans ຫຼືບໍ່ກໍພວກທີ່ອຽງໄປທາງ
ພັກ Republicans ຢາກຈະໃຫ້ຜູ້ທີ່ ຈະເຂົ້າມາຮັບໜ້າທີ່ແທນ
ປະທານາທິບໍດີ ບາຣັກ ໂອບາມາ ໃຫ້ເວົ້າເລື້ອງກຸ່ມອິສລາມ
ຫົວຮຸນແຮງຈັດນີ້ ຢ່າງເປີດເຜີຍ ຕົງໄປຕົງມາ ເຖິງແມ່ນວ່າ
ການໃຫ້ຄວາມເຫັນດັ່ງກ່າວ ຈະເປັນການຕຳໜິຕຽນອິສລາມ ໂດຍລວມກໍຕາມ. ເຖິງຢ່າງໃດກໍຕາມ 70 ຂອງພັກ Democrats ຫຼືບໍ່ກໍພວກທີ່ອຽງໄປທາງພັກ Democrats ຄິດວ່າ ປະທານາທິບໍດີຄົນຕໍ່ໄປ ຄວນຈະກ່າວເຖິງເລື້ອງນີ້ຢ່າງລະມັດລະວັງຕື່ມຂຶ້ນ.
ໂດຍລວມແລ້ວ, ເຄິ່ງນຶ່ງຂອງຊາວອາເມຣິກັນ ຕ້ອງການໃຫ້ປະທານາທິບໍດີຄົນຕໍ່ໄປ ບໍ່ໃຫ້ປະນາມສາສະໜາອິສລາມໂດຍລວມ ໃນຂະນະທີ່ກ່າວເຖິງກຸ່ມອິສລາມຫົວຮຸນແຮງຈັດ.
ການສຳຫຼວດດັ່ງກ່າວ ຊຶ່ງໄດ້ຈັດໃຫ້ມີຂຶ້ນໃນເດືອນແລ້ວນີ້ ຍັງໄດ້ພົບເຫັນວ່າ ເກືອບວ່າເຄິ່ງນຶ່ງຂອງພວກທີ່ຖືກຖາມນັ້ນເຊື່ອວ່າ ຊາວມຸສລິມ ຖືສັນຊາດອາເມຣິກັນ ບາງຄົນຍັງມີຄວາມ ຄິດຄວາມເຫັນທີ່ຕໍ່ຕ້ານອາເມຣິກາຊຶ່ງຮວມທັງ 11 ເປີເຊັນທີ່ເຊື່ອວ່າ “ສ່ວນໃຫຍ່”
ຫຼືບໍ່ກໍ “ເກືອບທັງໝົດ” ຂອງຊາວມຸສລິມມຸສລິມອາເມຣິກັນນັ້ນ ແມ່ນຕໍ່ຕ້ານອາເມຣິກາ.
ການສຳຫຼວດກ່ອນໜ້ານີ້ ຊຶ່ງໄດ້ຈັດໃຫ້ມີຂຶ້ນໃນເດືອນທັນວາຜ່ານມານີ້ ໂດຍສູນກາງວິໄຈ Pew ພົບວ່າ ຊາວອາເມຣິກັນເກືອບວ່າເຄິ່ງນຶ່ງ ຄິດວ່າ ສາສະໜາອິສລາມແມ່ນມີທ່າທາງ ວ່າ ຊຸກຍູ້ໃຫ້ມີກໍ່ຄວາມຮຸນແຮງຂຶ້ນຫຼາຍກວ່າສາສະໜາອື່ນໃດ, ໂດຍທີ່ໃນຈຳນວນເກືອບວ່າເທົ່າໆກັນນັ້ນກ່າວວ່າ ພວກເຂົາເຈົ້າມີຄວາມ “ເປັນຫ່ວງເປັນໃຍຢ່າງສູງ” ກ່ຽວກັບ ກຸ່ມອິສລາມຫົວຮຸນແຮງຈັດ ມີການເຄື່ອນໄຫວເພີ້ມຂຶ້ນ ໃນສະຫະລັດ.
ແຕ່ວ່າ ການສຳຫຼວດໂດຍສູນກາງວິໄຈ Pew ໃນປະຈຸບັນ ພົບເຫັນວ່າ ເກືອບ 2 ສ່ວນ 3 ຂອງຊາວອາເມຣິກັນເຊື່ອວ່າ ບັນຫາໃຫຍ່ກວ່ານັ້ນ ແມ່ນວ່າ ສາສະໜາດັ່ງກ່າວໄດ້ຖືກນຳມາໃຊ້ໂດຍພວກຫົວຮຸນແຮງ ເພື່ອເປັນຂໍ້ອ້າງກ່ຽວກັບການກະທຳຂອງພວກກ່ຽວ.