ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການ​ຄົ້ນຄວ້າຂອງ​ສູນ​ກາງພີວ ພົບ​ວ່າ ຄົນ​ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ເອ​ເຊຍ ລະ​ບຸ​​ຕົວ​ເອງ ໃນ​ຫລາຍ​ວິ​ທີ​ ທີ່​ແຕກ​ຕ່າງ​ກັນ


​ຜູ້​ຄົນພາກ​ັນໄປ​ໂຮມ​ຊຸມ​ນຸມ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຍ້ອນ​ຄວາມ​ກຽດ​ຊັງ​ຕໍ່​ຊາວ​ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ເອ​ເຊຍຢູ່​ສວນ​ສາ​ທາ​ລະ​ນະ Columbus ໃນ​ເຂດຄຸ້ມເມືອງ​ຈີນ​ຂອງ​ນະ​ຄອນ​ນິວຢອກໃນ​ວັນ​ທີ 21 ມີ​ນາ, 2021
​ຜູ້​ຄົນພາກ​ັນໄປ​ໂຮມ​ຊຸມ​ນຸມ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຍ້ອນ​ຄວາມ​ກຽດ​ຊັງ​ຕໍ່​ຊາວ​ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ເອ​ເຊຍຢູ່​ສວນ​ສາ​ທາ​ລະ​ນະ Columbus ໃນ​ເຂດຄຸ້ມເມືອງ​ຈີນ​ຂອງ​ນະ​ຄອນ​ນິວຢອກໃນ​ວັນ​ທີ 21 ມີ​ນາ, 2021

ມີຫຼາກຫຼາຍວິທີທີ່ຜູ້ໃຫຍ່ຊາວອາເມຣິກັນເຊື້ອ​ສາຍ​ເອ​ເຊຍ​ມີ​ຄວາມ​ຮູ້​ສຶກກ່ຽວ​ກັບ​ການເປັນ​ຕົວ​ຕົນ​ຂອງ​ເຂົາ​ເຈົ້າ ອີງ​ຕາມການ​ຄົ້ນ​ພົບ​ຂອງບົດລາຍງານສະ​ບັບໃຫມ່ ໂດຍ​ທີ່ມີປະມານເຄິ່ງນຶ່ງເວົ້າວ່າ ພວກເຂົາເຈົ້າມັກເວົ້າ​ເຖິງຕົນເອງໂດຍການບອກ​ໃຫ້​ຮູ້ຈັກ​ເຖິງຊົນເຜົ່າທີ່ສະທ້ອນເຖິງເຊື້ອສາຍ​ທີ່ມາຂອງພວກເຂົາເຈົ້າ ແລະ ສ່ວນອີກເຄິ່ງນຶ່ງ ເວົ້າເຖິງ​ຕົນ​ເອງວ່າເປັນຄົນອາເມຣິກັນ.

ການສຶກສາທີ່ເປີດເຜີຍອອກ​ມາໃນວັນຈັນວານນີ້ ໂດຍສູນກາງຄົ້ນຄວ້າພີວ (Pew), ຍັງພົບອີກວ່າ 90 ເປີ​ເຊັນ​ຂອງຊາວເອເຊຍທີ່ອາໄສຢູ່ໃນສະຫະລັດ ມີ​ຫລາຍວັດທະນະທໍາທີ່ແຕກຕ່າງກັນ. ໃນ​ບັນ​ດາ​ຜູ້​ໃຫຍ່​ທັງ​ໝົດ​ຢູ່​ສະ​ຫະ​ລັດ, 80 ເປີ​ເຊັນ ກ່າວ​ວ່າ ຊາວ​ເອ​ເຊຍຢູ່​ໃນ​ປະ​ເທດນີ້ ​ມີ​ວັດ​ທະ​ນະ​ທຳຫລາຍ​ຢ່າງ​ທີ່ແຕກ​ຕ່າງ​ກັນ.

ການສຶກສາດັ່ງກ່າວເປັນສ່ວນນຶ່ງຂອງຄວາມພະຍາຍາມມາ​ໄດ້ຫຼາຍປີຂອງສູນກາງ​ຄົ້ນ​ຄວ້າພີວ (Pew) ເພື່ອເຂົ້າໃຈເຖິງທັດສະນະ ແລະຄວາມຄິດເຫັນຂອງຊາວອາເມ ຣິກັນເຊື້ອສາຍເອເຊຍ. ພວກນັກ​ຄົ້ນ​ຄວ້າ ​ໄດ້​ສຳ​ຫຼວດ​ຜູ້​ໃຫຍ່ເຊື້ອ​ສາຍ​ເອ​ເຊຍ 7,006 ຄົນ ​ໃນເດືອນ​ກໍ​ລະ​ກົດ 2022 ຫາ​ເດືອນ​ມັງ​ກອນ​ຂອງ​ປີ​ນີ້ ຊຶ່ງເຮັດ​ໃຫ້​ມັນ​ກາຍເປັນ​ການ​ສຳ​ຫຼວດທີ່​ມີ​ຕົວ​ແທນ​ໃຫຍ່​ທີ່​ສຸດຢູ່ທົ່ວ​ປະ​ເທດ ​ໃນ​ປັດ​ຈຸ​ບັນ.

ໂຄມ​ໄຟ​ຫ້ອຍເປັນ​ສາຍ​ຢູ່​ໃນ​ເຂດຄູ້ມ​ເມືອງ​ຈີນຢູ່​ເທິງ​ຖະ​ໜົນ Grant Avenue ໃນ​ນະ​ຄອນ San Francisco, 23 ພຶດ​ສະ​ພາ, 2022.
ໂຄມ​ໄຟ​ຫ້ອຍເປັນ​ສາຍ​ຢູ່​ໃນ​ເຂດຄູ້ມ​ເມືອງ​ຈີນຢູ່​ເທິງ​ຖະ​ໜົນ Grant Avenue ໃນ​ນະ​ຄອນ San Francisco, 23 ພຶດ​ສະ​ພາ, 2022.

"ການເຮັດການສໍາຫຼວດນີ້ ແມ່ນມີຄວາມສໍາຄັນຫຼາຍ ເພາະວ່າໃນອຸດສາຫະກໍາການ ຢັ່ງ​ຫາງສຽງ ແລະອຸດສາຫະກໍາຢັ່ງຄວາມຄິດເຫັນຂອງສາທາລະນະຊົນ ໂດຍ​ທົ່ວ​ໄປ​ແລ້ວ ທ່ານຈະເຫັນໄດ້ຫນ້ອຍທີ່ສຸດ ກ່ຽວກັບຊາວອາເມຣິກັນເຊື້ອສາຍເອເຊຍ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນີ​ລ ຣູ​ອີ​ສ (Neil Ruiz), ຫົວຫນ້າໂຄງການລິເລີ້ມການຄົ້ນຄວ້າ ໃຫມ່ຂອງສູນ​ກາງ​ພີວ.

ມີອາເມຣິກັນເຊື້ອ​ສາຍ​ເອ​ເຊຍ ປະມານ 24 ລ້ານຄົນຢູ່ໃນສະຫະລັດ, ເຊິ່ງກວມ​ເອົາປະມານ 6 ເປີ​ເຊັນຂອງປະຊາ ກອນສະຫະລັດ, ແຕ່ການຢັ່ງ​ຫາງ​ສຽງປະຊາຊົນໃນປະຫວັດສາດຜ່ານ​ມາ ແມ່ນໃຫ້ຄວາມສົນໃຈຕໍ່ປະ​ຊາ​ຄົມນີ້ຫນ້ອຍຫຼາຍ, ອີງຕາມທ່ານ​ຣູ​ອີ​ສ. ທ່ານ​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ສູນ​ກາງ​ພີວຢາກ "ເຂົ້າໃຈຢ່າງແທ້ຈິງເຖິງ​ຄວາມ​ຫລາກ​ຫລາຍໃນ​ຄວາມ​ຄິດ​ເຫັນຂອງຊາວອາເມຣິກັນເຊື້ອສາຍເອເຊຍ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG