ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສູນກາງ Pew ພົບເຫັນວ່າ ພົນລະເມືອງອາເມຣິກັນເຊື້ອສາຍເອເຊຍ ເພີ້ມຂຶ້ນເຖິງ 24 ລ້ານຄົນ


ໍຊາວອາເມຣິກັນເຊື້ອສາຍ ພາກັນຖືປ້າຍປະທ້ວງ ຢູ່ສານສູງສຸດຂອງສະຫະລັດ ໃນຂະນະທີ່ມີການຮັບຟັງຄະດີ ໃຫ້ຮັບເອົານັກສຶກສາໃນຈຳນວນເທົ່າທຽມກັນ ເຂົ້າຮຽນຢູ່ໃນມະຫາວິທະຍາໄລ ຂອງສະຫະລັດ ວັນທີ 9 ທັນວາ 2015.
ໍຊາວອາເມຣິກັນເຊື້ອສາຍ ພາກັນຖືປ້າຍປະທ້ວງ ຢູ່ສານສູງສຸດຂອງສະຫະລັດ ໃນຂະນະທີ່ມີການຮັບຟັງຄະດີ ໃຫ້ຮັບເອົານັກສຶກສາໃນຈຳນວນເທົ່າທຽມກັນ ເຂົ້າຮຽນຢູ່ໃນມະຫາວິທະຍາໄລ ຂອງສະຫະລັດ ວັນທີ 9 ທັນວາ 2015.

ສູນກາງ Pew ຊຶ່ງເປັນອົງການຄົ້ນຄວ້າ ໄດ້ພິມເຜີຍແຜ່ໃນວັນພະຫັດວານນີ້ ຂໍ້ມູນວິເຄາະຂອງຫ້ອງການສຳຫຼວດພົນລະເມືອງສະຫະລັດ ປີ 2019 ທີ່ສະແດງໃຫ້ເຫັນວ່າ ພົນລະເມືອງຊາວອາເມຣິກັນເຊື້ອສາຍເອເຊຍໄດ້ເພີ້ມຂຶ້ນເຖິງ 24 ລ້ານຄົນແລ້ວ.

ກ່ອນໜ້ານີ້ ກຸ່ມຄົ້ນຄວ້າທີ່ມີຫ້ອງການຕັ້ງຢູ່ວໍຊິງຕັນດັ່ງກ່າວ ໄດ້ຄາດຄະເນໄວ້ ວ່າ ພົນລະເມືອງອາເມຣິກັນເຊື້ອສາຍເອເຊຍຈະຂຶ້ນເຖິງ 46 ລ້ານຄົນ ໃນປີ 2060 ແລະໃນເວລານັ້ນ ຊາວອາເມຣິກັນເຊື້ອສາຍເອເຊຍຈະເປັນກຸ່ມຄົນເຂົ້າ ເມືອງທີ່ໃຫຍ່ສຸດ ຢູ່ໃນສະຫະລັດ.

ຂໍ້ມູນໃນວັນພະຫັັດວານນີ້ກ່າວວ່າ ຊາວອາເມຣິກັນເຊື້ອສາຍເອເຊຍສ່ວນໃຫຍ່ແມ່ນມາຈາກ 19 ປະເທດ ແລະຊາວອາເມຣິກັນເຊື້ອສາຍຈີນ ແມ່ນປະກອບເປັນ 23 ເປີເຊັນ ຂອງຊາວອາເມຣິກັນເຊື້ອສາຍເອເຊຍ.

ເມື່ອເວົ້າເຖິງການແຈກຢາຍທາງພູມີສາດແລ້ວ ສູນກາງ Pew ກ່າວວ່າ ປະ ມານ 45 ເປີເຊັນ ຂອງ ຊາວອາເມຣິກັນເຊື້ອສາຍເອເຊຍອາໄສຢູ່ທາງພາກຕາ ເວັນຕົກຂອງສະຫະລັດ ໃນຂະນະທີ່ 24 ເປີເຊັນ ອາໄສຢູ່ໃນບັນດາລັດທາງ ພາກໃຕ້ຂອງປະເທດ.

ລາຍງານຂອງສູນກາງ Pew ໃນປີ 2017 ກ່າວວ່າ ປະມານ 14 ເປີເຊັນຂອງພວກຄົນເຂົ້າເມືອງ ທີ່ບໍ່ໄດ້ຮັບອະນຸຍາດຢູ່ໃນສະຫະລັດ 10 ລ້ານ 5 ແສນຄົນ ແມ່ນພວກຄົນທີ່ມາຈາກເອເຊຍ.

ລາຍງານກ່າວຕື່ມວ່າ ໂດຍທົ່ວໄປແລ້ວ ຊາວອາເມຣິກັນເຊື້ອສາຍເອເຊຍ 57 ເປີເຊັນແມ່ນເກີດຢູ່ໃນປະເທດອື່ນ.

ລະຫວ່າງປີ 2000 ຫາ 2019 ອີງຕາມສູນກາງ Pew ແລ້ວ ພວກຄົນທີ່ມີເຊື້ອ ສາຍຕົ້ນຕໍມາຈາກພູຖານ ເນປານແລະມຽນມາ ແມ່ນມີອັດຕາການເກີດໄວກວ່າ ໝູ່ ໃນຂະນະທີ່ຊາວລາວແລະຍີ່ປຸ່ນ ມີອັດຕາການເກີດຊ້າທີ່ສຸດ.

The Pew Research Center released Thursday an analysis of 2019 U.S. Census Bureau data showing the population of Asian Americans reached 24 million people.

The Washington-based research group previously projected that population will reach 46 million people by 2060, and that by that time Asian Americans will be the largest immigrant group in the United States.

It said Thursday nearly all the Asian American population comes from 19 Asian origin groups, and that Chinese Americans account for 23% of the Asian population.

In terms of geographical distribution, Pew said 45% percent of Asian Americans live in western states, while 24% live in southern states.

Pew reported that in 2017, about 14% of the 10.5 million unauthorized immigrants in the United States were people from Asia.

It said overall 57% of Asian Americans were born in another country.

Between 2000 and 2019, according to Pew, the number of people with Bhutanese, Nepalese and Burmese origin grew at the fastest rates, while the number of Laotians and Japanese grew at the slowest rates

XS
SM
MD
LG