Rio de Janeiro ໃນວັນຈັນວານນີ້ ໃນຂະນະທີ່ ລັດຖະບານ
ຂອງ Brazil ໄດ້ປະກາດຊື່ຜູ້ຊະນະການປະມູນ ເພື່ອພັດທະນາ
ບໍ່ນໍ້າມັນນອກຝັ່ງທະເລ ທີ່ອາດມີນໍ້າມັນສໍາລອງຢູ່ ເກືອບຮອດ
12 ພັນລ້ານ ຖັງ.
ຜູ້ທີ່ຊະນະການປະມູນນັ້ນ ແມ່ນກຸ່ມບໍລິສັດລົງທຶນຮ່ວມກັນ ອັນ
ມີທັງ ບໍລິສັດ Shell, Total, ກັບ 2 ບໍລິສັດຈີນ ແລະບໍລິສັດລັດ
ວິສາຫະກິດ Petrobras ຂອງ Brazil ເອງ.
ພວກປະທ້ວງຈໍານວນຫຼາຍຮ້ອຍຄົນ ທີ່ຮຽກຮ້ອງໃຫ້ລັດຖະບານ
ຍຶດເອົາອຸດສາຫະກໍານໍ້າມັນຂອງ Brazil ເປັນຂອງລັດນັ້ນໄດ້ປະທະກັບພວກຕໍາຫຼວດ
ຢູ່ນອກໂຮງແຮມບ່ອນທີ່ການປະມູນໄດ້ຈັດຂຶ້ນນັ້ນ.
ການປະທ້ວງໃນວັນຈັນວານນີ້ ແມ່ນຮຽກໃຫ້ມີຂຶ້ນ ໂດຍພວກພະນັກງານນໍ້າມັນທີ່ນັດ
ຢຸດງານ ຊຶ່ງສະຫະພັນກໍາມະບານຂອງເຂົາເຈົ້າ ໄດ້ຄັດຄ້ານມາຍາວນານ ຕໍ່ການພົວ
ພັນຂອງຕ່າງປະເທດ ຢູ່ໃນອຸດສາຫະກໍາການຜະລິດນໍ້າມັນຂອງ Brazil.
ຕໍາຫຼວດ ໄດ້ໃຊ້ເເກ໊ສນໍ້າຕາ ແລະລູກປືນຢາງ ໃນຄວາມພະຍາຍາມເພື່ອເຮັດໃຫ້ ພວກ
ປະທ້ວງ ສະຫຼາຍຕົວ.