ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ່າວນອງນັນຂອງ ນາຍພົນ Petraeus ແມ່ນມາຈາກ ການສືບເລື້ອງອີເມລ


ທ່ານນາງ Holly Knowlton ພັນລະຍາຂອງນາຍພົນ Petraeus ຖືປື້ມຄໍາພີ ຂະນະທີ່ສາມີສາບານຕົວ ເຂົ້າຮັບຕໍາແໜ່ງຫົວໜ້າ CIA ຢູ່ຫ້ອງ Roosevelt ຂອງທໍານຽບຂາວ ໃນນະຄອນຫລວງ ວໍຊິງຕັນ ໃນວັນທີ 6 ກັນຍາ 2011 ທີ່ຜ່ານມາ.
ທ່ານນາງ Holly Knowlton ພັນລະຍາຂອງນາຍພົນ Petraeus ຖືປື້ມຄໍາພີ ຂະນະທີ່ສາມີສາບານຕົວ ເຂົ້າຮັບຕໍາແໜ່ງຫົວໜ້າ CIA ຢູ່ຫ້ອງ Roosevelt ຂອງທໍານຽບຂາວ ໃນນະຄອນຫລວງ ວໍຊິງຕັນ ໃນວັນທີ 6 ກັນຍາ 2011 ທີ່ຜ່ານມາ.
ສື່​ມວນ​ຊົນ​ຂອງສະຫະລັດເວົ້າ​ວ່າ ​ເລື້ອງນອງ​ນັນທີ່​ເປັນ​ເຫດ
​ໃຫ້​ຫົວໜ້າ​ສືບ​ລັບ​ CIA ຂອງ​ສະຫະລັດ ຕອ້ງ​ໄດ້​ລາ​ອອກ
​ຈາກຕໍາ​ແໜ່​ງ ຍ້ອນ​ມີ​ຄວາມ​ສໍາພັນ​ນອກ​ສົມລົດນັ້ນ ​ແມ່ນ
​ເລີ່​ມມາ​ຈາກ​ການ​ສືບສວນ​ຂອງ​ສໍານັກງານ​ສືບສວນ​ກາງ
​ສະຫະລັດ ຫຼື FBI ກ່ຽວ​ກັບ​ອີ​ເມລຫຼາຍສະບັບ ທີ່ສົ່ງໄປ
​ລົບ​ກວນຄົນ​ໆ​ນຶ່ງ ທີ່​ຮ້ອງທຸກ​ໄປ​ຍັງ FBI ​ນັ້ນ.

ລາຍ​ງານ​ຫລາຍ​ກະ​ແສ​ເວົ້າ​ວ່າ ​ແມ່​ຍິງ​ຄົນ​ນຶ່ງໄດ້ຈົ່ມ​ທຸກ​ຕໍ່​
ອົງການ​ສືບສວນ​ກາງ FBI ​ວ່າ ນາງ Paula Broadwell
ຜູ້​ຂຽນ​ປື້​ມຊີວະ​ປະຫວັດ​ຂອງ ທ່ານນາຍ​ພົນ Petraeus ​
ໄດ້​ສົ່ງ​ອີ​ເມລມາ​ລົບ​ກວນ​ຕົນ.

​ໃນ​ລະຫວ່າງການ​ສືບສວນ​ສອບ​ສວນ​ນັ້ນ ພວກສາຍ​ລັບ FBI ພົບ​ວ່າ​ນາຍ​ພົນ Petraeus ​ແລະ​ນາງ Braodwell ​ເປັນ​ຊູ້​ກັນ. FBI ​ໄດ້​ສອບ​ປາກ​ຄໍາ​ກັບ​ນາຍ​ພົນ Petraeus ​ເພາະ​ຢ້ານ​ວ່າ​ ​ໄດ້ມີ​ການ​ຂູ່​ເຂັນທ່ານ ຫຼືມີ​ການລະ​ເມີດ​ກົດການຮັກສາ​ຄວາມ​ປອດ​ໄພ​ ທີ່​ອາດ​ເປັນ​ໄປ​ໄດ້​ນັ້ນ. ​ເມື່ອ​ເລື້ອ​ງຄວາມ​ສໍາພັນ​ນອກ​ສົມລົດ​ຂອງ​ທ່ານ ​ບໍ່​ເປັນ ຄວາມ​ລັບ​ອີກ​ຕໍ່​ໄປ​ແລ້ວ​ນັ້ນ ທ່ານນາຍ​ພົນ Petraeus ກໍ​ເລີຍຮູ້​ສຶກວ່າ​ ທ່ານຕ້ອງ​ໄດ້​ລາ​ອອກ​ຈາກ​ຕໍາ​ແໜ່​ງ.

ທ່ານ​ນາຍ​ພົນ Petraeus ບໍ່​ໄດ້​ເປີດ​ເຜີຍ​ຊື່​ໃຜ ​ແລະ​ກໍ​ບໍ່​ມີ​ຄວາມ​ເຫັນ​ໃດໆ ຈາກ​ນາງ Broadwell.

ທາງ​ດ້ານ FBI ນັ້ນ ກໍບໍ່​ໄດ້​ບົ່ງ​ຊື່​ແມ່ຍິງ​ຄົນ​ທີ່​ສອງທີ່​ຟ້ອງ​ເລື້ອງອີ​ເມລນັ້ນ ​ຫລື​ວ່າ​ຄວາມ​ສໍາພັນ​ທີ່​ແທ້​ຈິງ​ຂອງ​ຜູ້ກ່ຽວ​ກັບ​ນາຍ​ພົນ Petraeus ຫຼື​ເນື້ອ​ໃນ​ຂອງອີ​ເມລຂອງນາງ Broadwell ທີ່​ຖືກ​ກ່າວ​ຫາ​ວ່າ​ ສົ່ງ​ໄປລົບ​ກວນ​ນາງນັ້ນ.

ທ່ານ Petraeus ​ເປັນ​ນາຍ​ພົນ​ສີ່​ດາວ ທີ່​ອອກ​ກິນ​ເບ້ຍ​ບໍານານ​ແລ້ວ​ນັ້ນ ​ໄດ້​ຂຽນ​ຢູ່​ໃນ​ຈົດ ໝາຍ​ຂໍ​ລາ​ອອກຈາກ​ຕໍາ​ແໜ່​ງຂອງ​ທ່ານ ວ່າ​ທ່ານ​ໄດ້​ສະ ແດງ​ໃຫ້​ເຫັນ​ເຖິງ​ການ​ຕັດສິນ​ໃຈ
​ທີ່​ຂີ້ຮ້າຍຫຼາຍທີ່​ສຸດ ແລະພຶດຕິການ​ດັ່ງ ກ່າວ​ຍ່ອມ​ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້​ຈາກຜູ້​ນໍາ​ຄົນ​ນຶ່ງ​.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ທີ່ໄດ້​ຮັບ​ເອົາ​ການ​ລາ​ອອກ​ຂອງ​ທ່ານ​ນາຍ ພົນ Petraeus ​ແລ້ວ​ນັ້ນ ກ່າວ​ວ່າ ຕະຫລອດ​ເວລາ​ທີ່​ໄດ້​ຮັບ​ໃຊ້​ໃນ​ກອງທັບ​ມາ​ຕະຫຼອດ​ຊີວິດ​ຂອງ​ທ່ານ ​ແລະ​ໃນ​ຖານະ​ເປັນ​ຫົວໜ້າອົງການ​ສືບ​ລັບ​ຂອງອາ​ເມຣິການັ້ນ ທ່ານ​ນາຍ​ພົນ​ໄດ້​ເຮັດ​ໃຫ້​ປະ​ເທດ​ຊາດ​ມີ​ຄວາມ​ປອດ​ໄພ ​ແລະ​ເຂັ້ມ​ແຂງ​ຂຶ້ນກວ່າ​ເກົ່າ.
XS
SM
MD
LG