ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອະດີດ ຜູ້ອຳນວຍການ ​ອົງການ ຊີໄອເອ ບໍ່ໄດ້ໃຫ້ ຮ່ອງຮອຍວ່າ ຈະມີບົດບາດ ໃນ ລັດຖະບານ ທ່ານທຣຳ


ອະດີດຜູ້ອຳນວຍການ ​ອົງການສືບ​ລັບ CIA ​ແລະ​ຜູ້​ບັນຊາ​ການ​ກຳລັງ​ສະຫະລັດໃນ​ອັຟກາ​ນິສຖານ ທີ່​ໄດ້​ອອກ​ບຳນານ​ໄປແລ້ວ ທ່ານ David Petraeus ກ່າວຕໍ່ບັນດານັກຂ່າວ.
ອະດີດຜູ້ອຳນວຍການ ​ອົງການສືບ​ລັບ CIA ​ແລະ​ຜູ້​ບັນຊາ​ການ​ກຳລັງ​ສະຫະລັດໃນ​ອັຟກາ​ນິສຖານ ທີ່​ໄດ້​ອອກ​ບຳນານ​ໄປແລ້ວ ທ່ານ David Petraeus ກ່າວຕໍ່ບັນດານັກຂ່າວ.

ອະດີດຜູ້ອຳນວຍການ ​ອົງການສືບ​ລັບ CIA ​ແລະ​ຜູ້​ບັນຊາ​ການ​ກຳລັງ​ສະຫະລັດໃນ​ອັຟ ກາ​ນິສຖານທີ່​ໄດ້​ອອກ​ບຳນານ​ແລ້ວ ທ່ານ David Petraeus ​ກ່າວ​ຕໍ່ວີ​ໂອ​ເອວ່າ ທ່ານ​ບໍ່​ ຮູ້​ວ່າ​ບົດບາດ​ໃດ ຖ້າ​ຫາກ​ມີ ທີ່​ທ່ານ​ອາດ​ຈະ​ໄດ້​ຮັບຢູ່​ໃນ​ລັດຖະບານ​ຂອງ​ປະທານາທິບໍດີ​ ຄົນ​ໃໝ່ ທ່ານ Donald Trump ​ເຖິງ​ແມ່ນໄດ້​ຖືກ​ພິຈາລະນາ​ໃຫ້​ເປັນລັດຖະມົນຕີ​ກະຊວງ​ຕ່າງປະ​ເທດ.

ທ່ານ Petraeus ກ່າວ​ຕໍ່​ວີ​ໂອ​ເອ​ໃນອາທິດ​ນີ້​ວ່າ ທ່ານ​ໄດ້ມີ​ການ “​ໂອ້​ລົມສົນ ທະນາ​ທີ່​ດີ” ກັບ​ປະທານາທິບໍດີ​ທີ່​ຖືກ​ເລືອກ​ໃໝ່ ກ່ອນ​ທີ່​ທ່ານ Trump ​ໄດ້​ປະ ກາດເລືອກເອົາ​ທ່ານ Rex Tilerson ​ເປັນ​ຜູ້ຫົວໜ້ານັກ​ການ​ທູດ​ສູງ​ສຸດ​ຂອງ​ປະ​ເທດ.

ທ່ານ Petraeus ກ່າວ​ວ່າ ທ່ານ ​ແລະ​ທ່ານ Trump ​ໄດ້​ສົນທະນາ​ກ່ຽວ​ກັບ​ບັນຫາ​ຕ່າງໆທີ່​ທ່ານ Trump ​ໄດ້​ຍົກ​ຂຶ້ນ​ມາ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງ ​ແລະ​ນະ​ໂຍບາຍ​ຕ່າງໆ​ທີ່​ຈະ​ສ້າງ​ຂຶ້ນມາ ​ເພື່ອຮັບ​ມື​ກັບ​ບັນຫາ​ເຫລົ່າ​ນີ້. ທ່ານ​ກ່າວ​ວ່າ ການ​ໂອ້​ລົມ​ສົນທະນາໄດ້ເປັນໄປ​ໃນ​ທາງ “ສ້າງ​ສັນ” ດີ ​ແລະ​ກະ​ຕຸ້ນ​ໃຈ.”

ທ່ານ Petreaus ຍັງ​ໄດ້​ສັນລະ​ເສີນ​ການ​ເລືອກ​ຂອງ​ທ່ານ Trump ​ເອົາທ່ານ Tillerson ເປັນ​ລັດຖະມົນຕີ​ຕ່າງປະ​ເທດ ​ໂດຍ​ກ່າວ​ວ່າ ທ່ານ​ຈະ​ນຳ​ເອົາ​ບາງ​ສິ່ງ​ບາງ​ຢ່າງທີ່ “​ສຳຄັນ ຫຼາຍ” ມາສູ່​ຕຳ​ແໜ່​ງດັ່ງກ່າວ.

ທ່ານ Petraeus ​ໄດ້​ໃຫ້​ຂໍ້​ສັ​ງ​ເກດ​ວ່າ​ໃນ​ໄລຍະສີ່​ປີ ທີ່​ທ່ານ​ໄດ້ອອກ​ຈາກ​ໜ້າ​ທີ່ ຢູ່​ອົງການ ສືບ​ລັບຊີ​ໄອ​ເອ ທ່ານ​ຍັງ​ສືບ​ຕໍ່​ຕິດ​ຕໍ່​ກັບ​ບັນ​ດາ​ສະມາຊິກ​ລັດຖະສະພາ ​ແລະ​ສະ​ມາ​ຊິກ​ຂອງກອງທັບ. ທ່ານ​ກ່າວ​ວ່າ ທ່ານ​ຫວັງ​ວ່າ ຄວາມ​ສຳພັນເຫລົ່າ​ນີ້ຈະ​ດຳ​ເນີນ​ຕໍ່​ໄປ​ແລະ​ເພີ້​ມຂຶ້ນ “ພວກ​ເຮົາ​ຕ້ອງ​ລໍຖ້າ​ເບິ່ງວ່າຈະ​ມີ​ຫຍັງ​ປ່ຽນ​ແປງ​ໃນ​ກໍລະນີທີ່ວ່່າ​ມີ​ຫຍັງ​ຈະ​ເກີດ​ຂຶ້ນ​ຫລາຍໄປກວ່າ​ນັ້ນ.”

ທ່ານ Patraeus ທີ່​ຖືກສຳພາດ​ໂດຍພະ​ແນ​ກພາສາ​ເຄີ​ດຂອງ​ວີ​ໂອ​ເອຢູ່​ນະຄອນ​ນິວຢອກ ກ່າວ​ວ່າ ທ່ານ​ຄິດ​ວ່າ ​ຕ້ອງ​ມີ “ການປຸກລະດົມທີ່ກວ້າງຂວາງເພື່ອ​ຮັບ ມື​ກັບ​ພວກ​ກໍ່​ການ​ຮ້າຍ​ລັດ​ອິສລາມ​ຢູ່ພາກ​ຕາ​ເວັນ​ອອກ​ກາງ. ທ່ານ​ກ່າວ​ວ່າ ຄວາມ​ພະ​ຍາມ​ທີ່​ຈະ​ລົບ​ລ້າງ​ການ​ກໍ່​ການ​ຮ້າຍຕ້ອງໄດ້​ດຳ​ເນີນ​ໄປໝົດຊົ່ວ​ເຊັ່ນ​ຄົນ ​ເພື່ອວ່າ​ການ​ນຳພາ​ໂຕ​ຈິງ ພ້ອມ​ດ້ວຍແນວ​ຄິດແລະ​ຄວາມ​ເຫັນ​ທີ່​ກຸ່ມ​ກໍ່​ການ​ຮ້າຍໄດ້​ສ້າງ​ຂຶ້ນ​ມາ​ນັ້ນ ​ຖືກ​ລົບລ້າງ ນັ້ນຄື​ຄວາມ​ເວົ້າ​ຂອງ​ທ່ານ ທີ່​ກ່າ​ວວ່າ “ຈາກ​ລັດ​ອິສລາມ​ທີ່​ເໝືອນຈິງ ​ແລະ ​ລັດ​ອິສລາມ​ຕົວ​ຈິງ. ​

ທ່ານ Petreaus ກ່າວ​ວ່າ ກະ​ແຈ​ໄປ​ສູ່​ຜົນ​ສຳ​ເລັດຂອງ​ລັດຖະບານ ຢູ່​ໃນ​ເມືອງ Monsul ທາ​ງພາກ​ເໜືອ​ຂອງ​ອີຣັກ ແມ່ນ​ເປັນລັດຖະບານ​ແຂວງ ທີ່​ຕາງໜ້າໃຫ້ ​ແກ່​ພວກ​ຄົນ​ກຸ່ມ​ໃຫຍ່ ແຕ່​ກໍ​ຕ້ອງ​ປົກປ້ອງສິດທິ​ ຂອງ​ບັນດາຊົນ​ກຸ່ມນ້ອຍ​ຕ່າງໆ. ທ່ານ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ຂົງ​ເຂດ​ດັ່ງກ່າວມີຄວາມ​ຫລາກ​ຫຼາຍທີ່​ສຸດທາງຊົນ​ເຜົ່າ ການ​ເມືອງ ​ແລະ​ສາສະໜາທີ່​ເຮັດ​ໃຫ້ເປັນ​ການຍາກ ​ໂດຍ​ສະ​ເພາະ​ຕໍ່​ການ​ຮັກສາ​ສັນຕິພາບ. ​

David Petraeus Discusses Trump, Foreign Policy Issues with VOA
please wait

No media source currently available

0:00 0:40:26 0:00

​ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG