ບັນດາເຈົ້າໜ້າທີ່ກວດກາຄົນເຂົ້າເມືອງ ສະຫະລັດ ໄດ້ຄວບຄຸມຕົວຄອບຄົວ ອັຟກາ
ນິສຖານ ຄອບຄົວໜຶ່ງ ທີ່ໄດ້ເດີນທາງມາຮອດນະຄອນ Los Angeles ເພື່ອຕໍ່ຖ້ຽວ
ບິນໄປນະຄອນ Seattle, ບ່ອນທີ່ພວກເຂົາເຈົ້າໄດ້ວາງແຜນໄວ້ວ່າ ຈະໄປຕັ້ງຖິ່ນຖານ
ຢູ່.
ຄຳຮ້ອງ ທີ່ໄດ້ຂຽນຂຶ້ນ ໂດຍໂຄງການຊ່ວຍເຫຼືອອົບພະຍົບສາກົນ ຕາງໜ້າໃຫ້ພໍ່, ແມ່, ແລະ ລູກ 3 ຄົນອາຍຸ 7, 6 ແລະ 8 ເດືອນ ແມ່ນກຳລັງຂໍໃຫ້ສານລັດຖະບານກາງ ປ່ອຍຕົວຄອບຄົວດັ່ງກ່າວ.
ຄຳຮ້ອງດັ່ງກ່າວໄດ້ໂຕ້ແຍ້ງວ່າ ຜູ້ເປັນພໍ່ໄດ້ເຮັດວຽກໃຫ້ລັດຖະບານ ສະຫະລັດ ໃນ ອັຟການິສຖານ ແລະ ສາມາດທີ່ຈະໄດ້ຮັບວີຊາຄົນເຂົ້າເມືອງພິເສດ ພ້ອມກັບຄອບ
ຄົວຂອງລາວ ຫຼັງຈາກໄດ້ຮັບການກວດສອບຢ່າງລະມັດລະວັງ. ນອກຈາກການຖືກ
ຄວບຄຸມຕົວແລ້ວ, ເຈົ້າໜ້າທີ່ປ້ອງກັນເຂດຊາຍແດນ ແລະ ພາສີ ສະຫະລັດ ຍັງໄດ້
ປ້ອງກັນບໍ່ໃຫ້ທະນາຍຄວາມໄດ້ເວົ້າລົມກັບຄອບຄົວດັ່ງກ່າວ, ອີງຕາມການກ່າວໃນ
ຄຳຮ້ອງທຸກນັ້ນ.
ຄຳຮ້ອງທຸກນັ້ນ ໄດ້ກ່າວວ່າ “ການຫັກຫຼັງຕໍ່ຄອບຄົວນີ້ ໂດຍລັດຖະບານ ສະຫະລັດ ເປັນຄວາມບໍ່ຍຸດຕິທຳຢ່າງຮ້າຍແຮງ.”
ຊື່ຂອງຜູ້ຖືກຄວບຄຸມຕົວແມ່ນບໍ່ໄດ້ຖືກເປີດເຜີຍ ຍ້ອນ ບັນດາໄອຍະການບໍ່ໄດ້ຮັບອະ
ນຸມັດໃຫ້ເປີດເຜີຍ ແລະ ຍ້ອນວ່າ ມັນອາດເຮັດໃຫ້ຄອບຄົວດັ່ງກ່າວຕົກຢູ່ໃນອັນຕະ
ລາຍ.
ຄຳຮ້ອງນັ້ນກ່າວວ່າ ຄອບຄົວທີ່ວ່ານັ້ນໄດ້ເດີນທາງຮອດ ສະຫະລັດ ໃນວັນພະຫັດທີ່
ຜ່ານມາ ແລະ ຖືກຄວບຄຸມຕົວໄວ້ເກືອບໃນທັນທີທັນໃດໂດຍເຈົ້າໜ້າທີ່ປ້ອງກັນເຂດ
ຊາຍແດນ ແລະ ພາສີ ສະຫະລັດ ຢູ່ສະໜາມບິນນານາຊາດ Los Angeles.
ຜູ້ເປັນແມ່ໄດ້ຖືກຄວບຄຸມຕົວໄວ້ຢູ່ໃນໂຕເມືອງນະຄອນ Los Angeles ກັບລູກຂອງ
ລາວ, ໃນຂະນະທີ່ຜູ້ເປັນພໍ່ໄດ້ຖືກກັກຂັງໄວ້ຢູ່ສະຖານທີ່ກັກຂັງທີ່ມີການຮັກສາຄວາມ
ປອດໄພຢ່າງເຂັ້ມງວດ ໃນເມືອງ Orange, ລັດ California.