ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີການຮ່າງ ຄຳຮ້ອງຮຽນຕໍ່ສານໃນ ເມັກຊິໂກ ວ່າ ຈະດຳເນີນຄະດີ ຕໍ່ອະດີດປະທານາທິບໍດີ ກ່ຽວກັບ ການສໍ້ລາດບັງຫຼວງຫຼືບໍ່


ແມ່ຍິງຄົນນຶ່ງໃສ່ໜ້າກາກ ດ້ວຍຂໍ້ຄວາມທີ່ຂຽນເປັນພາສາ ສເປນວ່າ "AMLO, leave already," ໃນລະຫວ່າງການປະທ້ວງຮຽກຮ້ອງໃຫ້ປະທານາທິບໍດີ ເມັກຊິໂກ ທ່ານ ແອນເດຣັສ ມານູແອລ ໂອບຣາດໍ ລາອອກຈາກຕຳແໜ່ງ.
ແມ່ຍິງຄົນນຶ່ງໃສ່ໜ້າກາກ ດ້ວຍຂໍ້ຄວາມທີ່ຂຽນເປັນພາສາ ສເປນວ່າ "AMLO, leave already," ໃນລະຫວ່າງການປະທ້ວງຮຽກຮ້ອງໃຫ້ປະທານາທິບໍດີ ເມັກຊິໂກ ທ່ານ ແອນເດຣັສ ມານູແອລ ໂອບຣາດໍ ລາອອກຈາກຕຳແໜ່ງ.

ຄຳຮ້ອງຮຽນຕໍ່ສານແມ່ນກຳລັງຖືກເຮັດຂຶ້ນໃນປະເທດ ເມັກຊິໂກ ເພື່ອຕັດສິນວ່າການລົງປະຊາມະຕິຈະຖືກຈັດຂຶ້ນ ກ່ຽວກັບວ່າ ອະດີດປະທານາທິບໍດີຈະຖືກດຳເນີນຄະດີສຳລັບການກ່າວຫາສໍ້ລາດບັງຫຼວງຫຼືບໍ່.

ໃນລະຫວ່າງກອງປະຊຸມຖະແຫຼງຂ່າວໃນວັນຈັນວານນີ້, ປະທານາທິບໍດີ ແອນເດຣັສ ມານູແອລ ໂລເປສ ໂອບຣາດໍ, ຜູ້ທີ່ໄດ້ກ່າວຫາລັດຖະບານກ່ອນໜ້າທ່ານ ກ່ຽວກັບ ການສໍ້ລາດບັງຫຼວງນັ້ນ, ໄດ້ກ່າວວ່າ ການລົງປະຊາມະຕິສາມາດຖືກຈັດຂຶ້ນໃນເວລາດຽວກັນກັບການເລືອກຕັ້ງລັດຖະສະ ພາກາງສະໄໝໃນເດືອນມິຖຸນາປີໜ້າ.

ທ່ານ ໂລເປສ ໂອບຣາດໍ ໄດ້ກ່າວວ່າ ມັນບໍ່ໄດ້ແມ່ນສິ່ງນ້ອຍໆເທົ່ານັ້ນ ທີ່ຈະເອົາອະດີດປະທານາ ທິບໍດີມາດຳເນີນຄະດີ, ໂດຍອະທິບາຍມັນດັ່ງກັບບັນຫາໃນປະຫວັດສາດແທນ.

ບັນດານັກວິຈານໄດ້ກ່າວຫາທ່ານ ໂລເປສ ໂອບຣາດໍ ກ່ຽວກັບ ການໃຊ້ການກ່າວຫາສໍ້ລາດບັງ ຫຼວງຕໍ່ອະດີດປະທານາທິບໍດີ ເອັນຣິເກ ເປຍາ ນີເອໂຕ ແລະ ທ່ານ ເຟລິບເປ ຄາລເດຣອນ ເພື່ອຫັນປ່ຽນຄວາມສົນໃຈຈາກການພະຍາຍາມ ທີ່ຈະຫຼຸດຜ່ອນອາຊະຍາກຳຄວາມຮຸນແຮງ ແລະ ການລະບາດຂອງໄວຣັສ ໂຄໂຣນາສາຍພັນໃໝ່ໃນທາງທີ່ຜິດຂອງລັດຖະບານຂອງທ່ານ.

ທ່ານ ເອມີລີໂອ ໂລໂຊຢາ, ອະດີດຜູ້ບໍລິຫານໃຫຍ່ຂອງບໍລິສັດ Pemex Oil ຂອງລັດຖະບານ, ໄດ້ກ່າວຫາອະດີດປະທານາທິບໍດີ ເຟລິເປ ຄາລເດຣອນ ກັບ ທ່ານ ເອັນຣິເກ ເປຍາ ນີເອໂຕ ກ່ຽວກັບ ການມີສາຍພົວພັນກັບຂ່າວນອງນັນ ຮັບສິນບົນ.

ທ່ານ ຄາລເດຣອນ ໄດ້ປະຕິເສດການກ່າວຫາດັ່ງກ່າວ ແລະ ທ່ານ ເປຍາ ນີເອໂຕ ແມ່ນບໍ່ໄດ້ອອກມາກ່າວຕໍ່ສາທາລະນະ ກ່ຽວກັບ ການກ່າວຫາທີ່ວ່ານັ້ນ.

ໃນເວລາດຽວກັນ, ທ່ານ ໂລໂຊຢາ ແມ່ນກຳລັງລໍຖ້າການດຳເນີນຄະດີ ກ່ຽວກັບ ຂໍ້ກ່າວຫາການຮັບສິນບົນ ແລະ ຟອກເງິນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG