ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ. ບູ​ຕີ​ເຈ​ຈ ແລະ ທ. ແຊນ​ເດີ​ສ໌ ເປັນ​ຜູ້​ໄດ້​ຮັບ​ຄະ​ແນນ​ສູງ​ສຸດ ​ໃນການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຂອງ ​ພັກ​ເດ​ໂມ​ແຄ​ຣັດ ໃນ​ລັດ​ໄອ​ໂອ​ວາ


ທ່ານ ພີດ ບູຕີເຈຈ, ອະດີດເຈົ້າເມືອງຊ້າວເບັນຈາກລັດອິນເດຍນາ ໂອ້ລົມກັບຜູ້ຄົນ ທີ່ສະໜັບທ່ານ ຢູ່ບ່ອນໂຄສະນາຫາສຽງ Merrimack American Legion, ລັດ ນິວແຮມເຊີ ໃນວັນທີ 6 ກຸມພາ, 2020
ທ່ານ ພີດ ບູຕີເຈຈ, ອະດີດເຈົ້າເມືອງຊ້າວເບັນຈາກລັດອິນເດຍນາ ໂອ້ລົມກັບຜູ້ຄົນ ທີ່ສະໜັບທ່ານ ຢູ່ບ່ອນໂຄສະນາຫາສຽງ Merrimack American Legion, ລັດ ນິວແຮມເຊີ ໃນວັນທີ 6 ກຸມພາ, 2020

ຜົນການ​ນັບຄະ​ແນນຈາກ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຂອງ​ພັກ​ເດ​ໂມ​ແຄ​ຣັດໃນ​ລັດ​ໄອ​ໂອ​ວາ​ ທີ່​ມີ​ຄວາມ​ສັບ​ສົນ​ນັ້ນ ໄດ້​ຖືກ​ເປີດ​ເຜີຍ​ອອກ​ມາ​ ໃນ​ວັນ​ພະ​ຫັດ​ວານນີ້.

​ຜູ້​ຊະ​ນະ​ສອງ​ທ່ານແມ່ນ​ໄດ້​ຮັບ​ຄະ​ແນນ​ສຽງ ໃນ​ການໃຫ້​ເປັນ​ຕົວ​ແທນ​ຂອງພັກ ເກືອບ​ເທົ່າໆ​ກັນ ພາຍ​ຫລັງ​ທີ່​ມີ​ກອງ​ປະ​ຊຸມ​ເລືອກ​ຕັ້ງຂັ້ນຕົ້ນໃນ​ວັນ​ຈັນ​ຜ່ານ​ມາ ແລ້ວ.

ທ່ານ ພີດ ບູ​ຕີ​ເຈ​ຈ, ອະ​ດີດ​ເຈົ້າ​ເມືອງຊ້າວເບັນ, ລັດອິນ​ເດຍ​ນາ, ໄດ້​ຊະ​ນະ​ໂດຍໄດ້​ຮັບ​ຄະ​ແນນ​ສຽງໃນ​ການເປັນ​ຕົວ​ແທນຈາກກອງ​ປະ​ຊຸມ​ໃຫຍ່ຂອງພັກເດ​ໂມ​ແຄ​ຣັດ​ປະ​ຈຳ​ລັດ​ດັ່ງ​ກ່າວ 26.2 ເປີ​ເຊັນ ຊຶ່ງ​ໄດ້​ຮັບ​ 2 ຄະ​ແນນສຽງລື່ນສະ​ມາ​ຊິກ​ສະ​ພາ​ສູງເບີ​ນີ ແຊນ​ເດີ​ສ໌ ​ທີ່​ໄດ້​ຮັບ 26.1 ເປີ​ເຊັນຂອງ​ຈຳ​ນວນ​ຄະ​ແນນ​ທັງ​ໝົດນັ້ນ.

​ກອງ​ປະ​ຊຸມ​ໃຫຍ່ໃນ​ລັດດັ່ງ​ກ່າວ​ຈະ​ຕັດ​ສິນວ່າ ຜູ້​ສະ​ໝັກ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ແຕ່​ລະ​ຄົນຈະ​ໄດ້​ຮັບ​ຄະ​ແນນ​ສຽງ​ຈາກ​ຕົວ​ແທນຂອງພັກໃນລັດ​ໄອ​ໂອ​ວາທີ່​ມີ ​41 ຄະ​ແນນ​ນັ້ນ ຫລາຍ​ປານ​ໃດ​ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກເດ​ໂມ​ແຄ​ຣັດແຫ່ງ​ຊາດ.

ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດຂອງ​ພັກເດ​ໂມ​ແຄ​ຣັດ, ທ່ານ ທອມ ເພ​ເຣສ໌ (Tom Perez) ​ຮຽກ​ຮ້ອງ​ໃຫ້​ມີ “ການກວດ​ສອບ​ຄືນ​ໃໝ່” ໃນ​ຕອນ​ເຊົ້າ​ວັນ​ພະ​ຫັດ​ວານນີ້ ພາຍ​ຫລັງ​ທີ່ບັນ​ຫາ​ຕິດ​ຂັດ​ທາງ​ເທັກ​ນິກ​ໄດ້​ທຳ​ລາຍ​ແຜນ​ການ​ເຮັດ​ໃຫ້​ມີ​ການ​ນັບ​ຄະ​ແນນ​ສຽງ​ແບບ​ແມ້ນ​ຢຳ ແລະ​ທັນ​ເວ​ລານັ້ນ. (ການກວດ​ສອບ​ຄືນ​ໃໝ່ຈະ​ໝາຍ​ຄວາມ​ວ່າ ໃຫ້​ກວດ​ບົດບັນ​ທຶກຄະ​ແນນ​ຢູ່​ໃນ​ແຕ່​ລະ​ຈຸດ​ທີ່​ມີ​ກອງ​ປະ​ຊຸມ​ລົງ​ຄະ​ແນນ​ສຽງ​ນັ້ນ​ຄືນ​ອີກ.)

ແຕ່​ວ່າ ທ່ານ ທ​ຣອຍ ພ​ຣາຍ​ສ໌ (Troy Price) ປະ​ທານ​ພັກເດ​ໂມ​ແຄຣັດ ໃນ ລັດ​ໄອ​ໂອ​ວາເວົ້າ​ວ່າ ການ​ນັບ​ຄະ​ແນນ​ຄືນໂດຍ​ທັງ​ໝົດຈະ​ເກີດ​ຂຶ້ນໄດ້​ກໍ​ຕໍ່​ເມື່ອ​ມີ​ຄຳ​ຮ້ອງ​ຂໍ ​ຈາກ​ຜູ້​ສະ​ໝັກ​ເລືອກ​ຕັ້ງ​ຄົນ​ໃດ​ຄົນນຶ່ງ​ເທົ່າ​ນັ້ນ ຊຶ່ງ​ເປັນ​ສະ​ພາບ​ການ​ທີ່ຂ້ອນ​ຂ້າງວ່າ​ຈະ​ບໍ່​ເກີດ​ຂຶ້ນເລີຍໃນ​ເວ​ລານີ້.

"ພວກ​ເຮົາ​ເຮັດ​ພໍ​ແລ້ວ​ຢູ່​ໃນ​ລັດ​ໄອ​ໂອ​ວາ" ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານແຊນ​ເດີ​ສ໌ ໃນ​ວັນ​ພະ​ຫັດ​ວານນີ້​ຢູ່​ຫ້ອງ​ປະ​ຊຸມ​ຂອງ​ອົງ​ການ​ຂ່າວ CNN. ທ່ານ​ກ່າ​ວອີ​ກ​ວ່າ "ຂ້າ​ພະ​ເຈົ້າ​ຄິດ​ວ່າ ພວກ​ເຮົາ​ຄວນ​ຈະ​ກ້າວ​ໄປ​ຫາ​ລັດນີວ​ແຮ​ມ​ເຊີ" ຊຶ່ງ​ເປັນບ່ອນ​ສຳ​ລັບການ​ໂຄ​ສະ​ນາ​ຫາ​ສຽງໃນ​ຂັ້ນ​ຕໍ່​ໄປ​ຂອງພັກເດ​ໂມ​ແຄຣັດນັ້ນໄດ້​ແລ້ວ.

ທ່ານບູ​ຕີ​ເຈ​ຈເວົ້າ​ວ່າ ທ່ານຈະ "ປ່ອຍໃຫ້​ພັກ" ເປັນ​ຜູ້​ຕັດ​ສິນ​ວ່າຄວນ​ຈະ​ໃຫ້​ມີ​ການ​ນັບ​ຄະ​ແນນ​ສຽງ​ຄືນໃໝ່​ຫລືບໍ່.

ສະ​ມາ​ຊິກ​ສະ​ພາ​ສູງ​ເອ​ລິ​ຊາ​ເບັດ ວໍ​ເຣັນ ທີ່​ຢູ່​ໃນ​ອັນ​ດັບ​ທີ​ສາມຈາກ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ນັ້ນ ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ເພັ່ງ​ເລັງ​ໃສ່​ການ​ກ້າວ​ໄປ​ຂ້າງ​ໜ້າ.”

ທ່ານໂຈ ໄບ​ເດັນ, ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີເວົ້າ​ວ່າການ​ໄດ້ຢູ່ໃນ​ອັນ​ດັບ​ທີ​ສີ່ ເປັນ​ການ “ຖືກ​ຕ່ອຍ​ຢ່າງ​ໜັກ” ສຳ​ລັບ​ຄະ​ນະໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ ແຕ່​ກໍ​ກ່າວ​ເພີ້ມ​ວ່າ ທ່ານ “​ຈະ​ບໍ່​ໄປ​ໃສ”. ທ່ານ​ມີ​ຄະ​ແນນ​ນຳ​ໜ້າ​ໝູ່​ຢູ່​ໃນ​ການ​ຢັ່ງ​ຫາງ​ສຽງ​ຕ່າງໆ ແມ່ນ​ແຕ່​ກ່ອນ​ໜ້າ​ທີ່ທ່ານປະ​ກາດ​ວ່າ​ ຈະ​ລົງ​ສະ​ໝັກ​ເລືອກ​ຕັ້ງ​ອີກ​ດ້ວຍ.

​ສະ​ມາ​ຊິກ​ສະ​ພາ​ສູງ ເອ​ມີ ໂຄ​ລ​ບູ​ຈາ ແມ່ນ​ຕາມຫຼັງ​ທ່ານໄບ​ເດັນໂດຍ​ຢູ່​ທີ່​ອັນ​ດັບ​ທີຫ້າ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG