ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສອງຄົນ ເສຍຊີວິດ ຢູ່ເປຣູ ຍ້ອນຂັດຂວາງ ການອັດຕະຫລາດ


ແຜນທີ່ປະເທດເປຣູ ທີ່ມີຄົນເສຍຊີວິດ ຍ້ອນການປະທະກັນ ກັບຕໍາຫລວດ ທີ່ພະຍາຍາມຈະອັດ ຕະຫລາດແຄມທາງແຫ່ງນຶ່ງ.
ແຜນທີ່ປະເທດເປຣູ ທີ່ມີຄົນເສຍຊີວິດ ຍ້ອນການປະທະກັນ ກັບຕໍາຫລວດ ທີ່ພະຍາຍາມຈະອັດ ຕະຫລາດແຄມທາງແຫ່ງນຶ່ງ.
ພວກເຈົ້າໜ້າທີ່ເປຣູເວົ້າວ່າ ມີອີກສອງຄົນເສຍຊີວິດ ແລະ 20
ປາຍຄົນໄດ້ຮັບບາດເຈັບ ໃນຂະນະທີ່ຕໍາຫລວດ ທີ່ພະຍາຍາມ
ອັດຕະຫລາດ ຢູ່ແຄມຖະໜົນສາຍນຶ່ງຢູ່ໃນນະຄອນຫລວງ Lima
ລົງ ໄດ້ປະທະກັບພວກເດີນຂະບວນປະທ້ວງ.

ການປະເຊີນໜ້າກັນໃນວັນເສົາວານນີ້ ໄດ້ເຮັດໃຫ້ມີຄົນເສຍຊີ
ວິດ 4 ຄົນແລ້ວ ນັບຕັ້ງແຕ່ມີການເດີນຂະບວນປະທ້ວງ ໃນວັນ
ພະຫັດອາທິດແລ້ວນີ້ ເປັນຕົ້ນມາ.

ຕໍາຫລວດໄດ້ຍິງລູກປືນຢາງ ແລະລະເບີດນໍ້າຕາ ໃສ່ພວກເດີນ
ຂະບວນປະທ້ວງ ໃນວັນເສົາວານນີ້ ໃນຂະນະທີ່ພວກເຂົາເຈົ້າ
ພະຍາຍາມຈະຂັບໄລ່ພວກພໍ່ຄ້າຊາວຂາຍອອກຈາກຕະຫລາດ
ຂາຍສົ່ງ ທີ່ມີຊື່ສຽງວ່າຂາຍເຄື່ອງທີ່ລັກມາແລະສິນຄ້າເຖື່ອນນໍາ.
ພວກເຈົ້າໜ້າ ທີ່ໃນນະຄອນຫລວງ Lima ໄດ້ກ່າວຫາພວກພໍ່ຄ້າ
ບາງຄົນວ່າ ຈ້າງພວກອັນຕະພານ ໃຫ້ຕໍ່ສູ້ກັບຕໍາຫລວດ.

ເຈົ້າຄອງກໍາແພງນະຄອນຫລວງ Lima ທ່ານ Susana Villaran ຢາກໃຫ້ພວກຂາຍ ເຄື່ອງຢູ່ທີ່ນັ້ນ ຍ້າຍໄປຢູ່ບ່ອນໃໝ່ທີ່ລັດຖະບານໄດ້ສ້າງໃຫ້ ຢູ່ໃກ້ບ່ອນເກົ່ານັ້ນ ແຕ່ວ່າຄໍາ ສະເໜີດັ່ງກ່າວ ໄດ້ຖືກຄັດຄ້ານຢູ່ຕະຫລອດມາ.
XS
SM
MD
LG