ບັນດາຜູ້ມີສິດປ່ອນບັດໃນປະເທດ ເປຣູ ແມ່ນກຳລັງເລືອກເອົາປະທານາທິບໍດີຄົນໃໝ່ໃນ ວັນອາທິດມື້ນີ້.
ໃນການຢັ່ງຫາງສຽງຂອງມະຫາຊົນຄັ້ງຫຼ້າສຸດໄດ້ສະແດງໃຫ້ເຫັນວ່າ ບັນດາຜູ້ລົງສະໝັກ ແຂ່ງຂັນ ທ່ານນາງ Keiko Fujimori ແລະ ທ່ານ Pedro Kuczynski ໄດ້ມີຄະແນນ ເກືອບສະເໝີກັນໃນການເລືອກຕັ້ງຂັ້ນຊີ້ຂາດ.
ທ່ານນາງ Fujimori ອາຍຸ 41 ປີ ແມ່ນລູກສາວຂອງອະດີດປະທານາທິບໍດີ ຜູ້ທີ່ໄດ້ຖືກປົດອອກຈາກຕຳແໜ່ງ ທ່ານ Alberto Fujimori. ເຊິ່ງເວລານີ້ທ່ານກຳລັງຖືກຂັງຄຸກດົນ ເຖິງ 25 ປີໃນການລະເມີດສິດທິມະນຸດ ແລະ ການສໍ້ລາດບັງຫຼວງ ໃນລະຫວ່າງ ການດຳ ລົງຕຳແໜ່ງຂອງທ່ານ.
ຜູ້ລົງແຂ່ງຂັນ ທ່ານ Kuczynski ແມ່ນອະດີດນັກເສດຖະສາດຂອງທະນາຄານໂລກ. ຕອນນີ້ທ່ານມີອາຍຸ 77 ປີ.
ຜູ້ລົງແຂ່ງຂັນທັງສອງທ່ານແມ່ນນັກອະນຸລັກນິຍົມທີ່ມີແນວທາງອຽງຂວາ. ທ່ານ Kuczynski ໄດ້ສະໜັບສະໜູນທ່ານນາງ Fujimori ເມື່ອທ່ານນາງ ໄດ້ຫາສຽງເພື່ອເປັນ ປະທານາທິບໍດີໃນການເລືອກຕັ້ງປີ 2011 ແຂ່ງກັບທ່ານ Ollanta Humala ທີ່ພວມພົ້ນ ຈາກຕຳແໜ່ງປະ ທານາທິບໍດີນັ້ນ.
ທ່ານນາງ Fujimori ໄດ້ມີຄະແນນນຳໜ້າໃນການຢັ່ງຫາງສຽງມະຫາ ຊົນຈົນຮອດປະຈຸ ບັນນີ້, ແຕ່ວ່າຂ່າວການກະທຳຜິດກ່ຽວກັບ ການກ່າວຫາຟອກເງິນຕໍ່ຜູ້ຊ່ວຍທີ່ສຳຄັນຄົນ ໜຶ່ງຂອງທ່ານນາງນັ້ນໄດ້ສ້າງຄວາມເສຍຫາຍໃຫ້ກັບທ່ານນາງ, ເຮັດໃຫ້ປ່ຽນການແຂ່ງ ຂັນກາຍມາເປັນການຊ້ຳຄືນການທ້າຊິງເອົາຕຳແໜ່ງຂອງທ່ານນາງ Fujimori ໃນປີ 2011 ເມື່ອທ່ານນາງໄດ້ເສຍໄຊຢ່າງຫວຸດຫວິດໃຫ້ກັບທ່ານ Humala.
ພ້ອມກັນນັ້ນ, ປະຊາຊົນຊາວ ເປຣູ ກໍໄດ້ປະຕິຍານຕົນວ່າຈະບໍ່ມີວັນລົງຄະແນນສຽງໃຫ້ ກັບຜູ້ໃດກໍຕາມທີ່ພົວພັນກັບພໍ່ຂອງທ່ານນາງ. ທ່ານນາງໄດ້ພະຍາຍາມທີ່ຈະແຍກຕົນເອງ ອອກຈາກການປົກຄອງ ເປຣູ ແບບຜະເດັດການຂອງພໍ່ນາງ ແຕ່ປີ 1999 ຫາ 2000.
ຖ້າທ່ານນາງ Fujimori ໄດ້ຮັບໄຊຊະນະ ໃນການແຂ່ງຂັນຂັ້ນຊີ້ຂາດວັນອາທິດມື້ນີ້, ທ່ານນາງກໍຈະກາຍເປັນປະທານາທິບໍດີແມ່ຍິງຄົນທຳອິດຂອງປະເທດ ເປຣູ.