ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະດີດ ນັກເສດຖະສາດ ພວມແຊງໜ້າ ຄູ່ແຂ່ງ ໃນການເລືອກຕັ້ງ ປະທານາທິບໍດີ ຂອງເປຣູ


ຜູ້ສະໝັກແຂ່ງຂັນເປັນປາທານາທິບໍດີ ຂອງເປຣູ ທ່ານ Pedro Pablo Kuczynski, ຕິດຕາມໄປດ້ວຍ ຄູ່ສະໝັກແຂ່ງຂັນ
ນຳກັນ ທ່ານ Martin Vizcarra (ຊ້າຍ) ແລະ ທ່ານ Mercedes Araoz, ພວມໂອ້ລົມກັບພວກສະໜັບສະໜູນຕົນ ໃນນະຄອນຫຼວງ Lima ຂອງ ເປຣູ, ວັນທີ 5 ມິຖຸນາ 2016.
ຜູ້ສະໝັກແຂ່ງຂັນເປັນປາທານາທິບໍດີ ຂອງເປຣູ ທ່ານ Pedro Pablo Kuczynski, ຕິດຕາມໄປດ້ວຍ ຄູ່ສະໝັກແຂ່ງຂັນ ນຳກັນ ທ່ານ Martin Vizcarra (ຊ້າຍ) ແລະ ທ່ານ Mercedes Araoz, ພວມໂອ້ລົມກັບພວກສະໜັບສະໜູນຕົນ ໃນນະຄອນຫຼວງ Lima ຂອງ ເປຣູ, ວັນທີ 5 ມິຖຸນາ 2016.

ອະດີດນັກເສດຖະສາດຂອງທະນາຄານໂລກ ອາຍຸ 77 ປີ ໄດ້ມີຄະແນນນຳໜ້າ ໜ້ອຍນຶ່ງ ລື່ນ ລູກສາວ ຂອງອະດີດປະທານາທິບໍດີ Alberto Fujimori ຜູ້ທີ່ຊື່ສຽງເຊື່ມເສຍ ໃນ ການແຂ່ງຂັນເລືອກຕັ້ງ ປະທານາທິບໍດີ ຂັ້ນຊີ້ຂາດ ຂອງປະເທດເປຣູ.

ໂດຍມີຄະແນນສຽງທີ່ຍັງເຫຼືອຢູ່ໜ້ອຍກວ່າ ເຄິ່ງນຶ່ງ ໃນຕອນເຊົ້າວັນຈັນມື້ນີ້ ທ່ານ Pedro Kuczynski ໄດ້ຮັບຄະແນນສຽງ 50.6 ເປີເຊັນ ເມື່ອທຽບໃສ່ກັບ ຄະແນນສຽງ 49.4 ເປີເຊັນ ຂອງທ່ານນາງ Keiko Fujimori.

ທ່ານ Kuczynski ກ່າວວ່າ “ພວກເຮົາ ຈະມີລັດຖະບານ ທີ່ສ້າງຕັ້ງຂຶ້ນມາ ດ້ວຍຄວາມ ສອດຄ້ອງກັນ ບໍ່ໃຫ້ມີການຕຳນິຕິຕຽນ ຫຼື ຜິດຖຽງກັນ.”

ສ່ວນທ່ານນາງ Keiko Fujimori ໄດ້ຮຽກຮ້ອງຕໍ່ພວກສະໜັບສະໜູນ ທ່ານນາງ ໃຫ້ຍຸຕິ ການກະທຳໃດໆ ແລະ ໃຫ້ຄອຍຖ້າເບິ່ງ. ທ່ານນາງ ກ່າວວ່າ “ພວກເຮົາຈະຄອຍຖ້າ ດ້ວຍຄວາມຮອບຄອບ ເພາະວ່າ ການລົງຄະແນນສຽງ ໝົດຄືນ ຈາກແຂວງຕ່າງໆ ຈາກປະເທດນອກ ແລະ ຈາກຜູ້ປ່ອນບັດຢູ່ເຂດຊົນນະບົດ ຫ່າງໄກສອກລີກ ຂອງເປຣູ ຍັງຈະເຂົ້າມາຢູ່.”

ທ່ານນາງ Fujimori ໄດ້ມີຄະແນນນຳໜ້າໃນການຢັ່ງຫາງສຽງມະຫາ ຊົນຈົນຮອດ ປະຈຸ ບັນນີ້, ແຕ່ວ່າຂ່າວການກະທຳຜິດກ່ຽວກັບ ການກ່າວຫາຟອກເງິນຕໍ່ຜູ້​ຊ່ວຍ​ທີ່​ສຳຄັນ ຄົນ ໜຶ່ງ ຂອງ​ທ່ານ​ນາງນັ້ນ ໄດ້ສ້າງຄວາມເສຍຫາຍໃຫ້ກັບທ່ານນາງ, ເຮັດໃຫ້ປ່ຽນການແຂ່ງ ຂັນກາຍມາເປັນ ການຊ້ຳຄືນການທ້າຊິງເອົາຕຳແໜ່ງຂອງທ່ານນາງ Fujimori ໃນປີ 2011 ເມື່ອທ່ານນາງໄດ້ເສຍ​ໄຊຢ່າງ​ຫວຸດ​ຫວິດ ໃຫ້ແກ່ທ່ານ Ollanta Humala ປະທາ ນາທິບໍດີ ຜູ້ທີ່ຈະລົງຈາກຕຳແໜ່ງ.

ພ້ອມກັນນັ້ນ, ປະຊາຊົນຊາວ ເປຣູ ກໍໄດ້ປະຕິຍານຕົນວ່າຈະບໍ່ມີວັນລົງຄະແນນສຽງໃຫ້ ກັບຜູ້ໃດກໍຕາມທີ່ພົວພັນກັບພໍ່ຂອງທ່ານນາງ. ທ່ານນາງໄດ້ພະຍາຍາມທີ່ຈະແຍກຕົນເອງ ອອກຈາກການປົກຄອງ ເປຣູ ແບບຜະເດັດການຂອງພໍ່ຂອງທ່ານນາງ ​ແຕ່ປີ 1999 ຫາ 2000.

ຖ້າທ່ານນາງ Fujimori ໄດ້ຮັບໄຊຊະນະ ໃນການແຂ່ງຂັນຂັ້ນຊີ້ຂາດວັນອາທິດມື້ນີ້, ທ່ານ​ນາງກໍຈະກາຍເປັນປະທານາທິບໍດີແມ່ຍິງຄົນທຳອິດຂອງປະເທດ ເປຣູ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG