ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີ ເປຣູ ຂໍໃຫ້ ປ. ທຣຳ ເນລະເທດ ອະດີດ ປະທານາທິບໍດີ ຂອງ ເປຣູ


ອະດີດ ປະທານາທິບໍດີ ຂອງເປຣູ ທ່ານ Alejandro Toledo.
ອະດີດ ປະທານາທິບໍດີ ຂອງເປຣູ ທ່ານ Alejandro Toledo.

ປະທານາທິບໍດີ ເປຣູ ທ່ານ Pedro Pablo Kaczynski ໄດ້ຂໍໃຫ້ປະທານາທິບໍດີ
ສະຫະລັດ ທ່ານ Donald Trump ພິຈາຣະນາເນຣະເທດ ອະດີດປະທານາທິບໍດີ
ເປຣູ ໃຫ້ໄປປະເຊີນກັບຂໍ້ຫາ ຮັບສິນບົນທີ່ໄດ້ຮັບໄປ ຈາກເຂດຫ່າງໄກຂອງປະເທດ.

ສຳນັກງານຂອງທ່ານ Kaczynski ກ່າວວ່າ ຄຳຂໍຮ້ອງໃຫ້ເນລະເທດ ທ່ານ Alejandro
Toledo ໄດ້ມີຂຶ້ນ ໃນວັນອາທິດວານນີ້ ໂດຍການໂທຣະຊັບຫາ ທ່ານ ທຣຳ. ເປຣູ
ເຊື່ອວ່າ ທ່ານ Toledo ອາໄສຢູ່ໃນ ຣັດ California ແຕ່ ນະຄອນຫຼວງ ລີມາ ພວມປະ
ເຊີນໜ້າກັບ ອຸບປະສັກທາງດ້ານກົດໝາຍ ໃນການນຳເອົາຜູ້ກ່ຽວອອກຈາກປະເທດ.

ທຳນຽບຂາວ ໄດ້ຢືນຢັນ ເຖິງການໂອ້ລົມກັນ ແຕ່ບໍ່ໄດ້ເອີ່ຍເຖິງເລື່ອງການຂໍຮ້ອງໃຫ້
ເນລະເທດ ໂດຍກ່າວວ່າ ທັງສອງທ່ານ ໄດ້ລົມກັນເຖິງບັນຫາຫຼາຍເລື່ອງ. ຖະແຫຼງ
ການອັນນຶ່ງ ຈາກສຳນັກງານຂອງ ທ່ານ Kaczynski ເວົ້າວ່າ ທ່ານ ທຣຳ ໄດ້ເຊື້ອ
ເຊີນ ເພິ່ນມາຢ້ຽມຢາມ ສະຫະລັດ.

ຂ່າວສານທ້ອງຖິ່ນ ໃນເປຣູ ເວົ້າວ່າ ທ່ານ Toledo ໄດ້ຕັ້ງໃຈວ່າ ຈະບິນໄປຍັງ
ອິສຣາແອລ ບ່ອນທີ່ພັນລະຍາ ຂອງຜູ້ກ່ຽວມີສັນຊາດ. ແຕ່ ອິດສຣາແອລ ເວົ້າວ່າ
ທ່ານ Toledo ບໍ່ໄດ້ຢູ່ໃນຖ້ຽວບິນ ທີ່ໄປຈາກນະຄອນ San Francisco ທີ່ລົງຈອດ
ໃນຄໍ່າຄືນວັນອາທິດວານນີ້ ແລະເວົ້າວ່າ ອະດີດຜູ້ນຳທ່ານນັ້ນ ຈະບໍ່ໄດ້ຮັບອະນຸຍາດ
ໃຫ້ເຂົ້າໄປໃນປະເທດ.

ໃນຄຳເວົ້າທີ່ຂຽນລົງ ທາງ Twitter ໃນຕອນຄໍ່າ ວັນອາທິດນັ້ນ ແມ່ນວ່າ ທ່ານ Toledo
ໄດ້ປະຕິເສດ ວ່າຕົນບໍ່ໄດ້ເປັນຜູ້ຮ້າຍລີ້ຊ່ອນ ໂດຍກ່າວວ່າ “ຕົນບໍ່ເຄີຍໄດ້ຫຼົບໜີ
ຈັກເທື່ອ.”
ແຕ່ກໍບໍ່ໄດ້ເວົ້າວ່າ ຕົນຢູ່ໃສ ຫຼືວ່າ ຈະກັບຄືນໄປ ເປຣູ ຫຼືບໍ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG