ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ເປຣູ ຢາກໃຫ້ ລັດຖະສະພາ ເປີດກອງປະຊຸມ ລົງຄະແນນ ໄວ້ວາງໃຈ ໃຫ້ແກ່ຄະນະ ລັດຖະບານ ຂອງເພິ່ນ


ປະທານາທິບໍດີ ມາຣ໌ຕິນ ວິຊຄາຣາ (Martin Vizcarra) ກ່າວຄໍາປາໄສ ຢູ່ໃນກອງປະຊຸມ ກັບພວກນັກຂ່າວຕ່າງ
ປະເທດ ໃນນະຄອນຫລວງລີມາ ຂອງ ເປຣູ ໃນວັນທີ 5 ມິຖຸນາ, 2018
ປະທານາທິບໍດີ ມາຣ໌ຕິນ ວິຊຄາຣາ (Martin Vizcarra) ກ່າວຄໍາປາໄສ ຢູ່ໃນກອງປະຊຸມ ກັບພວກນັກຂ່າວຕ່າງ ປະເທດ ໃນນະຄອນຫລວງລີມາ ຂອງ ເປຣູ ໃນວັນທີ 5 ມິຖຸນາ, 2018

ປະທານາທິບໍດີເປຣູ ຢາກໃຫ້ລັດຖະສະພາທີ່ຄວມຄຸມໂດຍພວກສັງກັດພັກຝ່າຍຄ້ານນັ້ນ
ຈັດກອງປະຊຸມວິສາມັນຂຶ້ນ ໃນອາທິດນີ້ ເພື່ອທໍາການສົນທະນາກັນກ່ຽວກັບມາດຕະ
ການ ຕ້ານການສໍ້ລາດບັງຫລວງທີ່ທ່ານໄດ້ສະເໜີໄປນັ້ນ.


ປະທານາທິບໍດີ ມາຣ໌ຕິນ ວິຊຄາຣາ (Martin Vizcarra) ໄດ້ປະກາດກ່ຽວກັບເລື້ອງນີ້
ໃນກາງຄືນວັນອາທິດວານນີ້ ຢູ່ໃນຄໍາປາໄສທີ່ກ່າວອອກທາງໂທລະພາບ ໂດຍຮຽກ
ຮ້ອງລັດຖະສະພາຂອງເປຣູ ໃຫ້ທໍາການລົງຄະແນນສຽງ ຄວາມໄວ້ວາງໃຈ ແກ່ຄະນະ
ລັດຖະບານຂອງທ່ານ.

ຖ້າຫາກບັນດາສະມາຊິກລັດຖະສະພາ ບໍ່ໃຫ້ຄວາມໄວ້ວາງໃຈແກ່ຄະນະລັດຖະບານ
ຂອງທ່ານແລ້ວ ຈາກນັ້ນ ທ່ານ ວິຊຄາຣາ ກໍຈະໄດ້ໃຊ້ອໍານາດ ທີ່ໄດ້ຮັບຕາມລັດຖະທໍາ
ມະນູນຂອງເປຣູ ເພື່ອຍຸບສະພາ.

ແຕ່ ພວກນັກວິເຄາະເຫດການເວົ້າວ່າ ແນວໃດກໍຕາມ ບັນດາສະມາຊິກລັດຖະສະພາ
ອາດຈະພາກັນປຸ້ມລຸມ ໃຫ້ການສະໜັບສະໜູນ ແກ່ຄໍາສະເໜີຂອງປະທານາທິບໍດີ
ພາຍຫລັງທີ່ມີວີດິໂອຫລາຍສາກ ທີ່ສາຍໃຫ້ເຫັນວ່າ ບັນດາຜູ້ພິພາກສາຫລາຍ ທ່ານ
ກໍາລັງເຈລະຈາເງິນຄ່າສິນບົນກັບພວກນັກການເມືອງ ເພື່ອແກ້ໄຂຄະດີໃຫ້ໝົດໄປທີ່
ປາກົດອອກມາໃຫ້ເຫັນ.

ທ່ານ ວິຊຄາຣາໄດ້ຂຶ້ນກໍາຕໍາແໜ່ງໃນເດືອນມີນາ ພາຍຫລັງທີ່ທ່ານ ປີໂດຣ ພັບໂບລ
ລາອອກ ທ້າມກາງຂ່າວນອງນັນ ເລື້ອງກິນສິນບົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG